Saturday, April 26, 2025
Kbank Laos โอน รับ จ่าย

ບຸນເພັງ ໂນຕະວັນ ຜູ້ສືບທອດເຂົ້າໜົມລາວລຸ້ນທີ່ 3

“ການເຮັດເຂົ້າໜົມຫວານຂາຍ ເປັນອີກອາຊີບໜຶ່ງ ທີ່ຫາລ້ຽງທຸກຄົນໃນຄອບຄົວ, ໃຫ້ມີຢູ່, ມີກິນ ແລະ ສາມາດສ້າງເນື້ອສ້າງໂຕໃຫ້ຄອບຄົວເຮົາໄດ້” ນີ້ແມ່ນຄຳເວົ້າຂອງທ່ານ ບຸນເພັງ ໂນຕະວັນ, ຜູ້ສືບທອດການເຮັດເຂົ້າໜົມລາວ ລຸ້ນທີ 3 ກ່າວຕໍ່ ອິນໄຊລາວ.

ທ່ານ ບຸນເພັງ ໂນຕະວັນ, ໄວ 52 ປີ ເຈົ້າຂອງຮ້ານເຂົ້າໜົມລາວ ບອກວ່າ: ຈຸດເລີ່ມຕົ້ນຂອງການເຮັດເຂົ້າໜົມ ແມ່ນສືບທອດກັນມາ ເປັນລຸ້ນຕໍ່ລຸ້ນ ຕັ້ງແຕ່ລຸ້ນພໍ່ຕູ້-ແມ່ຕູ້ ຈົນມາຮອດລຸ້ນປັດຈຸບັນ ເຊິ່ງເພິ່ນໄດ້ສືບທອດຕໍ່ຈາກບັນພະບູລຸດໄດ້ເປັນປີທີ 24 ແລ້ວ ເຊິ່ງຍັງຄົງສູດການເຮັດເຂົ້າໜົມທີ່ມີຣົດຊາດດັ່ງເດີມໄວ້ຢູ່.

ໃນປີ 1999 ເພິ່ນໄດ້ເລີ່ມເຂົ້າມາສືບທອດການເຮັດເຂົ້າໜົມ ໃນຕອນນັ້ນເພິ່ນເຂົ້າໃຈເລີຍວ່າ ການເຮັດເຂົ້າໜົມຫວານມັນບໍ່ແມ່ນເລື່ອງງ່າຍ ເພາະມັນຕ້ອງໄດ້ໃຊ້ເວລາ ແລະ ຄວາມລະອຽດອ່ອນພໍສົມຄວນ ກວ່າເຂົ້າໜົມຈະສຸກ ແລະ ຕ້ອງທົນກັບຄວາມຮ້ອນ ເພາະວ່າເຮົາໄດ້ໃຊ້ເຕົາຖ່ານ ແລະ ໃຊ້ຟືນ ໃນການເຮັດເຂົ້າໜົມ ເພື່ອໃຫ້ຄົງຄວາມເປັນບູຮານດັ້ງເດີມໄວ້.

ແຕ່ກ່ອນລຸ້ນພໍ່ເຖົ້າແມ່ເຖົ້າ ເພີ່ນໄດ້ເຮັດເຂົ້າໜົມ 7 ເມນູ ຄື: ເຂົ້າໝົມຕົ້ມ, ຕະໂກ້, ວຸ້ນ, ໝໍ້ແກງ, ສາຄູ, ຂົ້ວໜີ່ ແລະ ນ້ຳຫວານ, ຈາກນັ້ນ ເຮົາກໍເລີມມີການພັດທະນາ ໂດຍການເພີ່ມເມນູ ເພື່ອໃຫ້ຕອບສະໜອງກັບລູກຄ້າໃຫ້ຫຼາຍຂຶ້ນ ແຕ່ຍັງຄົງສູດດັ້ງເດີມແບບບູຮານໄວ້ຄືເກົ່າ ຈົນມາຮອດປັດຈຸບັນ ມີເມນູເຂົ້າໜົມຫວານຫຼາຍກວ່າ 20 ເມນູ ແລະ ກໍຍັງຄົງຮັກສາເມນູທີ່ເພີ່ນສ້າງມາໄວ້ຢູ່.

ທ່ານ ບຸນເພັງ ເວົ້າຕື່ມວ່າ: ທຸກເມນູທຸກສູດຂອງຮ້ານ ແມ່ນໄດ້ຄິດຄົ້ນຂຶ້ນມາເອງ, ບາງຊະນິດກໍໄດ້ປັບປຸງຫຼາຍເທື່ອ ເພື່ອຈະອອກມາເປັນເຂົ້າໜົມໃນສູດດັ້ງເດີມ ເຊິ່ງຈຸດເດັ່ນແມ່ນ ເຂົ້າໜົມທີ່ສົດໃໝ່ທຸກມື້ ເຊິ່ງໃນວັນສິນໃຫຍ່ ຫຼື ວັນທີ່ກາບໄຫວ້ບູຊາ ຈະໄດ້ຂາຍດີເປັນພິເສດ ເພາະທຸກຄົນຈະເຂົ້າມາຊື້ ເພື່ອໄປບູຊາ ແລະ ກາບໄຫວ້ເຮືອນຊານ.

ສິ່ງທີ່ເປັນແຮງຊຸກດັນໃຫ້ເຮົາ ກໍຄື ການທີ່ໄດ້ກຳລັງໃຈຈາກຄົນອ້ອມຂ້າງ ແລະ ລູກຄ້າ ທີ່ໄວ້ວາງໃຈຮ້ານເຮົາ, ທຸກຄົນທີ່ເຂົ້າມາຊື້ເຂົ້າໜົມ ແລະ ຍ້ອງຍໍ, ໃຫ້ຄຳຕິຊົມ ຈຶ່ງເຮັດໃຫ້ເຮົາມີແຮງສູ້ຕໍ່.

ປັດຈຸບັນ ເຄື່ອງຂອງລາຄາແພງ ຕົ້ນທຶນໃນການເຮັດກໍເພີ່ມຂື້ນ, ວັດຖຸດີບແຕ່ລະຢ່າງ ແມ່ນຈະໄດ້ນຳເຂົ້າ ຮ້ານເຮົາຈຶ່ງໄດ້ມີການປັບປ່ຽນລາຄາເລັກນ້ອຍ ແຕ່ກໍໃຫ້ແທດເໝາະກັບລູກຄ້ານຳ ເຊິ່ງມີລາຄາເລີ່ມຕົ້ນຢູ່ທີ່ 1,500 ກີບຕໍ່ເຂົ້າໜົມ 1 ກ້ອນ ແຕ່ຖ້າຊື້ຫຼາຍກໍຈະຫຼຸດລາຄາລົງຕື່ມ.

ປັດຈຸບັນ ຮ້ານເຂົ້າໜົມຫວານຂອງເພິ່ນ ມີ 2 ສາຂາຄື: ສາຂາທາດຫຼວງ, ເມືອງ ໄຊເສດຖາ ແລະ ສາຂາສະຫວ່າງ (ຕໍ່ໜ້າຊິ້ນດາດຟ້າໃສ), ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.