Thursday, November 13, 2025
Kbank Laos โอน รับ จ่าย

ການຈູດຂີ້ເຫຍື້ອເປັນອີກໜຶ່ງສາເຫດທີ່ເຮັດໃຫ້ເກີດມົນລະຜິດທາງອາກາດ

ການຈູດຂີ້ເຫຍື້ອເປັນອັນຕະລາຍແກ່ບຸກຄົນອື່ນ ບໍ່ພຽງແຕ່ກໍ່ໃຫ້ເກີດ ກິ່ນ, ລັງສີຄວາມຮ້ອນ, ມົນລະຜິດ ຈົນເປັນເຫດເຮັດໃຫ້ເປັນອັນຕະລາຍຕໍ່ສຸຂະພາບ ແກ່ຜູ້ທີ່ຢູ່ອາໄສໃນບໍລິເວນເຂດໃກ້ຄຽງ ແລະ ເປັນຕົ້ນເຫດເຮັດໃຫ້ເກີດມົນລະຜິດທາງອາກາດນຳ.

ນອກຈາກເປັນມົນລະຜິດທາງອາກາດແລ້ວ ຍັງສ້າງຄວາມເດືອດຮ້ອນໃຫ້ກັບປະຊາຊົນທີ່ຢູ່ເຂດໃກ້ຄຽງ ຈາກການສອບຖາມ ທ້າວ ຈັນ ອາຍຸ 43 ປີ ຢູ່ບ້ານສີວິໄລ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເວົ້າວ່າ: ບັນຫານີ້ຂ້ອຍເຈີມາຕະຫຼອດ ທັງທີ່ຂື້ເຫຍື້ອເຂົາເຈົ້າກໍມາເກັບທຸກທິດ ເປັນຫຍັງຈຶ່ງມີຂື້ເຫຍື້ອມາຈູດທຸກທິດ ຂ້ອຍກໍບໍ່ເຂົ້າໃຈ ເຊິ່ງມັນໄດ້ເຮັດໃຫ້ເຮົາຫາຍໃຈບໍ່ສະດວກ, ສົ່ງກິ່ນຂີວເຮັດໃຫ້ເຈັບຫົວ ແລະ ກິນເຂົ້າບໍ່ແຊບ.

ເຊິ່ງຜົນກະທົບຂອງການຖີ້ມຂີ້ເຫຍື້ອ ບໍ່ພຽງແຕ່ເຮັດໃຫ້ເບິ່ງບໍ່ສະອາດງາມຕາແລ້ວ ຍັງຜົນກະທົບຕໍ່ສະພາບແວດລ້ອມ ແລະ ສຸຂະພາບຂອງມະນຸດຫຼາຍປະການດັ່ງຕໍ່ໄປນີ້:

  • ຂີ້ເຫຍື້ອເປັນແຫ່ງເພາະພັນຂອງແມງຕ່າງໆ ແລະ ເປັນພາຫະນະນຳໂຣກ: ເນື່ອງຈາກວ່າເຊື້ອຈຸລິນຊີ ທີ່ປົນເປື້ອນມາກັບຂີ້ເຫຍື້ອ ມີໂອກາດທີ່ຈະຂະຫຍາຍພັນເພີ່ມຫຼາຍຂຶ້ນໄດ້ໄວ ເພາະຂີ້ເຫຍື້ອມີຄວາມຊຸ່ມ ແລະ ສານທີ່ຈຸລິນຊີໃຊ້ເປັນອາຫານ ຂອງແມງໄມ້ ຈະເກີດການເນົ່າເປື່ອຍເປັນແຫ່ງເພາະພັນຂອງແມງວັນ ນອກຈາກນັ້ນຂີ້ເຫຍື້ອ ທີ່ປ່ອຍຖີ້ມໄວ້ດົນ ຈະເປັນທີ່ຢູ່ອາໄສຂອງໜູ ໂດຍທີ່ໜູຈະເຂົ້າມາຂະຫຍາຍພັນໄດ້ງ່າຍ.
  • ເປັນບໍ່ເກີດຂອງໂຣກ: ເນື່ອງຈາກການເກັບມ້ຽນ ແລະ ການກຳຈັດຂີ້ເຫຍື້ອບໍ່ດີ ຫຼື ປ່ອຍປະລະເລີຍເຮັດໃຫ້ມີຂີ້ເຫຍື້ອຄ້າງໄວ້ ຈົນເປັນບໍ່ເກີດຂອງເຊື້ອໂຣກຕ່າງໆເຊັ່ນ: ຕັບອັກເສບ, ເຊື້ອໄທຟອຍ ເປັນແຫ່ງກຳເນີດ ແລະ ເປັນອາຫານຂອງສັດຕ່າງໆ ທີ່ເປັນພາຫະນະນຳໂຣກມາສູ່ຄົນເຊັ່ນ: ແມງວັນ, ແມງສາບ, ໜູເປັນຕົ້ນ.
  • ກໍ່ໃຫ້ເກີດຄວາມລຳຄານ: ເກັບມ້ຽນຂີ້ເຫຍື້ອບໍ່ໝົດ ກໍຈະເກີດເປັນກິ່ນລົບກວນ ສົ່ງກິ່ນໄປທົ່ວ ນອກຈາກນັ້ນຝຸ່ນລະອອງທີ່ເກີດຈາກການເກັບມ້ຽນ ແລະ ການກຳຈັດຂີ້ເຫຍື້ອ ກໍຍັງເປັນເຫດລຳຄານ ທີ່ມັກຈະໄດ້ຮັບການຮ້ອງຮຽນຈາກປະຊາຊົນຢູ່ສະເໝີ.
  • ກໍໃຫ້ເກີດມົນລະຜິດຕໍ່ສິ່ງແວດລ້ອມ: ຂີ້ເຫຍື້ອເຮັດໃຫ້ເກີດມົນລະພິດ ບໍ່ວ່າຈະເປັນ ດິນ, ນ້ຳ ແລະ ອາກາດ ເນື້ອງຈາກວ່າຂີ້ເຫຍື້ອທີ່ຂາດການເກັບມ້ຽນ ຫຼື ບໍ່ນຳໄປກຳຈັດໃຫ້ຖືກວິທີ ຖ້າຫາກປ່ອຍຖີ້ມຄ້າງໄວ້ ເມື່ອຝົນຕົກມາຈະເຮັດໃຫ້ຂີ້ເຫຍື້ອເກີດຄວາມຊະຊາຍ ນຳຄວາມເປີເປື້ອນ ແລະ ເຊື້ອໂຣກ ສານພິດຈາກຂີ້ເຫຍື້ອ ໄຫຼລົງສູ່ແມ່ນ້ຳ ເຮັດໃຫ້ແຫ່ງນ້ຳເກີດເນົ່າເສຍ ນອກຈາກນີ້ຍັງສົ່ງຜົນກະທົບຕໍຄຸນນະພາບຂອງດິນ.
  • ເຮັດໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບ: ຂີ້ເຫຍື້ອທີ່ຖີ້ມ ແລະ ເກັບມ້ຽນໂດຍຂາດປະສິດທິພາບ ໂດຍສະເພາະຂີ້ເຫຍື້ອທີ່ສ່ຽງຕໍ່ອັນຕະລາຍ ຖ້າຂາດການເກັບມ້ຽນທີ່ເໝາະສົມ ກໍຈະກໍ່ໃຫ້ເກີດຜົນກະທົບຕໍ່ສຸຂະພາບໄດ້ງ່າຍ.
  • ເຮັດໃຫ້ຂາດຄວາມງົດງາມຂອງສະຖານທີ່ນັ້ນ: ການເກັບຂີ້ເຫຍື້ອທີ່ດີ ຈະເຮັດໃຫ້ສັງຄົມເປັນຕາໜ້າຢູ່ຂຶ້ນ, ມີຄວາມເປັນລະບຽບຮຽບຮ້ອຍສ່ອງແສງເຖິງຄວາມຈະເລີນ ແລະ ວັດທະນະທຳຂອງຊຸມຊົນ ສະນັ້ນ ຫາກເກັບມ້ຽນບໍ່ດີຍ້ອມກໍ່ໃຫ້ເກີດຄວາມບໍ່ໜ້າຢູ່, ຂາດຄວາມງົດງາມ ແລະ ສົ່ງຜົນຕໍ່ອຸສາຫະກຳການທ່ອງທ່ຽວນຳອີກ.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.