ເຈົ້າມີວິທີແນວໃດໃນການຮັກສາສິ່ງແວດລ້ອມ?

ທຳມະຊາດຄືແຫ່ງກຳເນີດ ແລະ ເປັນທີ່ເພິ່ງພາຂອງທຸກຊີວິດໃນໂລກ, ຖ້າສັບພະຍາກອນທຳມະຊາດດີ ກໍປຽບເໝືອນສົມບັດທີ່ມີຄ່າຂອງມະນຸດ, ມະນຸດທຸກຄົນ ມີສ່ວນໃນການໃຊ້ຊັບພະຍາກອນທຳມະຊາດ ດັ່ງນັ້ນ ຈຶ່ງເປັນໜ້າທີ່ຂອງທຸກຄົນເຊັ່ນກັນ ທີ່ຈະຕ້ອງອະນຸລັກຮັກສາສິ່ງແວດລ້ອມ ເຊິ່ງມື້ນີ້ ເຮົາມີໂອກາດໄດ້ສອບຖາມນັກສຶກສາ ສອງນ້ອງ ທີ່ກຳລັງສຶກສາຢູ່ຄະນະສິ່ງແວດລ້ອມ ຂອງມະຫາວິທະຍາໄລແຫ່ງຊາດ ກ່ຽວກັບການຮັກສາທຳມະຊາດແບບນັກສຶກສາສິ່ງແວດລ້ອມມາຝາກກັນ.

ນາງ ສຸກສະຫວັນ ນັກສຶກສາຄະນະສິ່ງແວດລ້ອມປີ 1 ເວົ້າວ່າ: ສຳລັບນ້ອງແລ້ວ ການອະນຸລັກຊັບພະຍາກອນທຳມະຊາດ ຄືການໃຊ້ຊັບພະຍາກອນຢ່າງມີປະສິດທິພາບ, ໄດ້ປະໂຫຍດສູງສຸດ ແລະ ໃນຄະນະດຽວກັນນັ້ນ ກໍຈະເຮັດໃຫ້ເກີດມົນລະຜິດນ້ອຍທີ່ສຸດດ້ວຍ ເພື່ອໃຫ້ມີທຳມະຊາດທີ່ດີໃຊ້ ຢ່າງຍືນຍົງຕໍ່ໄປໃນອານະຄົດ.

ເຊິ່ງເຮົາຄວນຈະເລີ່ມຕົ້ນ ຈາກການປູກຝັງຄວາມຄິດທີ່ຖືກຕ້ອງກ່ອນ ເຊັ່ນການສ້າງຮາກຖານຈິດສຳນຶກດ້ານສິ່ງແວດລ້ອມທີ່ໝັ້ນຄົງ ດ້ວຍການໃຫ້ຂໍ້ມູນຄວາມຮູ້ທີ່ຖືກຕ້ອງ ແກ່ຜູ້ຄົນທັງເຍົາວະຊົນ ແລະ ປະຊາຊົນທົ່ວໄປ ທັງໃນສະຖານທີ່ການສຶກສາຢ່າງໂຮງຮຽນ, ມະຫາວິທະຍາໄລ ລວມເຖິງລະບົບຮຽນຮູ້ອື່ນໆ ນອກຫ້ອງຮຽນ, ສົ່ງເສີມໃຫ້ຄົນມີສ່ວນຮ່ວມ ໃນການພັດທະນາສິ່ງແວດລ້ອມໃນບ່ອນທີ່ຕົນເອງອາໄສຢູ່.

ສ່ວນທ້າວ ຈັນທະຈອນ ນັກສຶກສາປີ 4 ຄະນະສິ່ງແວດລ້ອມເວົ້າວ່າ: ສຳລັັບນ້ອງແລ້ວ ການນຳໃຊ້ວັດສະດຸທົດແທນ ວັດສະດຸທີ່ເປັນມົນລະຜິດ, ສິ່ງຂອງບາງຢ່າງສ້າງມົນລະພາວະໃຫ້ກັບສິ່ງແວດລ້ອມ ຫຼື ເຮັດໃຫ້ເກີດການສິ້ນເປືອງ ເຊິ່ງເຮົາສາມາດໃຊ້ສິ່ງຂອງຊະນິດອື່ນໆທົດແທນໄດ້, ນອກຈາກນີ້ ການປູກຕົ້ນໄມ້ກໍເປັນການທົດແທນ ຕົ້ນໄມ້ທີ່ຖືກທຳລາຍໄປ, ການປູກຕົ້ນໄມ້ຈະສ້າງໃຫ້ອາກາດມີຄວາມປອດໂປ່ງບໍລິສຸດຫຼາຍຂຶ້ນ.

ເຊິ່ງໃນປັດຈຸບັນ ໂລກມີເທັກໂນ່ໂລຢີ ແລະ ງານວິໄຈກ່ຽວກັບຊັບພະຍາກອນທຳມະຊາດຢູ່ຫຼວງຫຼາຍ, ມີວິທີອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສຳຄັນທີ່ສຸດຄືການສຶກສາ ໂດຍສະເພາະຊັບພະຍາກອນຮອບຕົວເຮົາ ເມື່ອເຂົ້າໃຈວິທີການດຳເນີນ, ຄວາມເປັນໄປ ແລະ ວິທີການຈັດການກ່ຽວກັບສິ່ງແວດລ້ອມແລ້ວ ກໍຈະຍິ່ງເຮັດໃຫ້ເຮົາຄິດ ແລະ ສາມາດປ່ຽນແປງຕົນເອງ ເພື່ອເຂົ້າສູ່ຫົນທາງແຫ່ງການອະນຸລັກຮັກສາ ຊັບພະຍາກອນທຳມະຊາດໃຫ້ດີຂຶ້ນ.

ເພາະທຳມະຊາດເຊື່ອມໂຍງກັບທຸກຊີວິດ, ການທີ່ເຮົາລະເລີຍການອະນຸລັກຮັກສາ ຈຶ່ງປຽບເໜືອນການທຳລາຍອີກຫຼາກຫຼາຍຊີວິດໃນອານະຄົດ ດັ່ງນັ້ນການອະນຸລັກຮັກສາ ຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບຂອງທຸກຄົນທີ່ຕ້ອງຊ່ວຍກັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...