ການດື່ມແອວກໍຮໍສາມາດສ້າງຄວາມສ່ຽງຕໍ່ການເກີດອຸບັດເຫດເທິງຖະໜົນ ແລະ ສຸຂະພາບໄດ້ ໂດຍສະເພາະກັບຕັບ ຖ້າທ່ານດື່ມຫຼາຍມັນສາມາດທໍາລາຍຕັບຂອງທ່ານໄດ້ ແລະ ຍັງເປັນສາເຫດຂອງພະຍາດຕ່າງໆເຊັ່ນ: ໂລກກະດູກພຸນ, ໂລກຫຼອດເລືອດໃນສະໝອງແຕກ, ຄວາມດັນເລືອດສູງ, ແລະ ອື່ນໆ.
ການດື່ມແອວກໍຮໍໃຫ້ປອດໄພ ຈະຕ້ອງບໍ່ດື່ມເກີນປະລິມານທີ່ກຳນົດ ແລະ ການບໍ່ດື່ມແອວກໍຮໍເລື້ອຍໆ ເພາະມັນຈະສາມາດຫຼຸດຜ່ອນຄວາມສ່ຽງຂອງພະຍາດເຫຼົ່ານີ້ ໄດ້, ນອກນັ້ນ ການເລືອກດື່ມວາຍຈະໃຫ້ຜົນປະໂຫຍດຫຼາຍກວ່າການດື່ມເບຍ ແລະ ເຫຼົ້າ ເນື່ອງຈາກວ່າ ວາຍມີປະໂຫຍດຕໍ່ສຸຂະພາບຂອງຫົວໃຈ ແລະ ເສັ້ນເລືອດ.
ຖ້າຫາກເຈົ້າຕ້ອງການດື່ມແອວກໍຮໍໃຫ້ປອດໄພ ເຈົ້າຈະຕ້ອງຄຳນຶງເຖິງສິ່ງເຫຼົ່ານີ້ຄື ປະລິມານການດື່ມແອວກໍຮໍທີ່ປອດໄພຂຶ້ນຢູ່ກັບເພດ ແລະ ນໍ້າໜັກຂອງຜູ້ດື່ມ ໂດຍຜູ້ຊາຍບໍ່ຄວນດື່ມເກີນ 2 ໜ່ວຍບໍລິໂພກຕໍ່ວັນ ແລະ ຜູ້ຍິງຄວນດື່ມບໍ່ເກີນ 1 ໜ່ວຍບໍລິໂພກຕໍ່ວັນ.
ສຳລັບປະລິມານໜ່ວຍບໍລິໂພກຂອງແອວກໍຮໍແຕ່ລະປະເພດແຍກຕາມເຄື່ອງດື່ມດັ່ງນີ້:
- 1 ໜ່ວຍບໍລິໂພກຂອງ “ເບຍ” ເທົ່າກັບ 360 ມິນລິລິດ.
- 1 ໜ່ວຍບໍລິໂພກຂອງ “ວາຍ” ເທົ່າກັບ 150 ມິນລີລິດ.
- 1 ໜ່ວຍບໍລິໂພກຂອງ “ເຫຼົ້າ” ເທົ່າກັບ 45 ມິນລີລິດ.
ປີໃໝ່ລາວນີ້ ຄວນກິນດື່ມຢ່າງມີສະຕິ ເມົາບໍ່ຂັບ ແລະ ຕ້ອງດື່ມບໍ່ເກີນປະລິມານທີ່ກຳນົດໄງ້ວ່າບໍ່ເປັນອັນຕະລາຍ, ສຳລັບອັນຕະລາຍທີ່ດື່ມເກີນໜ່ວຍບໍລິໂພກຈະປະກອບມີ: ດື່ມເຫຼົ້າ 3 ໜ່ວຍບໍລິໂພກທຸກວັນມີໂອກາດເປັນ ຄວາມດັນເລືອດສູງ, ຜູ້ທີ່ດື່ມເຫຼົ້າຫຼາຍກວ່າ 8 ໜ່ວຍບໍລິໂພກ ທີໂອກາດຈະເປັນໂລກຫົວໃຈສູງກວ່າປົກກະຕິ 2 ເທົ່າ ສຳລັບຜູ້ທິ່ດື່ມແບບເປັນຊໍາເຮື້ອອາດຈະມີໂອກາດຫົວໃຈວາຍ ແລະ ອື່ນໆ.
ນອກນັ້ນ, ໃຜທີ່ຢາກຮູ້ກ່ຽວກັບ ສັນຍານເຕືອນ ແລະ ຂໍ້ແນະນຳ ກ່ຽວກັບແອວກໍຮໍ ຈາກອົງການອະນາໄມໂລກ ແມ່ນກົດເຂົ້າໄປອ່ານເພີ່ມເຕີມໄດ້ທີ່: ສັນຍານເຕືອນ! ຄວນໃຫ້ຢຸດ ການດື່ມແອວກໍຮໍ