ເຈົ້າຢາກບອກຫຍັງກັບແມ່? ໃນວັນແມ່ປີນີ້

ວັນແມ່ກໍໝູນວຽນມາເຖິງອີກວາລະໜຶ່ງແລ້ວ ແຕ່ກໍຍັງມີອີກຫຼາຍໆຄົນທີ່ບໍ່ກ້າສະແດງຄວາມຮັກອອກໃຫ້ແມ່ຮັບຮູ້ ໃນວັນທົ່ວໆໄປ ແຕ່ການສະແດງຄວາມຮັກຂອງແຕ່ລະຄົນກໍມີຄວາມແຕກຕ່າງກັນອອກໄປວ່າຈະສະແດງໃນຮູບແບບໃດ ແລ້ວໃນວັນແມ່ປີນີ້ເດ່ ເຈົ້າຢາກບອກຫຍັງກັບແມ່ເຈົ້າ.

ມື້ນີ້ເຮົາມີໂອກາດໄດ້ສອບຖາມ ນ້ອງ ຂັນໄຊ ແຖມພູຄຳ ແລະ ນ້ອງ ກັນຍາລັດ ແຊ່ຈ້າວ ວ່າເພີ່ນຢາກບອກຫຍັງກັບແມ່ໃນວັນແມ່ປີນີ້ໄປເບິ່ງນຳກັນເລີຍ.

ນາງ ກັນຍາລັດ ຫຼື ແປ້ງ ເວົ້າວ່າ: ຕັ້ງແຕ່ນ້ອຍຈົນໃຫຍ່ ແປ້ງເປັນຄົນໜື່ງທີ່ບໍ່ຄ່ອຍບອກຮັກແມ່ເລີຍ ເພາະເປັນຄົນທີ່ບໍ່ຊ່າງສະແດງອອກ ໃນເລື່ອງພວກນີ້ປານໃດ ຈະຮູ້ສຶກເຂີນອາຍ ທຸກຄັ້ງທີ່ຄິດຢາກເວົ້າ ແຕ່ໃນທາງກົງກັນຂ້າມ ອີກມູມມອງໜື່ງ ທຸກຄັ້ງທີ່ເຮົາມີບັນຫາ ຫຼື ບາງຄັ້ງເຖີງເຮົາບໍ່ສະບາຍເລັກໆນ້ອຍໆເຮົາຈະຮູ້ສຶກໄດ້ວ່າຄົນທີ່ເປັນຫ່ວງເຮົາທີ່ສຸດເລີຍກໍຄື “ແມ່”, ຕອນຍັງນ້ອຍແມ່ມັກຈະບອກໃຫ້ເຮົາເຮັດແນວນັ້ນ ແນວນີ້ມັນຈະດີ ບາງຄັ້ງເຮົາກາຖຽງເພາະຮູ້ສຶກວ່າເປັນຫຍັງຕ້ອງບອກເຮົາເຮັດໃນສິ່ງທີ່ບໍ່ມັກ ແຕ່ເມື່ອເຮົາເຕີບໃຫຍ່ໄດ້ອອກໄປໃຊ້ຊີວິດຢູ່ໄກຈາກບ້ານ, ໄປຮຽນຕໍ່ ກໍຮູ້ສຶກຄິດຮອດແມ່ຫຼາຍ ຢາກໄດ້ຍິນສຽງແມ່ ແມ້ແຕ່ຄຳດ່າຈັກບາງຄຳກໍຍັງດີ, ຫຼັງຈາກນັ້ນ ເວລາກັບມາຫາແມ່ທຸກຄັ້ງ ຈຶ່ງພະຍາຍາມຟັງແມ່ຫຼາຍຂຶ້ນ ເພາະເຂົ້າໃຈແລ້ວທຸກສິ່ງທີ່ເພິ່ນເວົ້າມາແມ່ນຄວາມຫວັງດີ ຢາກໃຫ້ລູກໄດດີທັ້ງນັ້ນ (ເຖີງບາງຄັ້ງຈະຍັງຖຽງແມ່ຢູ່ໜ້ອຍໜຶ່ງກໍຕາມ).

ເນື່ອງໃນໂອກາດວັນແມ່ປີນີ້ ກໍຢາກບອກແມ່ວ່າລູກຮັກແມ່ເດີ ເຖິງຈະເປັນຄົນທີ່ບໍ່ຄ່ອຍສະແດງຄວາມຮູ້ສຶກອອກມາ ແຕ່ທຸກຢ່າງທີ່ເຮົາກຳລັງພະຍາຍາມເຮັດ ຫຼື ປະສົບຄວາມສຳເລັດມາແລ້ວກໍຕາມ ເຮົາພຽງຢາກໃຫ້ແມ່ພູມໃຈໃນຕົວລູກຄົນນີ້.

ທ້າວ ຂັນໄຊ ເວົ້າວ່າ: ວັນແມ່ປີນີ້ກະຢາກບອກວ່າ ແມ່ເປັນຄົນໜຶ່ງທີ່ໃຫ້ກຳລັງໃຈ, ໃຫ້ພະລັງບວກກັບເຮົາຕະຫລອດ ໃຫ້ເຮົາໄດ້ສູ້ຕໍ່ໄປ ບໍ່ວ່າຈະໃນຍາມໃດ ໂດຍສະເພາະຊ່ວງການປະກວດອອກແບບຊຸດຕ່າງໆ ເຖິງແມ່ຈະບໍ່ໄດ້ມີທຶນທີ່ຈະຊັບພອດເຮົາໄດ້ເຕັມທີ່ ແຕ່ແມ່ກໍຍັງຊ່ວຍເຮົາເຕັມທີ່ ໃຫ້ເຮົາໄດ້ເຮັດຕາມຄວາມຝັນ ສຸດທ້າຍກໍຢາກບອກແມ່ວ່າຮັກແມ່ທີ່ສຸດ ຢາກໃຫ້ແມ່ໄດ້ມີຄວາມສຸກ ແລະ ຢາກໃຫ້ແມ່ໄດ້ສະບາຍ ເປັນແມ່ທີ່ຄອຍຢູ່ນຳລູກຕະຫລອດໄປ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...