Wednesday, April 23, 2025

ເຈົ້າຄິດແນວໃດເມື່ອຕ້ອງອອກຄ່າອາຫານກັບແຟນ?

ເຖິງແມ່ນວ່າ ຍຸກສະໄໝຈະປ່ຽນໄປແລ້ວ ແລະ ແມ່ຍິງກໍມີສິດສະເໝີພາບຫຼາຍຂຶ້ນ ທັງໃນແງ່ຂອງການເງິນ ແລະ ວຽກງານ, ແຕ່ພື້ນຖານແລ້ວແມ່ຍິງຍັງຄົງຄາດຫວັງ ໃຫ້ຜູ້ຊາຍເປັນຜູ້ເບິ່ງແຍງໃນເລື່ອງຂອງການເງິນ, ອີກຢ່າງກໍຢູ່ທີ່ຜູ້ຊາຍ ແລະ ແມ່ຍິງຕົກລົງກັນເອງ, ຜູ້ຊາຍ ເມື່ອຕັດສິນໃຈພາແຟນໄປກິນເຂົ້ານອກບ້ານແລ້ວ ກໍຕ້ອງກະເປົ໋າໜັກແດ່ໜ້ອຍໜຶ່ງ ເພາະຕ້ອງໄດ້ເປັນສຸພາບບູລຸດ ອອກຄ່າອາຫານທຸກຄັ້ງທີ່ພາແຟນໄປ, ແຕ່ໃນສະພາບເສດຖະກິດແບບນີ້ ຈຳເປັນບໍ່ທີ່ຈະຕ້ອງໃຫ້ຜູ້ຊາຍອອກຄ່າອາຫານໃຫ້ທຸກຄັ້ງ ເຖິງວ່າເຂົາຈະເຕັມໃຈຈ່າຍກໍຕາມ.

ຈາກການສອບຖາມຄູ່ຮັກທີ່ເປັນແຟນກັນ 2 ຄູ່ ເຖິງຄວາມຮູ້ສຶກເມື່ອໄປກິນເຂົ້າກັບແຟນແລ້ວຕ້ອງອອກຄ່າອາຫານຊ່ວຍກັນ.

ນາງ ນູນູ່ ເວົ້າວ່າ: ແຟນຈະຈ່າຍສະເພາະໂອກາດພິເສດ ບໍ່ວ່າຈະເປັນວັນຄົບຮອບ, ວັນເກີດ ຫຼື ວັນແຫ່ງຄວາມຮັກ ເທົ່ານັ້ນ ສ່ວນວັນອື່ນໆ ກໍຈະຊ່ວຍກັນຈ່າຍ ເຊັ່ນ ແຟນລ້ຽງເຂົ້າ ເຮົາກໍຈະລ້ຽງນ້ຳ ເພາະເຫັນວ່າມັນເປັນເລື່ອງປົກກະຕິຢູ່ແລ້ວທີ່ຈະຕ້ອງອອກຊ່ວຍກັນ ຖ້າໃຫ້ແຕ່ຝ່າຍໃດຝ່າຍໜຶ່ງຈ່າຍຕະຫຼອດ ມັນກໍຖືເປັນການເອົາປຽບຝ່າຍໜຶ່ງຈົນເກີນໄປ ສ່ວນຫຼາຍຜູ້ຊາຍກໍຈະເປັນຝ່າຍອອກຫຼາຍກວ່າສະເໝີ ບໍ່ວ່າເຂົາຈະຊວນເຮົາ ຫຼື ວ່າເຮົາຊວນເຂົາກໍຕາມ.

ນາງ ກັນຍາ ເວົ້າວ່າ: ຈື່ໄດ້ວ່າການໄປກິນເຂົ້າກັບແຟນຜູ້ປັດຈຸບັນ ທຳອິດຄ່າອາຫານອອກມາກໍຄິດໃນໃຈຢູ່ວ່າຊີອອກຊ່ວຍ ຫຼື ຊີຈ່າຍເອງດີ ເພາະຢ້ານເຮົາອອກ ແລ້ວເຂົາຈະບໍ່ໃຫ້ເຮົາຊ່ວຍຈ່າຍ ແຕ່ມັນກໍແມ່ນຄວາມຈິງ ເຂົາບໍ່ໃຫ້ເຮົາຈ່າຍແທ້ ເຮົາຈຶ່ງເວົ້າວ່າໄວ້ເທື່ອໜ້າດຽວລ້ຽງຄືນ ເພື່ອເປັນມາລະຍາດ, ແຕ່ພໍໄດ້ຄົບກັນແທ້ ຂ້ອຍກໍບໍ່ຄິດຈະຈ່າຍອີກເລີຍ ແຮ່ແຮ່ ເວົ້າກວນ ແຕ່ພໍໄດ້ເປັນແຟນກັນແລ້ວກໍຊ່ວຍກັນຈ່າຍ ເພາະຮູ້ວ່າ ປັດຈຸບັນນີ້ທຸກຢ່າງແພງ ຈະໃຫ້ແຕ່ຜູ້ຊາຍເປັນຝ່າຍຈ່າຍໃຫ້ຕະຫຼອດ ກໍຄືວ່າເຫັນແກ່ຕົວເກີນໄປ ກໍຊ່ວຍກັນຈ່າຍຫັ້ນແຫຼະ.

ບໍ່ວ່າຈະມີວິທີໃດ ຫາກທັງສອງຄົນມີຄວາມຮັກ ແລະ ຄວາມເຂົ້າໃຈກັນແທ້ ເລື່ອງເຫຼົ່ານີ້ຈະກາຍເປັນເລື່ອງເລັກນ້ອຍ ແຕ່ທັງສອງຄົນຄວນລົມກັນ ເພື່ອຕົກລົງກັນກ່ອນຈະຕ້ອງບໍ່ໄດ້ຍາດກັນຈ່າຍເງິນ ເວລາເຊັກບິນຄ່າອາຫານໃຫ້ອາຍເດັກເສີບ ຫຼື ເກັບໄປຄິດເລັກຄິດນ້ອຍໃນໃຈ ຈົນເປັນເຫດເຮັດໃຫ້ຜິດໃຈກັນພາຍຫຼັງ ເພາະການໄປກິນເຂົ້າກັບແຟນທັງທີກໍຢາກມີຄວາມສຸກແມ່ນບໍ່.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.