Thursday, May 15, 2025
Kbank Laos โอน รับ จ่าย

ຂະບວນທຳອິດ! ສິນຄ້າກະສິກຳຈາກຈີນ ຖືກຂົນສົ່ງຜ່ານລົດໄຟ ຈີນ-ລາວ-ໄທ

ໃນວັນທີ 9 ກຸມພາ 2023 ທີ່ຜ່ານມາ ຢູ່ທີ່ ສະຖານີລົດໄຟ ທ່ານາແລ້ງ ໄດ້ມີສິນຄ້າກະສິກຳປະເພດພືດຜັກຈາກ ສປ ຈີນ ຈຳນວນ 19 ຕູ້ຄອນເທັນເນີ ຖືກຂົນສົ່ງຈາກ ຄຸນມິງ, ປະເທດຈີນ ໂດຍຜ່ານລົດໄຟ ຈີນ-ລາວ ເພື່ອສົ່ງຕໍ່ການຂົນສົ່ງຜ່ານລົດໄຟ ລາວ-ໄທ ເຊິ່ງມີປາຍທາງ ກະຈາຍສິນຄ້າກະສິກຳເຫຼົ່ານີ້ສູ່ຕະຫຼາດຕ່າງໆໃນປະເທດໄທ.

ທ່ານ ສຸດໃຈ ຫຼວງໂຄດ, ຜູ້ບໍລິຫານ ບໍລິສັດ ເກົ້າຈະເລີນລາວ

ທ່ານ ສຸດໃຈ ຫຼວງໂຄດ, ຜູ້ບໍລິຫານ ບໍລິສັດ ເກົ້າຈະເລີນລາວ ໄດ້ໃຫ້ສຳພາດວ່າ: ການຂົນສົ່ງສິນຄ້າໃນຄັ້ງນີ້, ຖືວ່າເປັນຂະບວນລົດໄຟຂົນສົ່ງສິນຄ້າກະສິກໍາຈາກ ປະເທດຈີນ ຂະບວນທຳອິດ ຜ່ານປະເທດລາວ ໄປ ປະເທດໄທ ເຊິ່ງເປັນຜົນງານການຮ່ວມມືກັນລະຫວ່າງ ບໍລິສັດ ເກົ້າຈະເລີນ ເທຣນທຣານສະປອດ ຈຳກັດ ແລະ ບໍລິສັດ ໂກບອລ ມັລຕິໂມດັລ ໂລຈິດສຕິກ ຈຳກັດ (GML) ທີ່ເປັນບໍລິສັດລູກຂອງ ປຕທ.

ເຊິ່ງກໍຖືວ່າເປັນຜົນງານການເຊື່ອມຕໍ່ລະບົບການຂົນສົ່ງ ພັນທະມິດໃນປະເທດລາວ ແລະ ຈີນ ທີ່ທ່ານ ຊານສັກ ຊື່ນຊົມ, ຮອງກຳມະການຜູ້ຈັດການໃຫຍ່ ວິສະວະກຳ ແລະ ໂຄງສ້າງພື້ນຖານບໍລິສັດ ປຕທ ຈຳກັດ (ມະຫາຊົນ) ແລະ ທ່ານ ປັນຍາ ປະພຸດສະໂຣ, ປະທານບໍລິສັດ ເກົ້າຈະເລີນ ເທຣນ ທຣານສະປອດ ຕ້ອງການສົ່ງເສີມ. ເຊິ່ງໃນອະນາຄົດຂ້າງໜ້າ ທັງສອງບໍລິສັດ ຍັງຈະມີແຜນການຂົນສົ່ງສິນຄ້າເປັນປະຈໍາຜ່ານທາງລົດໄຟ ຈີນ-ລາວ-ໄທ ໄປຍັງປະເທດຣັດເຊຍ ແລະ ຂະຫຍາຍການບໍລິການໄປເຖິງ ຢູໂຣບ.

ສຳລັບ ໂຄງການທາງລົດໄຟ ຈີນ-ລາວ ແມ່ນໂຄງການຮ່ວມມືຍຸດທະສາດຂອງສອງປະເທດ ລາວ-ຈີນ ເຊິ່ງພັກ ແລະ ລັດຖະບານ ຂອງສອງປະເທດ ໄດ້ເອົາໃຈໃສ່ເປັນພິເສດ ແລະ ເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນທ້າຍປີ 2021 ເປັນຕົ້ນມາ. ເສັ້ນທາງດັ່ງກ່າວ ໄດ້ນຳເອົາຜົນປະໂຫຍດມາໃຫ້ສອງປະເທດ ແລະ ບັນດາເທດອ້ອມຂ້າງຫຼາຍຢ່າງ ບໍ່ວ່າຈະເປັນການສົ່ງເສີມການແລກປຽນສິນຄ້າເຊິ່ງກັນແລະ ກັນ ຢ່າງເຊັນ: ການໃຊ້ບໍລິການຂົນສົ່ງສິນຄ້າຂອງ ບໍລິສັດ ເກົ້າຈະເລີນ ເທຣນທຣານສະປອດ ຈຳກັດ ຍ້ອນທາງລົດໄຟໄດ້ຫຼຸດໄລຍະເວລາໃນການຂົນສົ່ງ, ຕົ້ນທຶນການຂົນສົ່ງຖືກລົງ ແລະ ເພີ່ມຜົນໄດ້ຮັບໃຫ້ຜູ້ປະກອບການຫຼາຍຂຶ້ນ ພ້ອມດຽວກັນນັ້ນ, ຍັງຊ່ວຍເຂົ້າໃນການເຊື່ອມຈອດຍຸດທະສາດ ຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງແທ້ຈິງ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້