Sunday, November 2, 2025
Kbank Laos โอน รับ จ่าย

ສູນນະວັດຕະກຳຊໍາຊຸງ ເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດ

ຊຳຊຸງ ເປີດຕົວ “ສູນນະວັດຕະກຳ” ຫຼື “Samsung Innovation Campus” ທີ່ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ແຫ່ງທຳອິດ, ໂດຍແມ່ນໜຶ່ງໃນໂຄງການເພື່ອສັງຄົມທີ່ຖືກຈັດຂຶ້ນທົ່ວໂລກທັງໃນອາເມລິກາ, ເອີຣົບ ແລະ ອາຊີ, ລວມເຖິງ ສປປ ລາວ ເພື່ອເສີມຂະຫຍາຍຄວາມຮູ້ກ່ຽວກັບນະວັດຕະກຳເຕັກໂນໂລຊີໃຫ້ຊາວໜຸ່ມລາວ. ການລິເລີ່ມໂຄງການດັ່ງກ່າວແມ່ນເປັນສັກຂີພິຍານໂດຍທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ປະທານ ດ້ານການພົວພັນອົງກອນ ຂອງ ຊຳຊຸງ ອີເລັກໂທຣນິກສ໌ ໃນລະຫວ່າງພິທີເຊັນບົດບັນທຶກຂໍ້ຕົກລົງ ທີ່ມະຫາວິທະຍາໄລແຫ່ງຊາດ, ສປປ ລາວ.

ທ່ານ Seunghee Park, ປະທານ ດ້ານການພົວພັນອົງກອນ ຂອງ ຊຳຊຸງ ອີເລັກໂທຣນິກສ໌ ໄດ້ກ່າວວ່າ: ໃນປີ 2023 ນີ້, ພວກເຮົາກໍາລັງເປີດຕົວໂຄງການ “ສູນນະວັດຕະກຳຊໍາຊຸງ” ຫຼື ”Samsung Innovation Campus” ແຫ່ງທໍາອິດ, ໂດຍມີຈຸດປະສົງເພື່ອກຽມຄວາມພ້ອມໃຫ້ນັກຮຽນໃນຂອບເຂດທົ່ວປະເທດ ໃຫ້ທັກສະທີ່ສາມາດນຳໃຊ້ໄດ້ໃນຕົວຈິງ ແລະ ມີຄວາມເຂົ້າໃຈກ່ຽວກັບເຕັກໂນໂລຊີລຸ້ນໄໝ່ທີ່ຈະຊ່ວຍສົ່ງເສີມອະນາຄົດຂອງພວກເຂົາ. ພວກເຮົາມີການຮ່ວມມືກັບ ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ ເພື່ອສ້າງສູນດັ່ງກ່າວຂຶ້ນ, ພ້ອມດ້ວຍພື້ນຖານໂຄງລ່າງ, ເຄື່ອງມື, ເຟີນິເຈີ, ການດຳເນີນການ, ລວມໄປເຖິງການພັດທະນາຫຼັກສູດສໍາລັບນັກສຶກສາ ເພື່ອໃຫ້ແນ່ໃຈວ່າ ໂຄງການນີ້ຈະສາມາດເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈທາງດ້ານດິຈິຕອລຂອງຊາວໜຸ່ມລາວ, ສົ່ງເສີມຄົນລຸ້ນຕໍ່ໆໄປເພື່ອການພັດທະນາຂອງ ສປປ ລາວ. ພິທີເຊັນບົດບັນທຶກຂໍ້ຕົກລົງລະຫວ່າງຄະນະວິທະຍາສາດທຳມະຊາດ ກັບ ບໍລິສັດ ຊໍາຊຸງ ມື້ນີ້ ແມ່ນເປັນຂີດໝາຍໃນການລິເລີ່ມໂຄງການດັ່ງກ່າວຢ່າງເປັນທາງການ. ພວກເຮົາຂໍຂອບໃຈກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລແຫ່ງຊາດລາວ ທີ່ໃຫ້ການສະໜັບສະໜູນທຸກຢ່າງເພື່ອເຮັດໃຫ້ໂຄງການນີ້ເກີດຂຶ້ນໄດ້ຢ່າງລາບລື່ນ ແລະ ປະສົບຜົນສຳເລັດ.

ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ, ທ່ານ Yung Soo Jung ໄດ້ເນັ້ນໜັກເຖິງ ຄວາມສໍາພັນລະຫວ່າງ ສ.ເກົາຫຼີ ແລະ ສປປ ລາວ ແມ່ນນັບມື້ນັບມີຄວາມເຂັ້ມແຂງໃນທຸກໆຂະແໜງການ. “ຂ້າພະເຈົ້າ ມີຄວາມຕື່ນເຕັ້ນ ແລະ ຍິນດີຫຼາຍຕໍ່ກັບງານໃນຄັ້ງນີ້. ປະເທດລາວ, ຖືປະເທດທີ່ມີປະຊາກອນໜຸ່ມທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແລະ ເຕັມໄປດ້ວຍທ່າແຮງດ້ານນະວັດຕະກຳ. ດັ່ງນັ້ນ, ພວກເຮົາສາມາດເວົ້າໄດ້ວ່າ ມັນມີຄວາມເປັນໄປໄດ້ສຳລັບແນວຄວາມຄິດແບບໃໝ່ໆ. ໃນປະເທດລາວ, Samsung ກໍາລັງວາງແຜນທີ່ຈະສະໜອງຫຼັກສູດກ່ຽວກັບການຂຽນລະຫັດ ແລະ ການຂຽນໂປຼແກຼມໃຫ້ແກ່ນັກສຶກສາ 30 ຄົນຂອງມະຫາວິທະຍາໄລແຫ່ງຊາດໃນປີ 2023 ນີ້. ໂດຍການຖ່າຍທອດຄວາມຮູ້ ແລະ ປະສົບການກ່ຽວກັບ ITC, ຊໍາຊຸງ ມຸ່ງຫວັງທີ່ຈະເປັນສ່ວນໜຶ່ງທີ່ສຳຄັນໃນການສ້າງຜູ້ຊຽວຊານດ້ານໄອທີຊາວລາວ. ຂ້າພະ​ເຈົ້າ​ຫວັງ​ວ່າໃນ​ອະນາຄົດ​ອັນ​ໃກ້​ນີ້, ຜູ້​ຊ່ຽວຊານ​ໄວໜຸ່ມນ້ອຍ ​ຂອງ ສ.​ເກົາຫຼີ ​ແລະ ສປປ ລາວ, ຈະ​ສາມັກຄີກັນນຳເອົາ​ການ​ປ່ຽນ​ແປງໃນທາງທີ່ດີມາສູ່​ປະ​ຊາ​ຊົນ​ລາວ.”

ພະນະທ່ານ ຮສ ປອ ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ ສະແດງຄວາມຮູ້ບຸນຄຸນ ແລະ ຄວາມຍິນດີ ໃນການເປີດໂຄງການລະດັບຊາດ ເປັນຄັ້ງທໍາອິດ. “ຂ້າພະເຈົ້າຮູ້ສຶກເປັນກຽດແລະພູມໃຈ ທີ່ໄດ້ຮັບການເຊື້ອເຊີນຈາກ ມະຫາວິທະຍາໄລແຫ່ງຊາດ ແລະ ບໍລິສັດ ຊໍາຊຸງ ໃຫ້ໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຂໍ້ຕົກລົງໃນການຮ່ວມມືສ້າງ ສູນນະວັດຕະກຳຊໍາຊຸງໃນຄັ້ງນີ້. ການສ້າງສູນດັ່ງກ່າວຖືເປັນການລິເລີ່ມ ແລະ ບາດກ້າວທີ່ສຳຄັນໃນການຖ່າຍທອດຄວາມຮູ້ຂັ້ນສູງຈາກປະສົບການຂອງຊໍາຊຸງໃຫ້ແກ່ນັກຮຽນນັກສຶກສາລາວເຮົາ, ເພື່ອໃຫ້ພວກເຂົາສາມາດເຂົ້າເຖິງຄວາມຮູ້ການນຳໃຊ້ຕົວຈິງ ແລະ ນຳໄປພັດທະນາເສັ້ນທາງສາຍອາຊີບຂອງພວກເຂົາໃນອະນາຄົດ.”

ໃນລະຫວ່າງພິທີດັ່ງກ່າວ, ຊຳຊຸງ ຍັງໄດ້ກ່າວເຖິງທ່າແຮງ ແລະ ຄວາມເຂັ້ມແຂງຂອງ ເມືອງປູຊານ ໃນການເປັນເຈົ້າພາບຈັດງານ World Expo 2030 ພາຍໃຕ້ຄຳຂວັນ “Transforming Our World, Navigating towards a Better Future” ເຊັ່ນກັນ.

ບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເປັນໜຶ່ງໃນຄະນະກໍາມະການ ໃນການຄັດເລືອກໃນງານ World Expo 2030 ທີ່ ປູຊານ, ສະໜັບສະໜູນ ສ. ເກົາຫຼີ ໃນການເປັນເຈົ້າພາບງານ World Expo 2030 ໃນຖານະພາກສ່ວນເອກະຊົນ. ເຊິ່ງງານໃນຄັ້ງນີ້ຈະມີບົດບາດສໍາຄັນໃນການເຮັດໃຫ້ຜູ້ຄົນສາມາດເຂົ້າເຖິງເຕັກໂນໂລຊີ ແລະ ນະວັດຕະກໍາຊັ້ນນໍາຫຼາຍຍິ່ງຂຶ້ນ.  

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.