Tuesday, March 18, 2025

ໂທລະສັບຕົກນໍ້າ! ຕ້ອງເຮັດແນວໃດ ເພື່ອປ້ອງກັນບໍ່ໃຫ້ເພ.

ສະໄໝນີ້ ໂທລະສັບຫຼາຍລຸ້ນກໍມີຄຸນສົມບັດກັນນໍ້າໄດ້ລະດັບໜຶ່ງແລ້ວ ເຮົາອາດຈະເລືອກຊື້ຮຸ່ນທີ່ກັນນໍ້າໄດ້ຖ້າຫາກຢາກຫາຍຫ່ວງຈາກປັນຫາການເປ່ເພຈາກການປຽກນໍ້າ ຫຼື ຖ້າຍັງບໍ່ຢາກປ່ຽນ ແຕ່ເກີດກໍລະນີທີ່ໂທລະສັບເຮົາຕົກນໍ້າໃນຊ່ວງປີໃໝ່ ກໍລອງເອົາວິທີທີ່ເຮົາແນະນຳນໍາໄປໃຊ້ໄດ້.

  1. ເອົາໂທລະສັບມືຖືອອກຈາກນໍ້າໃຫ້ໄວທີ່ສຸດ ແລ້ວປິດໄວ້. ຢ່າທົດລອງເປີດຢ່າງເດັດຂາດ ເພາະນໍ້າທີ່ເຂົ້າໄປດ້ານໃນຂອງເຄື່ອງອາດເຮັດໃຫ້ເກີດໄຟຟ້າລັດວົງຈອນ ແລະ ເພໄດ້.
  2. ຍິ່ງເອົາມືຖືອອກຈາກນໍ້າທີ່ເຮັດໃຫ້ປຽກໄດ້ໄວເທົ່າໃດ ໂທລະສັບມືຖືກໍຍິ່ງມີໂອກາດລອດຫຼາຍເທົ່ານັ້ນ.
  3. ຫຼັງຈາກເອົາໂທລະສັບຂຶ້ນຈາກນໍ້າແລ້ວ ໃຫ້ແກະແບັດເຕີຣີອອກ ແລະ ວາງໄວ້ເທິງເຈ້ຍອະນາໄມ ຫຼື ຜ້ານຸ້ມໆເພື່ອດູດຊັບເອົານໍ້າອອກ.
  4. ຖອດອຸປະກອນເສີມທີ່ຖອດໄດ້ທຸກຢ່າງອອກ ເຊັ່ນ: ເຄສ, ໜ່ວຍຄວາມຈຳເສີມ MicroSD card, ຊິມກາດ ລວມເຖິງຝາອັດຮູຕ່າງໆຂອງໂທລະສັບ ຖ້າຫາກວ່າມີ ເພື່ອໃຫ້ເຄື່ອງແຫ້ງໄວຂຶ້ນ.
  5. ເຊັດຕົວເຄື່ອງດ້ວຍຜ້ານຸ້ມໆທີ່ສາມາດດູດຊັບນໍ້າໄດ້ດີ ແຕ່ຫ້າມສັ່ນໂທລະສັບເດັດຂາດ ເພາະອາດເຮັດໃຫ້ນໍ້າເຄື່ອນທີ່ເຂົ້າໄປຊິ້ນສ່ວນດ້ານໃນຂອງເຄື່ອງຫຼາຍຂຶ້ນ.
  6. ໃຊ້ເຄື່ອງດູດຝຸ່ນດູດເອົານໍ້າອອກຈາກໂທລະສັບ ກໍສາມາດຊ່ວຍໄດ້ຫຼາຍ ແຕ່ຢ່າເອົາປາຍເຄື່ອງດູດຝຸ່ນເຂົ້າໃກ້ໂຕເຄື່ອງຫຼາຍເກີນໄປ ເພາະອາດເຮັດໃຫ້ເກີດຄວາມເສຍຫາຍກັບຕົວເຄື່ອງໄດ້.
  7. ຫ້າມໃຊ້ເຄື່ອງເປົ່າຜົມເພື່ອເຮັດໃຫ້ໂທລະສັບແຫ້ງຢ່າງເດັດຂາດ ເຖິງວ່າຈະເປັນໂໝດລົມເຢັນກໍຕາມ ເພາະອາດເຮັດໃຫ້ນໍ້າເຂົ້າໄປຍັງຊິ້ນສ່ວນພາຍໃນໄດ້ຫຼາຍຂຶ້ນ ແລະ ສ້າງຄວາມເສຍຫາຍກັບຕົວເຄື່ອງໄດ້.
  8. ໃຊ້ວັດສະດຸທີ່ສາມາດດູດຊັບຄວາມຊື້ນຊ່ວຍເຊັ່ນ: ເມັດດູດຄວາມຊື້ນ (ທີ່ຢູ່ໃນຖົງເຂົ້າໜົມ ເປັນຕົ້ນ) ຫຼື ເຂົ້າສານກໍສາມາດຊ່ວຍໄດ້ ແຕ່ຖ້າເປັນໄປໄດ້ໃຊ້ເມັດດູດຄວາມຊື້ນຈະໄດ້ຜົນດີກວ່າ.
  9. ວາງມືຖືໄວ້ບ່ອນທີ່ມີແສງ ແຕ່ບໍ່ຄວນຮ້ອນເກີນໄປ.
  10. ວາງມືຖືໄວ້ເທິງຜ້ານຸ້ມໆທີ່ດູດຊັບນໍ້າໄດ້ດີ ຫຼື ວັດສະດຸອື່ນທີ່ຄ້າຍຄືກັນ.
  11. ເມື່ອໝັ້ນໃຈວ່າມືຖືແຫ້ງດີແລ້ວກໍປະກອບແບັດ ແລະ ຊິ້ນສ່ວນອື່ນໆເຂົ້າກັນ ແລ້ວລອງເປີດເຄື່ອງເບິ່ງ ຖ້າຫາກເຄື່ອງເປີດແລ້ວໃຊ້ງານໄດ້ປົກກະຕິ ກໍຖືວ່າລອດໄປ. ຖ້າຫາກເຄື່ອງເປີດບໍ່ຂຶ້ນໃຫ້ລອງຖອດແບັດອອກແລ້ວ ສຽບສາຍສາກໃສ່ມືຖື ຖ້າຫາກເຄື່ອງເປີດຂຶ້ນໄດ້ ສະແດງວ່າແບັດຕາຍ ແລະ ຕ້ອງປ່ຽນແບັດໃໝ່.
  12. ຖ້າຫາກເຄື່ອງເປີດບໍ່ຂຶ້ນເລີຍ ທ່ານອາດຕ້ອງໄດ້ໃຊ້ບໍລິການສ້ອມແປງຈາກຕົວແທນຈຳໜ່າຍທີ່ໄດ້ຮັບການຮັບຮອງ ຫ້າມແກະເຄື່ອງສ້ອມແປງເອງດັດຂາດ ເພາະອາດເຮັດໃຫ້ເປ່ເພຫຼາຍກວ່າເກົ່າ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.