ຄູ່ຮັກທີ່ແຕ່ງດອງກັນແລ້ວການໃຫ້ຂອງຂວັນໃນວັນແຫ່ງຄວາມຮັກຍັງຈຳເປັນຢູ່ບໍ່?

ການໃຫ້ຂອງຂວັນເລັກໆ ນ້ອຍໆ ໃນມື້ທີ່ສຳຄັນກັບຄົນທີ່ຮັກ ອາດເປັນສິ່ງໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ກັບຄູ່ຮັກຫຼາຍໆທ່ານ ທີ່ຈະເຮັດໃຫ້ຄວາມຮັກຫວານຊື່ນຢູ່ຕະຫຼອດເວລາ ເຖິງວ່າເວລາຈະຜ່ານໄປຫຼາຍປີກໍຕາມ ແຕ່ຄວາມຮັກນັ້ນກໍຍັງຄົງຢູ່ຕະຫຼອດໄປ.

ມື້ນື້ ອິນໄຊລາວ ໄດ້ມີໂອກາດຖາມຄວາມຮູ້ສຶກຈາກຄູ່ຮັກ 2 ຄູ່ທີ່ແຕ່ງດອງແລ້ວວ່າ: ການໃຫ້ຂອງຂັວນໃນມື້ສຳຄັນ ເປັນຕົ້ນແມ່ນ “ວັນແຫ່ງຄວາມຮັກ” ມີຄວາມໝາຍ ແລະ ສຳຄັນແນວໃດກັບພວກເຂົາ.

ທ້າວ ຫຼ້າ ກັບ ນາງ ກິ່ງມາລາ ເປັນຄູ່ຮັກທີ່ຫາກໍແຕ່ງດອງຊ່ວງຕົ້ນປີ 2022 ເວົ້າວ່າ: ບໍ່ເຄີຍໄດ້ຂອງຂວັນຈາກແຟນ ຫຼື ສາມີ ໃນປັດຈຸບັນເລີຍ ກໍບໍ່ແປກໃຈເພາະຕອນເປັນແຟນກັນ ກໍບໍ່ເຄີຍໄດ້ຫຍັງໃນຊ່ວງວັນທີ່ 14 ກຸມພາ ຢູ່ແລ້ວ ເລີຍບໍ່ຄາດຫວັງວ່າປີນີ້ຈະໄດ້ ແຕ່ໃນນາມທີ່ເຮົາເປັນແມ່ຍິງແລ້ວ ໃນມື້ທີ່ສຳຄັນ ຂອງຂວັນເລັກໆ ນ້ອຍໆຈາກຄົນທີ່ເຮົາຮັກ ມັນກໍພຽງພໍ ທີ່ຈະເຮັດໃຫ້ຫົວໃຈຂອງເຮົາຊຸ່ມຊື່ນຂຶ້ນມາໄດ້ ບໍ່ຈຳເປັນຕ້ອງແມ່ນຂອງຂັວນທີ່ຫຼູຫຼາ ແຕ່ຖ້າປີນີ້ເຂົາໃຫ້ ກໍຮູ້ສຶກດີໃຈ ທີ່ສາມີຂອງຕົນກໍຮູ້ເຮັດເຊີຟອກເຊີໄພຄືກັບຄົນອື່ນເຂົາ ເຖິງຈະຄິດວ່າເຂົາເຊື່ອງເງິນຈາກເຮົາໄປຊື້ກໍຍັງຮູ້ສຶກດີໃຈຢູ່ດີ.

ສ່ວນຄອບຄົວທ້າວ ຈ໋າຍ ກັບ ນາງ ຫຼ້າ ຄູ່ຮັກທີ່ແຕ່ງດອງກັນໃນຊ່ວງທ້າຍປີ 2021 ເວົ້າວ່າ: ແຕ່ກ່ອນທີ່ເປັນແຟນກັນບໍ່ວ່າຈະເປັນມື້ສຳຄັນ ຫຼື ເທດສະການໃດໆກໍມັກຈະໄດ້ຮັບຂອງຂວັນຈາກອີກຝ່າຍສະເໝີ ແຕ່ພໍມາເປັນສາມີພັນລະຍາກັນແລ້ວ ກໍຄິດວ່າບໍ່ຈຳເປັນອີກຕໍໄປກັບການໃຫ້ຂອງຂວັນ ໃນມື້ສຳຄັນ ເພາະການທີ່ເຮົາ ແລະ ຄອບຄົວ ໄດ້ນັ່ງກິນເຂົ້າພ້ອມໜ້າພ້ອມຕາກັນໃນມື້ທີ່ສຳຄັນ ເຖິງຈະບໍ່ມີຂອງຂັວນ ເຮົາກໍມີຄວາມສຸກແລ້ວ.

ການໃຫ້ຂອງຂວັນເປັນ “ສິ່ງເລັກນ້ອຍ” ສຳລັບຄູ່ຮັກທີ່ແຕ່ງດອງກັນໄປແລ້ວ ເຖິງວ່າຈະບໍ່ໄດ້ຂອງຂວັນແຕ່ເຮົາ ກໍຍັງມີກັນ ແລະ ກັນ ທີ່ຢູ່ຄຽງຂ້າງ, ໃຫ້ກຳລັງໃຈ ເປັນຄູ່ສ້າງຄູ່ສົມກັນສະເໝີມາ, ບໍ່ໄດ້ຂອງຂວັນກໍບໍ່ເປັນຫຍັງ ແຕ່ຖ້າໄດ້ກໍດີໃຈ, ແນວໃດກໍຕາມ ໃນເດືອນແຫ່ງຄວາມຮັກ ທັງຄົນທີ່ແຕ່ງດອງແລ້ວ, ຄົນທີ່ຍັງເປັນແຟນກັນຢູ່ ແລະ ຄົນໂສດ ຢ່າລືມມອບຄວາມສຸກໃຫ້ກັບຄົນທີ່ທ່ານຮັກນຳເດີ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...