Tuesday, March 18, 2025

ວິທີ​ທຳຄວາມສະອາດພະພຸດທະຮູບ

ປີໃໝ່ລາວປີນີ້ ໃຜທີ່ຕ້ອງການອະນາໄມເຮືອນ ຫຼື ທຳຄວາມສະອາດພຣະພຸດທະຮູບ ຕ້ອງເບິ່ງ! ເພື່ອທີ່ຈະໃຫ້ຖືກກັບຂັ້ນຕອນ ປິເພນີ ແລະ ຄວາມເຊື່ອ ຕ້ອງປະຕິບັດແນວໃດ? ມື້ນີ້ເຮົາຈະມາບອກວິທີໃນການທຳຄວາມສະອາດພະພຸດທະຮູບ ໄປເບິ່ງນໍາກັນເລີຍ.

ເລີ່ມຕົ້ນ​ຈາກ​ການ​ປັດ​ຝຸ່ນ​ທຳຄວາມສະອາດພະພຸດທະຮູບ​ດ້ວຍ​ແປງ​ຂົນ​ນຸ້ມ (ສາມາດ​ຫາ​ຊື້​ໄດ້​ຈາກ​ຮ້ານ​ວັດສະ​ດຸ​ກໍ່​ສ້າງ). ຈາກ​ນັ້ນ​ປັດ​ຝຸ່ນ​ຕາມ​ມຸມ​ຕ່າງໆທີ່​ເຂົ້າ​ເຖິງ​ຍາກ ວິທີ​ນີ້​ເໝາະ​ສຳລັບ​ພຣະ​ທີ່​ປິດ​ທອງ​ ​ເພາະ​ຊ່ວຍ​ໃຫ້​ທອງ​ບໍ່​ຫຼຸດ ຫຼື ຈະ​ໃຊ້​ຜ້າ ​ຫຼື ຟອງ​ນ້ຳ​ໃໝ່​ເຊັດ​ທຳຄວາມສະອາດອົງ​ພຣະ. ຫາກ​ມີຂອບ​ຮູບ​ພຣະ​ ແມ່ນໃຫ້ໃຊ້​ຟອງ​ນ້ຳ​ຈຸບ​ນ້ຳ​ບິດ​ໝາດ​ໆ ເຊັດ​ໃຫ້​ທົ່ວ​ກໍ​ໄດ້.

ຖ້າ​ມີ​ພະ​ເຄື່ອງ​ຈຳນວນ​ຫຼາຍ​ໃຫ້​ເກັບ​ພະ​ເຄື່ອງ​ໄວ້​ຢ່າງ​ເປັນ​ລະບຽບ ສ່ວນ​ພະ​ເຄື່ອງ​ທີ່​ເກັບ​ໄວ້​ດົນ ​ອາດ​ມີ​ເຊື້ອ​ໂໝກ ຫຼື ຝ້າ​ບາງ​ໆຕາມ​ຊອກຕາມມຸມ.

ສຳລັບ​ການທຳຄວາມສະອາດນັ້ນ​ ແນະ​ນຳ​ໃຫ້​ໃຊ້​ເຂົ້າຈີ່ແຜ່ນ​ໂດຍ​ຈີກ​ສະເພາະ​ສ່ວນ​ນຸ້ມ​ໆ ຂອງ​ເຂົ້າຈີ່ແຜ່ນຕົບ​ເບົາ​ໆ ເທິງເນື້ອ​ພະ​ເຄື່ອງ. ເນື້ອ​ເຂົ້າຈີ່ແຜ່ນຈະ​ຊ່ວຍ​ຈັບ​ເຊື້ອໂໝກ ​ແລະ ​ຝຸ່ນ​ທີ່​ຕິດ​ຢູ່​ກັບ​ເນື້ອ​ພະ​ເຄື່ອງ ຫຼື ຈະ​ນຳ​ເຂົ້າຈີ່ແຜ່ນຫໍ່​ພະ​ເຄື່ອງ​ໄວ້​ ແລ້ວ​ໃຊ້​ຜ້າ​ຈຸບ​ນ້ຳ​ໝາດ​ໆ ຫໍ່​ເຂົ້າຈີ່ແຜ່ນ​ນັ້ນ​ອີກ​ຊັ້ນ​ໜຶ່ງ​ຖິ້ມ​ໄວ້ 1-2 ຄືນ ກ່ອນ​ຈະ​ນຳ​ພະ​ອອກ​ມາ​ແລ້ວ​ປັດ​ເສດ​ເຂົ້າຈີ່ແຜ່ນອອກ​ ດ້ວຍ​ແປງ ​ຫຼື ຄອດ​ຕອນ​ບັດ (ໄມ້ແຍ່ຫູແບບສຳລີ) ກ່ອນ​ຈະ​ນຳ​ໄປ​ຜຶ່ງໃຫ້​ແຫ້ງ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.