Saturday, November 15, 2025
Kbank Laos โอน รับ จ่าย

ຮູ້ບໍ່ວ່າ! ວັນມາຄະບູຊາຂອງບາງປະເທດ ບໍ່ແມ່ນວັນດຽວກັນກັບປະເທດລາວ

ວັນມາຄະບູຊາ ເປັນວັນສຳຄັນຂອງວຊາວພຸດ ເຊິ່ງສາເຫດທີ່ຫຼາຍປະເທດມີວັນດັ່ງກ່າວບໍ່ຄືກັບປະເທດລາວ ເນື່ອງຈາກວ່າ ເຮົານັບວັນ ຫຼື ນັບປະຕິທິນຕ່າງກັນນັ້ນເອງ ປະເທດລາວເຮົາຈະນັບວັນຕາມປະຕິທິນສຸລິຍະຄາດ ເຊິ່ງຂຶ້ນ 15 ຄໍ່າເດືອນ 3 ລາວ ປີນີ້ແມ່ນຖືກວັນທີ 5 ກຸມພາ ແຕ່ປະເທດໄທນັບວັນຕາມປະຕິທິນຈັນທະຄາດ ຈະມີການນັບວັນທີແຕກຕ່າງກັນເຮັດໃຫ້ວັນມາຄະບູຊາຂອງໄທໃນປີນີ້ແມ່ນວັນທີ 6 ມີນາ (ຖ້າປີໃດປິຕິທິນໄທ ມີເດືອນອະຣິກກະມາດ ຄືມີ 8 ເດືອນສອງເທື່ອ ຫຼື ປີອາຣິກກະມາດ ກໍຈະເລື່ອນວັນມາຄະບູຊາໄປປະມານໜຶ່ງເດືອນທຽບໃສ່ກັບຂອງປະເທດລາວ.

ວັນມາຄະບູຊາມີໝາຍຄວາມວ່າ ການບູຊາພຣະໃນວັນເພັງເດືອນມາຄະ ຫລື ເດືອນສາມ ວັນຂຶ້ນ 15 ຄໍ່າ ເດືອນສາມລາວ ເຊິ່ງເປັນວັນສຳຄັນວັນໜຶ່ງຂອງພຸທທະສາສະໜາ ເນື່ອງຈາກມີເຫດການທີ່ສຳຄັນເກີດຂຶ້ນເມື່ອ 2500 ກວ່າປີມາແລ້ວ ຄື ພຣະສັມມາສັມພຸທທະເຈົ້າ ຊົງສະແດງ ໂອວາທປະຕິໂມກ ທ່າມກາງທີ່ປະຊຸມມະຫາສັງຄະສັນນິບາຕຄັ້ງໃຫຍ່ ເພື່ອໃຫ້ພຣະສົງຄ໌ ນຳໄປປະພຶດ ປະຕິບັດ ເພື່ອສືບຕໍ່ພຣະພຸທທະສາສນາໃຫ້ຈະເຣີນຮຸ່ງເຮືອງຕໍ່ໄປ.

ໃນວັນນີ້ເອງໄດ້ມີເຫດການ ເກີດຂຶ້ນຢ່າງໜ້າ ອັສຈັນ ສີ່ປະການ ຫລື ຈະເອີ້ນວັນນີ້ອີກຢ່າງໜຶ່ງວ່າ ວັນຈາຕຸຣົງສັນນິບາຕ ຄືວັນທີ່ມີການປະຊຸມພ້ອມດ້ວຍອົງຄ໌ສີ່. ເຫດການພິເສດທີ່ເກີດຂຶ້ນໃນວັນນີ້ມີຄື:

  • ວັນນັ້ນ ເປັນວັນຂຶ້ນ 15 ຄໍ່າ ເດືອນສາມ(ພະຈັນເຕັມດວງ).
  • ພຣະສົງຈຳນວນ 1.250 ອົງ ມາປະຊຸມຮ່ວມກັນໂດຍບໍ່ໄດ້ນັດຫມາຍ(ບໍ່ໄດ້ບອກເລົ່າກັນມາກ່ອນ).
  • ພຣະສົງທັງຫມົດລ້ວນແຕ່ໄດ້ຮັບການອຸປະສົມບົດ(ບວດ)ໂດຍກົງຈາກພຣະພຸດທະເຈົ້າ.
  • ພຣະສົງທັງຫມົດລ້ວນແຕ່ເປັນພຣະອໍລະຫັນ (ຊົງອະພິນຍາ).

ນອກຈາກໄທແລ້ວ ຍັງມີອີກປະເທດໜຶ່ງທີ່ແຕກຕ່າງກໍຄືປະເທດມຽນມາ ທຳນຽມປະຕິບັດໃນວັນມາຄະບູຊາຂອງມຽນມາ ຈະແຕກຕ່າງຈາກຂອງລາວ ຢ່າງເຫັນໄດ້ຊັດເຈນເປັນພິເສດ ເຊິ່ງວັນດັ່ງກ່າວມຽນມາເອີ້ນວ່າ ວັນສັງຂະ ຫຼື ວັນເພັນເດືອນຕະບອງ TABAUNG ເປັນຊື່ເອີ້ນເດືອນສຸດທ້າຍຕາມປະຕິທິນຈັນທະຄາດຂອງມຽນມາ, ໂດຍລັດຖະບານປະກາດໃຫ້ວັນສັງຂະ ເປັນວັນຢຸດລັດຖະການເຮັດໃຫ້ໃນວັນສຳຄັນນີ້ ຊາວພຸດສາມາດອອກມາປະຕິບັດກິດຈະກຳທາງສາສະໜາໄດ້ຢ່າງເຕັມທີ່ ເຖິງຢ່າງໃດກໍຕາມຕາມທຳນຽມຂອງຄົນມຽນມາ ການສະເຫຼີມສະຫຼອງຂອງວັນມາຄະບູຊາ ຈະຈັັດຂຶ້ນຢ່າງຍິ່ງໃຫຍ່ ທີ່ຊະເວດາກອງ ພະເຈດີທອງຄຳ ກາງນະຄອນຢາງກຸ້ງ ເມືອງຫຼວງເກົ່າແກ່ຂອງມຽນມາ ລວງໜ້າກ່ອນວັນເພັນເດືອນຕະບອງເຖິງ 15 ວັນ ໂດຍເທດສະການສະເຫຼີມສະຫຼອງນີ້ຈະເລີ່ມຂື້ນຕັ້ງແຕ່ວັນຂຶ້ນ 1 ຄໍ່າເດືອນຕະບອງ ໄປຈົນຮອດ ວັນຂຶ້ນ 15 ຄໍ່າເຊິ່ງເປັນວັນມາຄະບູຊາ.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.