ບຸນພະເຫວດ ຫຼື ບຸນມະຫາຊາດ ເປັນບຸນປາງໃຫຍ່ ທີ່ມີຄວາມສຳຄັນຫຼາຍ ໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນກົມກຽວກັນຂອງປະຊາຊົນລາວໃນແຕ່ລະທ້ອງຖິ່ນແຕ່ເໜືອຕະຫຼອດໃຕ້. ເພື່ອຮັກສາໄວ້ຮີດຄອງປະເພນີອັນດີງາມຂອງລາວ ທີ່ເຄີຍປະຕິບັດສືບທອດກັນມາແຕ່ດົນນານ.
ບຸນດັ່ງກ່າວຈະຈັດຂື້ນໃນລະຫວ່າງເດືອນ 4 ຫາ ເດືອນ 6 ລາວ ເຊິ່ງກົງກັບ ເດືອນ ມີນາ ຫາ ເດືອນ ພຶດສະພາ ຂອງທຸກໆປີ. ໃນແຕ່ລະທ້ອງຖິ່ນອາດມີເງື່ອນໄຂໃນການຈັດງານບຸນນີ້ແຕກຕ່າງກັນ ແຕ່ເປົ້າໝາຍສ່ວນໃຫຍ່ແມ່ນການຟັງເທດນິທານຊາດົກເລື່ອງ “ພະເຫວດສັນດອນ” ໃຫ້ຈົບໃນມື້ໜື່ງວັນດຽວ ເພາະເຊື່ອວ່າບຸນກຸສົນແຫ່ງການໄດ້ຟັງເທດເລື່ອງ “ພະເຫວດສັນດອນ” ຈົນຈົບໃນວັນດຽວຈະໄດ້ພົບສາສະໜາຂອງພະສີອະລິຍະ (ພະພຸດທະເຈົ້າອົງໃໝ່ທີ່ຈະມາໃນພາຍພາກໜ້າ). ເປັນສາສະໜາທີ່ມີແຕ່ຄົນມີບຸນເທົ່ານັ້ນ. ດັ່ງນັ້ນ, ຈຶ່ງມີການເຮັດບຸນຟັງເທດນິທານເລື່ອງ ພະເຫວດສັນດອນມາຮອດທຸກມື້ນີ້.
ສຳລັບ ພິທີກຳ ແລະ ຂັ້ນຕອນຂອງການເຮັດບຸນພະເຫວດສັນດອນ ແມ່ນມີຫຼາຍຂັ້ນຕອນພໍສົມຄວນ ແຕ່ຈະຂໍສະເໜີເປັນບາງສ່ວນ ເຊັ່ນ: ພິທີກຳການແຫ່ພະເຫວດເຂົ້າເມືອງ ກໍເປັນຂັ້ນຕອນໜື່ງທີ່ສຳຄັນໃນການເຮັດບຸນພະເຫວດ. ບາງທ້ອງຖິ່ນຍັງຮັກສາມູນເຊື້ອແບບດັ້ງເດີມທີ່ປູ່ຍ່າຕາຍາຍເຄີຍພາປະຕິບັດມາໂດຍສະເພາະແຖວເຂດນອກ. ບາງບ່ອນກໍດັດປັບໃຫ້ເຂົ້າກັບສະພາບຕົວຈິງຂອງສັງຄົມ ຫຼື ຕາມເງື່ອນໄຂຄວາມເໝາະສົມ.
ພິທີກຳການແຫ່ພະເຫວດເຂົ້າເມືອງ ມື້ບຸນເວລາປະມານບ່າຍສອງໂມງ ທັງເຖົ້າແກ່ ແລະ ນ້ອຍໜຸ່ມຍິງສາວ ໄດ້ພ້ອມພາກັນອອກໄປປ່າ ຫຼື ທົ່ງນາແຄມບ້ານ ເພື່ອເຮັດພິທີກຳເຊີນພະເຫວດເຂົ້າມາເມືອງ ໂດຍຈະມີ ຄູບາ, ຈົວເນນ ແລະ ສາລະວັດ ເປັນຜູ້ນຳພາ ຊຶ່ງເພິ່ນຈະມີບົດເປັນຄຳເຊີນ ແລະ ບົດຕອບຮັບລະຫວ່າງພະຍາສີສົນໄຊ ແລະ ພະເຫວດສັນດອນ ໂດຍສະເພາະຂອງເພິ່ນ ເມື່ອຈົບແລ້ວກໍພາກັນແຫນແຫ່ຜ້າພະເຫວດຍາວຫຼາຍແມັດ ທີ່ມີຮູບແຕ້ມແຕ່ລະຕອນຂອງນິທານ ກັບເມືອສູ່ສາລາວັດ ແລ້ວເພິ່ນກໍເລີ່ມສືບຕໍ່ພິທີຕໍ່ໄປ.
ບາງບ່ອນເຂົາເຈົ້າຈະເຮັດແບບເປັນຂະບວນໃຫຍ່ແຫ່ແຫນຢ່າງມ່ວນຊື່ນ ຊຶ່ງເຂົາເຈົ້າຈະເອົາຄົນມາແຕ່ງໂຕສົມມຸດເປັນພະຍາສີສົນໄຊ, ເປັນນາງ ພຸດສະດີ, ເປັນພະເຫວດ, ເປັນນາງມະທີ, ເປັນທ້າວ ຊາລີ, ນາງ ກັນຫາ, ຊຸຍຊະກະພາມ, ທະຫານ ແລະ ປະຊາຊົນແຫ່ແຫນແພນກັ້ງ. ພ້ອມທັງມີໂຕຊ້າງ, ໂຕມ້າ ທີ່ເຮັດເປັນໂຄງຮ່າງເຮັດດ້ວຍໄມ້ໄຜ່ ຫຼື ເຫຼັກ ແລ້ວເອົາຜ້າຂ້າວມາຄຸມເປັນຫຸ່ນຊ້າງມ້າ ແລ້ວແຕ່ງແຕ້ມປະດັບປະດາໃຫ້ຈົບງາມ ບາງຄົນກໍເອົາເງິນຕິດໃສ່ແລ້ວແຕ່ສັດທາ. ພາກັນຍົກ ຫຼື ໃສ່ລົດແຫ່ໄປພາຍໃນບ້ານ ເພື່ອສ້າງສີສັນໃຫ້ງານບຸນມີຄວາມຄຶກຄື້ນມ່ວນຊື່ນ ພ້ອມທັງເປັນການຮັກສາໄວ້ຮີດຄອງປະເພນີຂອງລາວເຮົາ ບໍ່ໃຫ້ສູນຫາຍໄປ.
ອີກຢ່າງໜື່ງການເຮັດຫຸ່ນໂຕຊ້າງໂຕມ້າແຫ່ແຫນໃນງານບຸນພະເຫວດນີ້ ເພາະໃນສະໄໝນັ້ນ (ໃນນິທານ) ພາຫານະໃນການໃຊ້ເດີນທາງແມ່ນມີແຕ່ໂຕຊ້າງໂຕມ້າເທົ່ານັ້ນ ໃນການໄປອັນເຊີນພະເຫວດເຂົ້າມາເມືອງຂອງພະຍາສີສົນໄຊກໍໄດ້ອາໄສຂີ່ຊ້າງ ແລະລົດມ້າເປັນຂະບວນແຫ່ແຫນໄປ ເພາະຫົນທາງຈາກເມືອງປະເຊໄຊໄປຫາປ່າເຂົາວົງກົດແມ່ນໄກແສນໄກ ຕ້ອງໃຊ້ເວລາຫຼາຍເດືອນຈິ່ງຮອດ ເພາະສະນັ້ນຫຸ່ນໂຕຊ້າງ ແລະໂຕມ້າທີ່ເຂົາເຮັດໃນງານບຸນພະເຫວດຈິ່ງມີຄວາມໝາຍໃນການແຫ່ຂະບວນໄປເຊີນເອົາພະເຫວດເຂົ້າມາເມືອງນັ້ນແລ້ວ. ຍັງບໍ່ພໍເທົ່ານັ້ນ ພະຍາສີສົນໄຊຍັງໃຫ້ເສນາອາມາດ ແປງທາງປູກຕົ້ນກ້ວຍ, ຕົ້ນອ້ອຍ, ຕົ້ນພ້າວ ແລະອື່ນ… ຕາມແຄມທາງ. ເມື່ອຕອນກັບມາກໍສາ ມາດເກັບກິນ ຂື້ນກິນ ຫັກກິນ ຜົນລະປູກຕ່າງໆນັ້ນໄດ້.
ສະນັ້ນ, ເຄື່ອງຕ່າງໆທີ່ກ່ຽວກັບນິທານພະເຫວດສັນດອນ ທີ່ເຮົາສັງເກດເຫັນ ບໍ່ວ່າຈະເປັນຫຸ່ນຊ້າງມ້າ ຫຼື ເຄື່ອງບູຊາຕ່າງໆ ໃນສາລາໃນຫໍທະມາດເຊັ່ນ: ງ້າວ, ປືນ, ຕົ້ນກ້ວຍ, ຕົ້ນອ້ອຍ, ເບ້ຍພ້າວ, ເບ້ຍພູ, ເບ້ຍໝາກ, ໝ້ຽງ, ໝາກ, ໝາກພ້າວອ່ອນ, ໄຫນ້ຳ,…ແມ່ນຈະມີຄວາມໝາຍທັງນັ້ນ ຕົວຢ່າງ: ງ້າວ ແລະປືນ ເປັນອາວຸດຂອງທະຫານ, ໄຫນ້ຳ ແມ່ນໝາຍເຖິງສະໂບກຂາລະເນ ທີ່ມີບົວ ແລະປູປາອຸດົມສົມບູນ ເປັນຕົ້ນ.
ດັ່ງນັ້ນ, ການເຮັດບຸນພະເຫວດ ບາງບ່ອນກໍໄດ້ເອົາໃຈໃສ່ເຮັດແທ້ທຳຈິງຕາມປູ່ຍ່າຕາຍາຍເຄີຍພາເຮັດມາ ເພື່ອໃຫ້ລູກຫຼານຄົນຮຸ່ນໃໝ່ທີ່ເປັນຜູ້ສືບທອດຕໍ່ໄປໄດ້ເຫັນຄວາມສຳຄັນຂອງຮີດຄອງປະເພນີອັນດີງາມຂອງລາວເຮົາ ແຕ່ບາງບ່ອນຍັງຖືເບົາເອົາງ່າຍ ເຮັດໄປພໍແລ້ວຮີດແລ້ວຄອງ ເຮັດໃຫ້ງານບຸນປະຈຳປີ ຫຼື ບຸນພະເຫວດ ໝົດຄວາມສຳຄັນໄປເທື່ອລະເລັກລະນ້ອຍນັ້ນເອງ.
ໂດຍ: ທິດໃຕ້