ຊົນເຜົ່າອິວມຽນ ເປັນຊົນເຜົ່າທີ່ມີສີມືທາງດ້ານສິລະປະ ແລະ ຫັດຖະກຳເປັນຢ່າງຫຼາຍ, ຜູ້ຊາຍຊົນເຜົ່າອິວມຽນ ມີຄວາມຊ່ຽວຊານ ດ້ານການເຮັດເຄື່ອງເງິນ, ສ່ວນແມ່ຍິງ ມີສີມືດ້ານການແສ່ວຜ້າທີ່ງົດງາມ, ມີເທັກນິກການຈັບເຂັມໃນຂະນະທີ່ປັກ ແລະ ຈະໃຊ້ວິທີ່ປີ້ນເອົາທາງໜ້າຂອງຜ້າລົງ ແລ້ວຈຶ່ງແສ່ວທາງດ້ານຫຼັງຂອງຜ້າ ໂດຍຈະບໍ່ມີການພີກກັບມາເບິ່ງ ດ້ານໜ້າອີກຈົນກວ່າຜ້າແສ່ວນັ້ນຈະສຳເລັດ ຈົນກາຍມາເປັນເອກະລັກຂອງແມ່ຍິງຊົນເຜົ່າອິວມຽນ.
ຈາກການສອບຖາມ ນາງ ສີຈັນ ຊົນເຜົ່າອິວມຽນ ທີ່ມາຂາຍຜ້າ ຢູ່ໃນງານຜະລິດຕະພັນລາວ ເວົ້າວ່າ: ສຳລັບສິລະປະການສ້າງສັນລວດລາຍຂອງຊົນເຜົ່າອິວມຽນ ທີ່ຮູ້ຈັກ ແລະ ຍອມຮັບ ໃນຄວາມງາມຄືການແສ່ວລວດລາຍ, ເຊິ່ງແຕ່ລະລາຍເກີດຈາກເທັກນິກຄວາມສຳນານ ໃນການຈັບເຂັມ ດ້ວຍເທັກນິກສະເພາະຕົວ, ລວດລາຍທີ່ເກີດຂຶ້ນຈາກຜ້າແສ່ວແຕ່ລະຜືນ ມີຄວາມຮຽບຮ້ອຍງົດງາມ ແລະ ປານີດຄືກັນ ທັງທາງໜ້າ ແລະ ທາງຫຼັງ ຖືເປັນເທັກນິກສະເພາະຕົວ ທີ່ສະທ້ອນທັກສະສີມືຂອງຊົນເຜົ່າອິວມຽນ.
ສຳລັບແມ່ຍິງຊົນເຜົ່າອິວມຽນ ໂດຍທົ່ວໄປທຸກຄົນຈະຕ້ອງເລີ່ມຕົ້ນເຝິກຫັດ ແສ່ວຂັ້ນພື້ນຖານ ທີ່ເອີ້ນວ່າ: “ຫຍິ່ວ” ໝາຍເຖິງການແສ່ວເປັນເສັ້ນຊື່ ແລະ ເມື່ອສາມາດເຮັດໄດ້ຢ່າງສໍານານແລ້ວ ກໍຈະເລີ່ມສ້າງສັນລວດລາຍ ດ້ວຍເທັກນິກທີ່ນິຍົມໃຊ້ກັນຫຼາຍຂຶ້ນ ຄືການແສ່ວແບບທີ່ເອີ້ນວ່າ “ໂສ່ງທິວ”.
ການແສ່ວແບບ “ໂສ່ງທິວ” ຄືການປັກໄໝເທື່ອລະເສັ້ນ ໃຫ້ເປັນລາຍນ້ອຍໆ ປະກອບກັບການຂຶ້ນເປັນລວດລາຍຕ່າງໆເຊັ່ນ: ລາຍດອກໄມ້ເງິນ, ລາຍຄົນ, ລາຍຕີນແມວ, ລາຍແມງມູມເປັນຕົ້ນ.
ແຕ່ມາເຖິງປັດຈຸບັນນີ້ ເພື່ອຄວາມສະດວກວ່ອງໄວ ໃນການແສ່ວຜ້າ ຫຼາຍຄົນຈຶ່ງເລີ່ມຫັນມາໃຊ້ວິທີການແສ່ວໄຂວ່ຕາມຕາຂອງຜ້າ ແຕ່ຍັງຮັກສາເອກະລັກການແສ່ວ ຂອງຊົນເຜົ່າອິວມຽນໄວ້ສະເໝີ.
ການສ້າງສັນລວດລາຍ ແລະ ລັກສະນະສີມືຂອງຊົນເຜົ່າອິມມຽນ ຈຶ່ງມັກມີຄວາມກ່ຽວຂ້ອງ ແລະ ຜູກພັນກັບເລື່ອງເລົ່າກ່ຽວກັບຕຳນານສັດປ່າ ລວມເຖິງຄວາມເຊື່ອທີ່ສອດແຊກຢູ່ໃນປະເພນີວັດທະນະທຳ ປະຈຳຊົນເຜົ່າທີ່ສືບທອດກັນມາ ຕັ້ງແຕ່ສະໄໝບັນພະບູລຸດ, ປະສົມປະສານກົມກືນ ເຂົ້າກັບລວດລາຍທີ່ມາຈາກທໍາມະຊາດ, ສິ່ງແວດລ້ອມຮອບຕົວ ຕະຫຼອດຮອດ ເຖິງວິຖີຊີວິດການເປັນຢູ່ຂອງຊົນເຜົ່າອິວມຽນ ບໍ່ວ່າຈະເປັນເຂົ້າຂອງເຄື່ອງໃຊ້ໃນຄົວເຮືອນ, ພືດຜັກ, ໝາກໄມ້, ສັດປ່ານ້ອຍໃຫຍ່ ໂດຍສະເພາະເສືອ ຖືວ່າເປັນສັດປ່າທີ່ຊົນເຜົ່າອິວມຽນ ນຳເອົາລັກສະນະຕ່າງໆ ມາຈີນຕະນາການສ້າງສັນຂຶ້ນ ເປັນສິລະປະລວດລາຍເທິງຜືນຜ້າຫຼາຍທີ່ສຸດ.