“ເຮັດວຽກ 4 ມື້ຕໍ່ອາທິດ” ຈະເຮັດໃຫ້ວຽກມີປະສິດທິພາບ ຊ່ວຍຫຼຸດຜ່ອນການລາອອກຂອງພະນັກງານ.

ຜົນການວິໃຈ ຈາກກຸ່ມ Autonomy ຮ່ວມກັບ ນັກວິໃຈຈາກມະຫາວິທະຍາໄລ Boston College ແລະ University of Cambridge ຂອງປະເທດອັງກິດ ພາຍໃຕ້ແນວຄິດ “4 Day Week Global” ໄດ້ໃຫ້ຮູ້ວ່າ: ມີຫຼາຍບໍລິສັດໄດ້ເຂົ້າຮ່ວມເຮັດການທົດລອງປະມານ 3 ພັນຄົນ ໃນນັ້ນພົບວ່າມີ 15% ມັກການເຮັດວຽກ 4 ມື້/ອາທິດ.

ຈາກຜົນການສຳຫຼວດ ເຮັດວຽກ 4 ມື້/ອາທິດໄດ້ຜົນແທ້ ເພາະພະນັກງານໄດ້ເຮັດວຽກໜ້ອຍລົງ 1 ວັນ ແຕ່ຜົນໄດ້ຮັບຈາກການເຮັດວຽກ ມີປະສິດທິພາບ ຫຼາຍກວ່າການເຮັດວຽກ 5-6 ວັນ/ອາທິດ (ເງິນເດືອນສໍ່າເກົ່າ).

ໄອເດຍການເຮັດວຽກຮູບແບບໃໝ່ ທີ່ຫຼຸດເວລາຈາກປົກກະຕິ ມາເປັນ 4 ມື້/ອາທິດ, ໂດຍເຊື່ອວ່າ: ໄອເດຍດັ່ງກ່າວ ຈະຊ່ວຍໃຫ້ພະນັກງານມີຄວາມຫ້າວຫັນໃນການເຮັດວຽກຫຼາຍຂຶ້ນ, ມີປະລິມານວຽກເພີ່ມຂຶ້ນ, ຄຸນນະພາບວຽກກໍ່ໄດ້ດີຂຶ້ນ ແລະ ພະນັກງານມີສຸຂະພາບແຂງແຮງດີ ຫາກທຽບໃສ່ກັບເມື່ອກ່ອນ.

ສ່ວນກໍລະນີ້, ຖ້າຢາກໃຫ້ພະນັກງານເຮັດວຽກ 5-6 ມື້/ອາທິດ ບໍລິສັດຕ້ອງຈ່າຍຄ່າແຮງງານເພີ່ມຂຶ້ນ 26-50% ໂດຍມີພະນັກງານ 1 ໃນ 3 ບອກວ່າ: ຖ້າເງິນເພີ່ມຂຶ້ນ ກໍ່ຈະເປັນຈຸດດຶງດູດເຮັດໃຫ້ຄົນເຮັດວຽກຫຼາຍຂຶ້ນ.

ຜົນການທົດລອງ 6 ເດືອນຜ່ານໄປ ພະນັກງານທີ່ເຂົ້າຮ່ວມ ໄດ້ເຮັດລາຍງານປະໂຫຍດກ່ຽວກັບໂຄງການນີ້ວ່າ:

1) ພະນັກງານ ມີການນອນຢ່າງພຽງພໍ ແລະ ມີສຸຂະພາບດີຂຶ້ນ;
2) ຫຼຸດລະດັບຄວາມຄຽດ, ຄວາມກັງວົນໜ້ອຍລົງ;
3) ຊີວິດສ່ວນຕົວສົມບູນ ແລະ ສຸຂະພາບຈິດດີຂຶ້ນ;
4) ມີໄອເດຍໃໝ່ໆ ເຮັດໃຫ້ວຽກທີ່ມອບໝາຍສໍາເລັດກ່ອນເວລາ;
5) ລາຍໄດ້ຂອງບໍລິສັດເພີ່ມຂຶ້ນ ສະເລ່ຍ 35% ເມື່ອທຽບກັບໄລຍະດຽວກັນ;
6) ການລາອອກຂອງພະນັກງານໃນບໍລິສັດຫຼຸດລົງ.

ກຸ່ມນັກວິໄຈດັ່ງກ່າວ ກຳລັງປະສານງານເພື່ອສະເໜີແນວຄິດດັ່ງກ່າວໃຫ້ຂະຫຍາຍອອກໄປທົ່ວໂລກເພື່ອກະຕຸ້ນໃຫ້ບັນດາບໍລິສັດຕ່າງໆ ປ່ຽນຈາກການເຮັດວຽກແບບມາດຕະຖານ 40 ຊົ່ວໂມງຕໍ່ອາທິດ ມາເປັນ 32 ຊົ່ວໂມງຕໍ່ອາທິດໂດຍມຫ້ລູດຈ້າງໄດ້ຮັບຄ່າຈ້າງແລະສະຫວັດດີການເທົ່າເດີມ.

ຂໍ້ມູນຈາກ: washingtonpost

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...