Wednesday, April 23, 2025

ປະໂຫຍດຈາກ “ຕົ້ນຄູນ” ທີ່ຫຼາຍຄົນຍັງບໍ່ຮູ້ຈັກ

ທຸກໆໜ້າຮ້ອນ  ເຮົາມັກຈະເຫັນຕົ້ນຄູນອອກດອກສີເຫຼືອງຢ່າງສວຍງາມ ຍິ່ງໃນຊ່ວງທີ່ມີການສະເຫຼີມ ສະຫຼອງ “ບຸນປີໃໝ່ລາວ” ຫຼື ກຸດສົງການ ຢູ່ຕາມສະຖານທີ່ຕ່າງໆຈະຖືກຕົບແຕ່ງດ້ວຍ “ດອກຄູນ” ເຊິ່ງບໍ່ພຽງແຕ່ເປັນການສ້າງສີສັນໃຫ້ກັບສະຖານທີ່ເທົ່ານັ້ນ, ແຕ່ຍັງເຊື່ອກັນວ່າ “ຕົ້ນຄູນ” ເປັນຕົ້ນໄມ້ມຸງຄຸນທີ່ສະແດງເຖິງຄວາມເປັນໃຫຍ່,​ຄວາມມີອຳນາດວາດສະໜາ, ມີໂຊກມີໄຊ ນອກຈາກນີ້, ຍັງມີຄວາມໜ້າສົນໃຈອີກຫຼາຍຢ່າງ ຂອງ “ຕົ້ນຄູນ” ທີ່ເຊື່ອວ່າ ມີອີກຫຼາຍຄົນທີ່ຍັງບໍ່ເຄີຍຮູ້ຈັກມາກ່ອນ.

ດອກຄູນ: ມີສານ ຄາຣ໌ທາມີດີນ (Carthamidine) ທີ່ອອກລິດຕ້ານອະນຸມູນອິດສະຫຼະ ແລະ ມີສານອອກລິດຕ້ານການອັກເສບ ແລະ ແບັກທີເຣຍ, ຊ່ວຍລໍ່ລື້ນລຳໄສ້, ປິ່ນປົວໂຣກກ່ຽວກັບກະເພາະອາຫານ ແລະ ບາດແຜຊຳເຮື້ອ ແຕ່ສ່ວນທີ່ຖືກ ບົດເປັນຜົງໃຊ້ພອກບັນເທົາອາການປວດຂໍ້ ຫຼື ເຮັດຊາໃບຄູນ ເພື່ອຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ, ແກ້ອຳມະພຶກ ອຳມະພາດໄດ້.

ນອກຈາກນີ້ ທຸກສ່ວນຂອງຕົ້ນຄູນຍັງສາມາດນຳມາເຮັດເປັນຢາໄດ້ອີກ ບໍ່ວ່າຈະເປັນ ເປືອກ, ຝັກ, ແກ່ນ, ຮາກ ແລະ ສ່ວນອື່ນໆ ໂດຍຈັດໃຫ້ເປັນສະໝຸນໄພທີ່ມີຜົນຂ້າງຄຽງທີ່ເປັນອັນຕະລາຍຕ່ຳ ຈົນສະຖາບັນບາງແຫ່ງລະບຸວ່າ ບໍ່ມີອັນຕະລາຍໆຫຍັງ.

ໄມ້ຄູນ: ເປັນໄມ້ທີ່ມີຄວາມແຂງແຮງ ສາມາດນຳມາໃຊ້ເປັນໄມ້ກໍ່ສ້າງໄດ້ ໄມ້ເສົາ, ໄມ້ຄ້ຳ ແລະ ເຟີນິເຈີຕ່າງໆ ໄດ້ດີ ບໍ່ວ່າຈະເປັນໄມ້ຄູນອາຍຸຫຼາຍທີ່ລົ້ມຕາຍແລ້ວ ກໍຍັງມີເລື່ອງເລົ່າກ່ຽວກັບການນຳມາເຮັດເປັນປະຫຼັກແຂນ ທີ່ນຳພາແຕ່ເລື່ອງມຸງຄຸນມາສູ່ຜູ້ທີ່ໄດ້ໃສ່ອີກດ້ວຍ.

ທັງນີ້,​ ໃນແງ່ຂອງຄວາມມຸງຄຸນມີຄວາມເຊື່ອອື່ນໆ ກ່ຽວກັບ “ຕົ້ນຄູນ” ອີກວ່າຄວນປູກໄວ້ຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງເຮືອນ ແລະ ຄວນປູກໃນມື້ວັນເສົາ ແລະ ຈະຍິ່ງເປັນມຸງຄຸນຂຶ້ນໄປອີກ ກໍຄວນປູກໂດຍຜູ້ຫຼັກຜູ້ໃຫຍ່ ທີ່ມີຄຸນງາມຄວາມດີ ແລະ ມີຜູ້ນັບຖື.

ຊາວມອນ ໃນປະເທດມຽນມາ ເອີ້ນຕົ້ນຄູນວ່າ: ປະກາວຊັງກຣານ (ပ္ကဴသၚ်ကြာန်) ຫຼື ດອກສົງກຣານ ເພາະມັກຈະອອກດອກໃນຊ່ວງສົງກຣານ (ປີໃໝ່ລາວ) ພໍດີ ໂດຍຊາວມອນຈະປູກຕົ້ນຄູນໄວ້ໃນເຂດທີ່ພັກອາໄສ ແລະ ນຳດອກຄູນມາປະດັບສານສົງກຣານ ຫຼື ຮ້ອຍຊັງກຣານ ເພື່ອບູຊາເທສົງກຣານ ຫຼື ຊະເມີນຊັງກຣານ ເຊິ່ງໃນປີນີ້ ປະເທດມຽນມາ ຈະເລີ່ມເທດສະການສົງກຣານກັນຕັ້ງແຕ່ວັນທີ 9 ເມສາ 2023 ເປັນຕົ້ນໄປ.

ແກ່ນຄູນ: ທີ່ມີນວນສີດຳໜຽວ ມີຣົດຫວານ ເມື່ອນຳມາປຸງເປັນຢາ ມັກຈະໃຊ້ທັງຟັກ ສາມາດເປັນຢາລະບາຍ ອອກລິດກະຕຸ້ນການເຮັດວຽກຂອງລຳໄສ້ ແລະ ບັນເທົາອາການຈຸກແໜ້ນ ແລະ ຍັງມີລາຍງານການວິໄຈວ່າ ສານທີ່ສະກັດຈາກແກ່ນຄູນ ມີລິດຊ່ວຍຫຼຸດລະດັບ ຄໍເຣສເຕີຣອລ ໃນຂະນະທີ່ຝັກແກ່ ມີສານອອກລິດທີ່ສົ່ງຜົນຕໍ່ລະບົບປະສາດຂອງແມງໄມ້ ໂດຍນຳຝັກມາບົດປະສົມກັບນ້ຳປະໄວ້ 2-3 ມື້ ແລ້ວກອງເອົາແຕ່ນ້ຳໄປສີດພົ່ນ ຈະຊ່ວຍກຳຈັດໜອນ ແລະ ແມງໄມ້ ໃນໜານຜັກໄດ້. ສ່ວນຝັກອ່ອນມີຣົດຫວານອົມສົ້ມ ໃຊ້ຂັບຂີ້ກະເທີ່ໄດ້ ແຕ່ຫຼາຍໆຄົຮບອກກົງກັນວ່າ ກິ່ນມັນບໍ່ຄ່ອຍດີປານໃດ.

ຄວາມຈິງແລ້ວ ຍັງມີປະໂຫຍດທັງດ້ານທາງຢາ, ການດຳລົງຊີວິດ ແລະ ຄວາມເຊື່ອ ກ່ຽວກັບຕົ້ນຄູນຢູ່ອີກຫຼາຍ ທັງຢູ່ໃນບ້ານເຮົາໄປຈົນຮອດປະເທດອິນເດຍ ແຕ່ບໍ່ວ່າຜູ້ໃດທີ່ຄິດຈະໃຊ້ຕົ້ນຄູນເປັນຢາ ຂໍໃຫ້ສຶກສາສັບພະຄຸນຂອງແຕ່ລະສ່ວນທີ່ນຳມາໃຊ້ໃຫ້ດີ ແລະ ໃຊ້ໃນປະລິມານທີ່ເໝາະສົມ ທີ່ສຳຄັນ ຄວນປຶກສາແພດແຜນບູຮານກ່ອນທຸກຄັ້ງ ແລະ ບໍ່ຄວນໃຊ້ກັບແມ່ຍິງທີ່ຖືພາ ແລະ ເດັກນ້ອຍ ຈະໄດ້ບໍ່ມີບັນຫາຈາກຜົນຂ້າງຄຽງທາງສຸຂະພາບອື່ນໆ ທີ່ອາດຄາດບໍ່ເຖິງໄດ້.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.