ຂໍຂອບໃຈນຳຜູ້ສະໜັບສະໜູນ

ການດື່ມແອວກໍຮໍສາມາດສ້າງຄວາມສ່ຽງຕໍ່ການເກີດອຸບັດເຫດເທິງຖະໜົນ ແລະ ສຸຂະພາບໄດ້ ໂດຍສະເພາະກັບຕັບ ຖ້າທ່ານດື່ມຫຼາຍມັນສາມາດທໍາລາຍຕັບຂອງທ່ານໄດ້ ແລະ ຍັງເປັນສາເຫດຂອງພະຍາດຕ່າງໆເຊັ່ນ: ໂລກກະດູກພຸນ, ໂລກຫຼອດເລືອດໃນສະໝອງແຕກ, ຄວາມດັນເລືອດສູງ, ແລະ ອື່ນໆ.

ການ​ດື່ມ​ແອວກໍຮໍໃຫ້ປອດໄພ ຈະຕ້ອງບໍ່​ດື່ມເກີນ​ປະລິມານ​ທີ່​ກຳນົດ ແລະ ການບໍ່ດື່ມແອວກໍຮໍເລື້ອຍໆ ເພາະມັນຈະສາມາດຫຼຸດຜ່ອນຄວາມສ່ຽງຂອງພະຍາດເຫຼົ່ານີ້ ໄດ້, ນອກນັ້ນ ການເລືອກດື່ມວາຍຈະໃຫ້ຜົນປະໂຫຍດຫຼາຍກວ່າການດື່ມເບຍ ແລະ ເຫຼົ້າ ເນື່ອງຈາກວ່າ ວາຍມີປະໂຫຍດຕໍ່ສຸຂະພາບຂອງຫົວໃຈ ແລະ ເສັ້ນເລືອດ.

ຖ້າຫາກເຈົ້າຕ້ອງການດື່ມແອວກໍຮໍໃຫ້ປອດໄພ ເຈົ້າຈະຕ້ອງຄຳນຶງເຖິງສິ່ງເຫຼົ່ານີ້ຄື ປະລິມານການດື່ມແອວກໍຮໍທີ່ປອດໄພຂຶ້ນຢູ່ກັບເພດ ແລະ ນໍ້າໜັກຂອງຜູ້ດື່ມ ໂດຍຜູ້ຊາຍບໍ່ຄວນດື່ມເກີນ 2 ໜ່ວຍບໍລິໂພກຕໍ່ວັນ ແລະ ຜູ້ຍິງຄວນດື່ມບໍ່ເກີນ 1 ໜ່ວຍບໍລິໂພກຕໍ່ວັນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳລັບປະລິມານໜ່ວຍບໍລິໂພກຂອງແອວກໍຮໍແຕ່ລະປະເພດແຍກຕາມເຄື່ອງດື່ມດັ່ງນີ້:

  • 1 ໜ່ວຍບໍລິໂພກຂອງ “ເບຍ” ເທົ່າກັບ 360 ມິນລິລິດ.
  • 1 ໜ່ວຍບໍລິໂພກຂອງ “ວາຍ” ເທົ່າກັບ 150 ມິນລີລິດ.
  • 1 ໜ່ວຍບໍລິໂພກຂອງ “ເຫຼົ້າ” ເທົ່າກັບ 45 ມິນລີລິດ.

ປີໃໝ່ລາວນີ້ ຄວນກິນດື່ມຢ່າງມີສະຕິ ເມົາບໍ່ຂັບ ແລະ ຕ້ອງດື່ມບໍ່ເກີນປະລິມານທີ່ກຳນົດໄງ້ວ່າບໍ່ເປັນອັນຕະລາຍ, ສຳລັບອັນຕະລາຍທີ່ດື່ມເກີນໜ່ວຍບໍລິໂພກຈະປະກອບມີ: ດື່ມເຫຼົ້າ 3 ໜ່ວຍບໍລິໂພກທຸກວັນມີໂອກາດເປັນ ຄວາມດັນເລືອດສູງ, ຜູ້ທີ່ດື່ມເຫຼົ້າຫຼາຍກວ່າ 8 ໜ່ວຍບໍລິໂພກ ທີໂອກາດຈະເປັນໂລກຫົວໃຈສູງກວ່າປົກກະຕິ 2 ເທົ່າ ສຳລັບຜູ້ທິ່ດື່ມແບບເປັນຊໍາເຮື້ອອາດຈະມີໂອກາດຫົວໃຈວາຍ ແລະ ອື່ນໆ.

ນອກນັ້ນ, ໃຜທີ່ຢາກຮູ້ກ່ຽວກັບ ສັນຍານເຕືອນ ແລະ ຂໍ້ແນະນຳ ກ່ຽວກັບແອວກໍຮໍ ຈາກອົງການອະນາໄມໂລກ ແມ່ນກົດເຂົ້າໄປອ່ານເພີ່ມເຕີມໄດ້ທີ່: ສັນຍານເຕືອນ! ຄວນໃຫ້ຢຸດ ການດື່ມແອວກໍຮໍ

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້