“ຜາທໍ່ໜໍ່ຄຳ” ມິ່ງຂວັນຊາວເມືອງເຟືອງ

ຜາທໍ່ໜໍ່ຄຳ ເປັນຜາຫີນປູນທີ່ຕັ້ງສະຫງ່າຢູ່ຈຸດໃຈກາງເມືອງເຟືອງ ແຂວງວຽງຈັນ ສປປລາວ ພູຜາໜ່ວຍນີ້ແມ່ນຕັ້ງໂດດດ່ຽວ ເຊິ່ງມີຮູບຮ່າງເປັນເອກະລັກສະເພາະບົ່ງບອກຮູບຮ່າງສັນຖານຂອງເມືອງເຟືອງ, ປຽບດັ່ງສຽງເພງສາມໝື່ນເມືອງເຟືອງ ທີ່ມີຊື່ສຽງໂດ່ງດັງຢູ່ລາວ ໄດ້ເຮັດໃຫ້ຜາທໍ່ໜໍ່ຄຳ ເປັນມີ່ງຂວັນຂອງເມືອງ.

ຜາທໍ່ໜໍ່ຄຳຕັ້ງຢູ່ບ້ານ ນາແຍງ ເມືອງເຟືອງ ແຂວງວຽງຈັນ ຫ່າງຈາກຕົວເມືອງປະມານ 3 km ແລະຫ່າງຈາກທາງຫຼວງ 800 m ເປັນແຫຼງທ່ອງທ່ຽວທາງດ້ານທຳມະຊາດ ທີ່ຍັງບໍ່ທັນໄດ້ຮັບການພັດທະນາ ແລະ ຍັງບໍ່ທັນໄດ້ເປີດໃຫ້ບໍລິການ ແຫຼ່ງທ່ອງທ່ຽວແຫ່ງນີ້ ໄດ້ສຳຫຼວດໃນເດືອນ ກໍລະກົດ ປີ 2011 ແລະ ມີແຜນພັດທະນາໃນປີ 2011-2015.

ນອກຈາກລັກສະນະທີ່ເປັນເອກະລັກສະເພາະແລ້ວຜາທໍ່ໜໍ່ຄຳໄດ້ເຊື່ອງຊ້ອນ ຄວາມລືກລັບທີ່ຍັງບໍ່ທັນມີໃຜໄດ້ຮູ້, ວ່າໜ້າຜາເມືອເຮົາແນມເບີ່ງຈາກບ້ານນາຖົ່ວ, ນາແຍງ ຈະເປັ່ງປະກາຍ ສີຄຳຢູ່ຫຼາຍຈຸດ ແຕ່ມີຈຸດໜຶ່ງຈຸດດຽວທີ່ເປັ່ງປະກາຍຊັດເຈນກວ່າຈຸດອື່ນໆ ເຊິ່ງປະຊາຊົນໃນທ່ອງຖີ່ນ ມີຄວາມເຊື່ອວ່າ ນັ້ນຄືຄຳທີ່ມີຄຸນຄ່າມະຫາສານ ເຂົາເຈົ້າເອີ້ນຈຸດດັ່ງກ່າວວ່າ: ໜໍ່ຄຳ ຍ້ອນມີລັກສະນະເປັນທ່ອນກົມ ແລະ ແຍກເປັນສອງຍອດ ເຊີ່ງເປັນສ່ວນໜຶ່ງຂອງຊື່ຜາ ທີ່ເອີ່ນວ່າ: ຜາທໍ່ໜໍ່ຄຳ.

ມີເລື່ອງເລົ່າລືກັນມາຈາກສັດຕະວັດທີ່ 14 ກ່ຽວກັບການຄົ້ນຫາ(ລ່າ)ສົມບັດໃນເວລານັ້ນ ທີ່ໄດ້ກ່າວມາແລ້ວຍັງມີເລື້ອງລາວອື່ນໆອີກໃນລະຫວ່າງປີ 1964-1965 ມີຄົນຈຳນວນໜຶ່ງໄດ້ຄົ້ນຄວ້າໂດຍການຂື້ນເທິງຈອມຜາແລ້ວຢ່ອນໂຕລົງດ້ວຍເຊືອກລົງມາຕາມໜ້າຜາແຕ່ພໍມາຮອດບ່ອນທີ່ຄິດວ່າມີຄຳ ກໍລົງໄປບໍ່ໄດ້ເພາະເປັນຫີນຜາຊັນ ຢ່ອນໂຕເບີ່ງກໍເຫັນບໍ່ຈະແຈ້ງ ຍ້ອນໜໍ່ຄຳນັ້ນຢູ່ຫ່າງຈາກໜ້າຜາຫຼາຍເຕີບ ເລື່ອງຕ່າງໆນີ້ມີສ່ວນເຮັດໃຫ້ໜໍ່ຄຳມີຄວາມລືກລັບຂຶ້ນອີກ.

ຕາມການເລົ່າລືມາແຕ່ບູຮານນະການວ່າ ມີນົກອິນຊີໃຫຍ່ໂຕໜຶ່ງມາຈັບຜາທີ1 ຜານັ້ນເລີຍທໍ່ລົງ(ຕໍ່າລົງໆ)ເຂົາເຈົ້າເລີຍເອີ້ນວ່າ ຜາທໍ່ ຫຼືຜາທໍ່ໜໍ່ຄຳ ຈົນມາເຖິງປະຈຸບັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...