Monday, March 24, 2025

“ຄວາມຮັກ ແລະ ຄວາມອົດທົນ” ຄືຫົວໃຈສຳຄັນໃນການເຮັດທຸລະກິດ ຂອງ ນຸດລຶດີ ສິລິສັກ.

“ຖ້າເຮົາເລືອກທີ່ຈະເຮັດທຸລະກິດໃດໜຶ່ງແລ້ວ ເຮົາຕ້ອງມີໃຈຮັກ ແລະ ມີຄວາມອົດທົນກັບມັນ ເຖິງວ່າໄລຍະທຳອິດຈະມີຄວາມຫຍຸ້ງຍາກແດ່ ແຕ່ເມື່ອປະສົບຜົນສຳເລັດແລ້ວ ເຮົາຈະພູມໃຈກັບມັນທີ່ສຸດ” ນີ້ແມ່ນຄຳເວົ້າຂອງ ນາງ ນຸດລຶດີ ສິລິສັກ ຫຼື ກຸ້ງ ໄວ 27 ປີ ເຈົ້າຂອງຮ້ານຊານົມໄຂ່ມຸກ Hugcha ທີ່ໄດ້ບອກກັບ ອິນໄຊລາວ ກ່ຽວກັບການຕັດສິນໃຈເລືອກເຮັດທຸລະກິດຊານົມໄຂ່ມຸກ.

ກຸ້ງ ຮຽນຈົບປະລິນຍາໂທ ສາຂາ ການຄ້າລະຫວ່າງປະເທດ ຈາກ ປະເທດຈີນ ແຕ່ເປັນຫຍັງຈຶ່ງເຂົາຈຶ່ງເລືອກເຮັດຮ້ານຊານົມໄຂ່ມຸກ ໂດຍຈຸດເລີ່ມຕົ້ນໃນຕອນນັ້ນ ເຂົາຫາກໍຮຽນຈົບມາໃໝ່ໆ ແລະ ມີຄວາມຢາກທີ່ຈະເຮັດທຸລະກິດອັນໃດອັນໜຶ່ງທີ່ເປັນຫຼັກເປັນຖານ ຈຶ່ງຄິດວ່າ ຊານົມໄຂ່ມຸກນີ້ລະ ໜ້າຈະເປັນສິ່ງທີ່ຂາຍງ່າຍກັບສະພາບແວດລ້ອມຢູ່ປະເທດລາວ.

ກຸ້ງ ບອກວ່າ: ສ່ວນໂຕແລ້ວ ກຸ້ງ ເຄີຍເປັນຄົນທີ່ບໍ່ມັກກິນຊານົມໄຂ່ມຸກ ເພາະກິນແລ້ວຮູ້ສຶກວິນຫົວ… ແຕ່ນັ້ນກໍເປັນສິ່ງທີ່ເຮັດໃຫ້ເຂົາຢາກປ່ຽນແປງສູດຊານົມໄຂ່ມຸກ ເພື່ອເຮັດໃຫ້ໂຕຂອງລາວເອງ ແລະ ຄົນທີ່ມີອາການຄ້າຍກັນກິນຊານົມໄຂ່ມຸກໄດ້.

ຈຸດເດັ່ນຂອງຮ້ານ “Hugcha” ແມ່ນການຊົງຊາໃບ (ບໍ່ໄດ້ໃຊ້ຊາຜົງ) ເຊິ່ງຈະຊົງຈອກຕໍ່ຈອກ ແລະ “ໄຂ່ມຸກຮັກຊາ” ທີ່ເຮັດຂຶ້ນມາເອງ ທີ່ມີສ່ວນປະສົມຂອງມັນຫວານ ທີ່ປູກຢູ່ຫຼັກ 52 ແລະ ເຮົາຈະເຮັດໄຂ່ມຸກໃໝ່ທຸກໆມື້, ສ່ວນໃບຊາ ຂອງຮ້ານແມ່ນຈະນຳເຂົ້າມາຈາກ ໃຕ້ຫວັນ ແລະ ຊຽງໃໝ່; ແຕ່ປັດຈຸບັນກຳລັງຊອກຫາຊາຈາກລາວຢູ່ ເພາະຢາກໃຊ້ຫຍັງທີ່ມີຢູ່ບ້ານເຮົາ ເຊິ່ງຖືເປັນການນຳໃຊ້ວັດຖຸດິບຂອງປະເທດລາວ ແລະ ຫຼຸດຜ່ອນການນຳເຂົ້າອີກ.

ເມື່ອຖາມວ່າ “ເປັນຫຍັງຈຶ່ງເລືອກເປີດຮ້ານໃນຊ່ວງ ໂຄວິດ-19 ແຜ່ລະບາດ?” ກຸ້ງ ບອກວ່າ: ການເປີດຮ້ານນ້ອຍໆໃນຊ່ວງນັ້ນ ມັນໄດ້ເຮັດໃຫ້ເຮົາມີເວລາໃນການປັບແກ້ສູດໃນການເຮັດຊານົມ ແລະ ໄຂ່ມຸກສູດຂອງເຮົາເອງ ເພື່ອໃຫ້ໄດ້ມາດຕະຖານ ຕາມຄວາມຕ້ອງການຂອງເຮົາ ໂດຍສະເພາະແມ່ນໄຂມຸກຮັກຊາ ໄດ້ໃຊ້ເວລາລອງຜິດລອງຖືກ ແລະ ປັບແກ້ເຖິງ 6 ເດືອນ ກ່ອນຈະໄດ້ໄຂ່ມຸກຕາມທີ່ເຮົາຕ້ອງການ ໂດຍການຍຶດຖືຄຳຕິຊົມຈາກລູກຄ້າເປັນຫຼັກ.

ເຖິງວ່າເຮົາຈະໃຊ້ເວລາໃນການການສ້າງຜະລິດຕະພັນໃຫ້ມີຄຸນນະພາບແລ້ວ ການໂຄສະນາຜ່ານສື່ສັງຄົມອອນລາຍຕ່າງໆ ທັງ Facebook, TikTok ຍັງເປັນຫົວໃຈສຳຄັນໃນຕະຫຼາດການຂາຍ ບໍ່ວ່າຈະເປັນການນຳສະເໜີຂັ້ນຕອນຕ່າງໆ ໃນການເຮັດຊາ, ການພັດທະນາເມນູໃໝ່ໆ ຂອງຮ້ານ, ໂປຣໂມຊັນດ້ານລາຄາ ແລະ ອື່ນໆ; ເພາະຮ້ານ HugChá ເປັນຮ້ານນ້ອຍ ມີພື້ນທີ່ນັ່ງກິນຢູ່ໜ້າຮ້ານບໍ່ຫຼາຍ ສະນັ້ນ, ຈຶ່ງເນັ້ນໂປຣໂມທຜ່ານທາງອອນລາຍຫຼາຍຂຶ້ນ.


ກຸ້ງ ກ່າວຕື່ມວ່າ: ຕະຫຼອດໄລຍະເວລາໃນການເປີດຮ້ານທີ່ຜ່ານມາ ປີກວ່າ ແມ່ນຍັງບໍ່ທັນເຫັນກຳໄລຈາກການຂາຍຊານົມໄຂ່ມຸກເທື່ອ ແຕ່ສິ່ງທີ່ໄດ້ໃນຊ່ວງເວລານັ້ນ ແມ່ນການທີ່ເຮົາໄດ້ຝຶກຄວາມອົດທົນໃນການເຮັດທຸລະກິດເຖິງໄລຍະນັ້ນຈະບໍ່ມີກຳໄລກໍຕາມ, ນອກຈາກນັ້ນ ຍັງໄດ້ສູດຊານົມ ແລະ ໄຂ່ມຸກ ທີ່ໄດ້ມາດຕະຖານເປັນຂອງເຮົາເອງ, ໄດ້ພັດທະນາເມນູໃໝ່ໆ ໃຫ້ກັບລູກຄ້າໃນແຕ່ລະເທດສະການ ເຊິ່ງເປັນອີ່ຫຍັງທີ່ກຸ້ມຄ່າທີ່ສຸດ.


“ບົດຮຽນທີ່ໄດ້ຈາກການເຮັດທຸລະກິດ ບໍ່ແມ່ນພຽງແຕ່ການຂາຍຜະລິດຕະພັນໃຫ້ກັບລູກຄ້າເທົ່ານັ້ນ ແຕ່ເປັນການບໍລິຫານທາງດ້ານຄຸນນະພາບຂອງຜະລິດຕະພັນ, ວັດຖຸດິບ ແລະ ການບໍລິການ ໃຫ້ໄດ້ມາດຕະຖານ ເພາະທຸກຢ່າງມັນມີຜົນກະທົບກັບທຸລະກິດເຮົາທັງໝົດ” ກຸ້ງ ກ່າວ.
ໃນນາມຜູ້ທີ່ເຮັດທຸລະກິດຜູ້ໜຶ່ງ ຢາກບອກວ່າ ການເຮັດທຸລະກິດແຕ່ລະອັນມັນບໍ່ງ່າຍເລີຍ ເພາະເຮົາຈະຕ້ອງລອງຜິດລອງຖືກຫຼາຍໆເທື່ອ, ຕ້ອງມີຄວາມອົດທົນສູງ ເພາະຕົ້ນທຶນຂອງຄົນເຮົາບໍ່ຄືກັນ ແລະ ຄວາມມັກຮັກໃນອາຊີບຂອງແຕ່ລະຄົນກໍບໍ່ຄືກັນ ສະນັ້ນ, ຜູ້ທີ່ມີຄວາມຄິດໃນການຢາກເຮັດທຸລະກິດ ຕ້ອງມີໃຈຮັກໃນສິ່ງທີ່ເຮົາຈະເຮັດແທ້ໆ ໝັ່ນສຶກສາຊອກຫາຄວາມຮູ້ໃນສິ່ງນັ້ນໆ ແລະ ບໍ່ຄວນທໍ້ຖອຍ ບໍ່ວ່າເຮົາຈະພົບພໍ້ກັບບັນຫາໃດກໍຕາມ.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.