Thursday, May 15, 2025
Kbank Laos โอน รับ จ่าย

ການວາງແຜນການເງິນ ແບບມະນຸດເງິນເດືອນ ຂອງຄົນທີ່ອາໄສຢູ່ຫ້ອງແຖວ

ການວາງແຜນການເງິນ ໃນແຕ່ລະມື້ນັ້ນຖືວ່າມີປະໂຫຍດ ຕໍ່ການໃຊ້ຊີວິດປະຈຳວັນ ເປັນຢ່າງຫຼາຍ ນອກຈາກຈະເຮັດໃຫ້ ຮູ້ຈັກການບໍລິຫານເງິນໄດ້ຫຼາຍຂຶ້ນ ແລ້ວຍັງຊ່ວຍເປັນເຄື່ອງມື ໃນການຄວບຄຸມຄ່າໃຊ້ຈ່າຍໃນແຕ່ລະເດືອນໄດ້ອີກ, ເພາະໃນບາງເທື່ອ ເຮົາບໍ່ສາມາດຮູ້ໄດ້ເລີຍ ວ່າເງິນເຮົານຳໄປໃຊ້ຈ່າຍຫຍັງແດ່ ຈົນເຮັດໃຫ້ຫຼາຍໆເທື່ອ ຕ້ອງພົບກັບບັນຫາເລື່ອງເງິນຂາດມື ຫຼື ເງິນຕິດລົບໃນບາງເດືອນ, ມື້ນີ້ເຮົາມີວິທີການວາງແຜນການເງິນ ແບບມະນຸດເງິນເດືອນ ຂອງຄົນທີ່ອາໄສຢູ່ຫ້ອງແຖວມາຝາກກັນ.

ຈາກການສອບຖາມ ພະນັກງານທີ່ເຮັດວຽກປະຈຳ ທີ່ອາໄສຢູ່ຫ້ອງແຖວ ເຂດບ້ານສ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນເວົ້າວ່າ: ການບັນທຶກລາຍຮັບລາຍຈ່າຍໃນແຕ່ລະມື້ ຖືເປັນການຊ່ວຍໃຫ້ເຮົາຮູ້ ຂໍ້ບົກຜ້ອງທາງການເງິນ ວ່າມີສ່ວນໃດແດ່ທີ່ເຮົາຕ້ອງຫຼຸດຜ່ອນ ແລະ ຮູ້ຈັກການໃຊ້ເງິນຢ່າງລະມັດລະວັງຫຼາຍຂຶ້ນ, ອີກທັງຍັງຊ່ວຍໃຫ້ເຮົາຮູ້ຈັກການວາງແຜນ, ການໃຊ້ຈ່າຍໄດ້ຢ່າງຖືກວິທີ ແລະ ຊ່ວຍໃຫ້ເຮົາມີລະບຽບວິໄນໃນການໃຊ້ເງິນເພີ່ມຫຼາຍຂຶ້ນ ເພາະ ເຮົາບໍ່ມີທາງຮູ້ໄດ້ເລີຍ ວ່າເງິນທີ່ຫາມາໄດ້ນັ້ນ ຈະພຽງພໍຕໍ່ຄ່າໃຊ້ຈ່າຍ ໃນແຕ່ລະເດືອນບໍ່, ຈຶ່ງຕ້ອງຈັດການກັບງົບປະມານ ໂດຍການບັນທຶກປະຈຳວັນ ດັ່ງນີ້:

  • ເຮັດຄ່າໃຊ້ຈ່າຍເປັນງົບປະມານ: ໂດຍທົ່ວໄປແລ້ວ ຄ່າໃຊ້ຈ່າຍໃນແຕ່ລະເດືອນນັ້ນ ມີຄວາມແນ່ນອນຂ້ອນຂ້າງສູງ ແລະ ມີການກຳນົດຕົວເລກທີ່ແນ່ນອນຢູ່ແລ້ວ ເຊິ່ງໃນແຕ່ລະເດືອນ ເຮົາພໍຮູ້ຢູ່ວ່າເຮົາມີພາລະຄ່າໃຊ້ຈ່າຍໃນສ່ວນໃດແດ່ ຈຶ່ງຕ້ອງວ່າງແຜ່ນເງິນສ່ວນນັ້ນໄວ້ຕ່າງຫາກ.
  • ຊ່ວງເວລາທີ່ໄດ້ຮັບລາຍໄດ້: ເມື່ອເຮົາຮູ້ ວ່າເວລາທີ່ໄດ້ຮັບເງິນຢ່າງຊັດເຈນ ຈະຊ່ວຍປ້ອງກັນບັນຫາເງິນຂາດມືໄດ້.
  • ແບ່ງເງິນເກັບ 10 ເປີເຊັນ ຂອງເງິນເດືອນ: ເພື່ອໄວ້ໃຊ້ໃນກໍລະນີລາຍໄດ້ຂອງເຮົາບໍ່ພຽງພໍ ຕໍ່ຄ່າໃຊ້ຈ່າຍຂອງເດືອນນັ້ນໆ, ເພື່ອເຮັດການຢືນໃນສ່ວນນັ້ນໄປໃຊ້ກ່ອນ ແຕ່ກໍຈະຕ້ອງນໍາເງິນທີ່ຢືມໄປນັ້ນມາໄຊ້ຄືນ ວິທີນີ້ຈະເຮັດໃຫ້ເຮົາບໍ່ຕ້ອງໄປຢືມເງິນຈາກຄົນອື່ນ.
  • ແຍກຄ່າໃຊ້ຈ່າຍສ່ວນຕົວໃຫ້ຊັດເຈນ: ການເລີ່ມຈັດງົບປະມານລາຍຮັບລາຍຈ່າຍ ສຳຄັນທີ່ສຸດກໍຄື ເງິນຄ່າໃຊ້ຈ່າຍສ່ວນຕົວ ກັບເງິນສ່ວນຂອງການລົງທຶນ ຫຼືເງິນເກັບ ຈະຕ້ອງແບ່ງແຍກກັນໃຫ້ຊັດເຈນ ບໍ່ຄວນນຳມາປະປົນໄວ້ໃນກະເປົາດຽວກັນ ເຊັ່ນຄ່າໃຊ້ຈ່າຍສ່ວນຕົວໄດ້ແກ່: ຄ່າອາຫານ, ຄ່ານ້ຳມັນລົດ, ຄ່າຫ້ອງພັກ, ຄ່າອິນເຕີເນັດຕ່າງໆ.

ດັ່ງນັ້ນ ການການວາງແຜນການເງິນ ໃນແຕ່ລະມື້ ຈະຊ່ວຍໃຫ້ເຮົາຮູ້ຂໍ້ບົກຜ້ອງທາງການເງິນທີ່ດີ ວ່າມີສ່ວນໃດແດ່ ທີ່ເຮົາຕ້ອງຫຼຸດຜ່ອນ, ຮູ້ຈັກການໃຊ້ເງິນຢ່າງລະມັດລະວັງຫຼາຍຂຶ້ນ ອີກທັງຍັງຊ່ວຍໃຫ້ເຮົາຮູ້ຈັກການວາງແຜນການໃຊ້ຈ່າຍ ໄດ້ຢ່າງຖືກວິທີ ແລະ ຊ່ວຍໃຫ້ເຮົາມີລະບຽບວິໄນ ໃນການໃຊ້ເງິນເພີ່ມຫຼາຍຂຶ້ນ.

ສຳລັບໃຜທີ່ຍັງບໍ່ຮູ້ວ່າຈະເລີ່ມ ໝູນເງິນແນວໃດໃຫ້ລອດໃນແຕ່ລະເດືອນ ແຖມຍັງມີເງິນເກັບອີກ ສາມາດນຳວິທີນີ້ໄປລອງໃຊ້ກັນເບິ່ງໄດ້ເດີ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້