Tuesday, February 11, 2025

ຊົນເຜົ່າ ຮ່າຍີ່ ນຳຮູບຊົງຂອງຫຼັງຄາເຮືອນ ມາອອກແບບເປັນໝວກ ເພື່ອເປັນການເຄົາລົບຕໍ່ຕົ້ນຕະກຸນ

ຊຸດແຕ່ງກາຍຂອງແມ່ຍິງເຜົ່າ “ຮ່າຍີ່” ມີຄວາມເປັນມາ ທີ່ຜູກພັນກັບຕຳນານຂອງຊົນເຜົ່າ ໃນສະໄໝບູຮານ, ຊົນເຜົ່າຮ່າຍີ່ ບໍ່ຢາກໃຫ້ຄົນໃນຄອບຄົວ ອາໄສຢູ່ກະແຈກກະຈາຍ ຈຶ່ງມາຢູ່ຮ່ວມເຮືອນຫຼັງຄາດຽວກັນ ແຕ່ເມື່ອສະມະຊິກໃນຄອບຄົວເພີ່ມຂຶ້ນ ລູກຫຼານກໍຕ້ອງແຍກອອກໄປຢູ່ເຮືອນອີກຫຼັງໜຶ່ງຕ່າງຫາກ  ເພື່ອເປັນການສະແດງຄວາມເຄົາລົບນັບຖື ຕໍ່ຮາກເຫງົ້າ ຫຼື ພໍ່ແມ່ ແລະ ຕົ້ນຕະກຸນ ຈຶ່ງໄດ້ນຳຮູບຊົງຂອງຫຼັງຄາເຮືອນ ມາອອກແບບເປັນຮູບຊົງຂອງໝວກປະຈຳຊົນເຜົ່າ ໂດຍຊົນເຜົ່າຮ່າຍີ່ ເອີ້ນໝວກໃບນີ້ວ່າ: “ຂຸ່ນຕັ່ງ”.

ຊົນເຜົ່າຮ່າຍີ່ ແມ່ນຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ໂດຍມີເຄື່ອງແຕ່ງກາຍທີ່ເປັນເອກະລັກໂດດເດັ່ນ ດ້ວຍລວດລາຍ, ສີສັນທີ່ສົດໃສ ແລະ ມີຄວາມຜູກພັນກັບພູເຂົາ, ປ່າໄມ້ ແລະ ແມ່ນ້ຳລຳເຊໃນທ້ອງຖິ່ນທີ່ພວກເຂົາອາໄສຢູ່.

ໝວກຂອງຊົນເຜົ່າ ຮ່າຍີ່ ເຮັດມາຈາກຜ້ານິນ ຕ່ຳດ້ວຍມື ໂດຍໃຊ້ຂີ້ເຜິ້ງ ມາທາຊ້ຳຫຼາຍໆເທື່ອ ເພື່ອໃຫ້ຜ້າແຂງຈົນສາມາດພັບໃຫ້ເປັນຊົງຫຼັງຄາເຮືອນ, ມີການປະດັບດ້ວຍລູກປັດເງິນ ເຊິ່ງເປັນສັນຍາລັກຂອງເມັດເຂົ້າໂພດ, ເມັດເຂົ້າ ແລະ ຄວາມອີ່ມໜຳສຳລານໃນຊີວິດ, ທາງຫຼັງໝວກມີແມ່ພີມເງິນຮູບສີ່ລ່ຽມ, ມີລາຍແກະສະຫຼັກເປັນຕົ້ນໄມ້, ນົກ ແລະ ປ່າ.

ສຳລັບຊຸດຂອງແມ່ຍິງຊົນເຜົ່າ ຮ່າຍີ່ ມີຄວາມໂດດເດັ່ນຫຼາຍ ໂດຍເຮັດຈາກຜ້າຕ່ຳມື ໃຊ້ສີພື້ນເປັນສີຄາມເຂັ້ມ, ແຕ່ງເຕີມດ້ວຍສີຂຽວອ່ອນ ແລະ ສີດຳ ສ່ວນເສື້ອຕິດກະດຸມທາງຂວາ ໂດຍມີການຕົບແຕ່ງດ້ວຍແຖບກະດຸມເງິນຂາວ, ຈາກສ່ວນຄໍເສື້ອລົງໄປຮອດແອວ ເຮັດໃຫ້ສ່ວນເສື້ອມີຄວາມໂດດເດັ່ນຫຼາຍຂຶ້ນ, ສ່ວນກະໂປ່ງຍາວຮອດຂໍ້ຕີນ, ມີສີທີ່ເຂົ້າກັບລາຍແຂນເສື້ອ.

ຊຸດພື້ນເມືອງຂອງ ຊົນເຜົ່າຮ່າຍີ່ ຍັງເປັນຊັບສົມບັດທີ່ສຳຄັນ ຂອງແມ່ຍິງເຜົ່າຮ່າຍີ່ ເມື່ອແຕ່ງງານມີຄອບຄົວ, ເພາະຊຸດຊົນເຜົ່າຈະນຸ່ງສະເພາະ ງານຂຶ້ນປີໃໝ່ ແລະ ງານສຳຄັນຕ່າງໆເທົ່ານັ້ນ, ດ້ວຍຄຸນຄ່າທາງດ້ານວັດທະນະທໍາ ແລະ ສິລະປະການຫຍິບ, ປັກ, ຖັກ, ຮ້ອຍ ທີ່ເປັນເອກະລັກ.

ເຊິ່ງໃນປັດຈຸບັນ ເຄື່ອງແຕ່ງກາຍຊົນເຜົ່າຮ່າຍີ່ ກໍໄດ້ມີຫຼາຍສີສັນທີ່ແຕກຕ່າງກັນໄປ ແຕ່ຍັງຄົງຮູບຊົງເດີມໃຫ້ເປັນເອກະລັກຂອງຊົນເຜົ່າໄວ້ໃຫ້ເຫັນກັນຢູ່ ໂດຍສະເພາະ ແມ່ນລວດລາຍ ແລະ ການຕົບແຕ່ງ.

ທີ່ມາ: ຄັດມາຈາກປື້ມເອກະລັກຂອງຊົນເຜົ່າໃນລາວ.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: