Friday, April 18, 2025

“ປະຊາຊົນມີຄວາມສຸກພໍປານກາງ” ຄຳທຳນາຍຂອງນາງສັງຂານ ປີໃໝ່ລາວ 2023

ຈະມີຫຼາຍຄັ້ງທີ່ເຮົາຈະຄາດຄະເນຊີວິດການເປັນຢູ່ ດ້ວຍຄຳທຳນາຍຂອງນາງສັງຂານ ໃນແຕ່ລະປີ, ໂດຍປີນີ້ກໍເຊັ່ນກັນ ບຸນປີໃໝ່ລາວມື້ທຳອິດແມ່ນກົງກັບວັນສຸກ ແຮມ 9 ຄໍ່າ ເດືອນ 5 ເຊິ່ງເຮົານັບເອົານາງສັງຂານປະຈຳວັນສຸກ ເປັນນາງສັງຂານປະຈຳປີໃໝ່ລາວ ພ.ສ 2566 ຈ.ສ 1385 ແລະ ຄ.ສ 2023 ເຊິ່ງມີນາມວ່າ “ນາງ​ ກິມິທາເທວີ”.

  • ເຄື່ອງປະດັບ ແກ້ວບຸສສະຣາຄັມ
  • ສະເຫວີຍ​ ກ້ວຍນ້ຳເປັນອາຫານ
  • ມືຂວາຖືພຣະຂັນ ມືຊ້າຍຖືພິນ
  • ຂີ່ຄວາຍເປັນພາຫະນະ

ເກນພິຣຸນະສາດ​: ວັນຈັນເປັນອະທິບໍດີ ບັນດານໃຫ້ຝົນຕົກ 500 ຫ່າ, ຕົກໃນຈັກກະວານ 200 ຫ່າ, ຕົກໃນປ່າຫິມະພານ 150 ຫ່າ, ຕົກໃນມະຫາສະໝຸດ 100 ຫ່າ ແລະ​ ຕົກໃນມະນຸສສະໂລກ 50 ຫ່າ.

ເກນທາຣາທິຄຸນ​: ຕົກຣາສີວາໂຍ ນ້ຳຈະຫນ້ອຍ ພະຍຸໜັກ, ນາກຫຼິ້ນນໍ້າ 2 ໂຕ ຝົນຕົ້ນປີຫນ້ອຍ, ກາງປີພໍດີງາມ, ປາຍປີອຸດົມດີ ນາດອນ ແລະ ນາລຸ່ມ ດີ ທັງສອງຢ່າງ ຈະມີລົມພັດມາບາງຄັ້ງຄາວຈາກທິດທັງ 4 ຕາມລະດູການ.

ເກນທັນຍາຫານ​: ຕົກມັຊຊິມາ ເຂົ້າກ້າໄຮ່ນາ ໄດ້ເຄິ່ງ ເສຍເຄິ່ງ ປະຊາຊົນມີຄວາມສຸກພໍປານກາງ ຫມາກໄມ້ດົກຫຼາຍ.

ເກນຣຸກຂະຊາດ: ໄມ້ສັກເປັນພະຍາ ເຂົ້າປາອາຫານຈະແພງ ໂລກຈະເກີດສົງຄາມ ບາງແຫ່ງດີ ບາງແຫ່ງຮ້າຍ.

ເກນກາລະໂຢກ: ວັນເສົາເປັນທຸງໄຊ, ວັນພຸດເປັນອະທິບໍດີ, ວັນອັງຄານເປັນອຸບາດ, ວັນສຸກເປັນໂລກາວິນາດ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.