ມີມິດທີ່ຄິດຮ້າຍ (Frenemy) ຈະເກັບໄວ້ດີບໍ່?

ເມື່ອທ່ານມີໝູ່ຮັກ ແຕ່ເມື່ອຮູ້ວ່າ ໝູ່ຮັກຂອງທ່ານນັ້ນຄິດບໍ່ດີກັບທ່ານ ທ່ານຈະຮູ້ສຶກແນວໃດ? ແລະ ຍັງຈະຄົບເຂົາຕໍ່ໄປ ຫຼື ບໍ່? ຄວາມຈິງແລ້ວເລື່ອງລາວທີ່ຍິ່ງກວ່ານິຍາຍກາຕູນແບບນີ້ ມັກເກີດຂຶ້ນໄດ້ທຸກໆ ແຫ່ງໃນໂລກ ແລະ ຖ້າຈະເວົ້າແລ້ວ ການທີ່ມີມິດທີ່ຄິດຮ້າຍກັບເຮົາແບບນີ້ ກໍມີຂໍ້ດີຄືກັນ.

ບັນດາມິດທີ່ມັກຄິດຮ້າຍກັບເຮົານັ້ນ ພາຍນອກກໍເບິ່ງຄືໝູ່ເພື່ອນທົ່ວໄປ ແຕ່ພາຍໃນນັ້ນບໍ່ມີໃຜບອກໄດ້ວ່າ ຈະມີຄວາມຮ້າຍຢູ່ໃນລະດັບໃດ ເຊິ່ງຄົນທາງຕາເວັນຕົກເອີ້ນຄົນເຫຼົ່ານີ້ວ່າ: Frenemy ເປັນຄຳ  ໃໝ່ທີ່ມາຈາກ friend + enemy.

ໂດຍລັກສະນະຂອງມິດທີ່ຄິດຮ້າຍກັບເຮົານັ້ນອາດສັງເກດໄດ້ຈາກ:

  • ເຮົາຮູ້ສຶກບໍ່ສະບາຍໃຈເມື່ອຢູ່ກັບເພື່ອນຄົນນີ້.
  • ບໍ່ມີຄວາມສຸກ ຫຼື ຍິນດີ ເມື່ອທ່ານປະສົບຜົນສຳເລັດ.
  • ເວົ້າເລື່ອງຮ້າຍຂອງທ່ານກັບເພື່ອນລັບຫຼັງ.
  • ແຂ່ງຂັນກັບທ່ານທຸກໆ ເລື່ອງ.
  • ມັກເວົ້າໃສ່ແບບປະຊົດ ຫຼື ບໍ່ຊື່ສັດ.

ຖ້າຫາກວ່າໝູ່ເພື່ອນຂອງເຮົາມີລັກສະນະແບບນີ້ ທ່ານອາດຈະຕ້ອງລະວັງ ແລະ ພິຈາລະນາຢ່າງກົງໄປກົງມາວ່າ ໝູ່ຂອງທ່ານອາດຈະເປັນ Frenemy ແລ້ວເຮົາຄວນເຮັດແນວໃດດີ?

ມີຫຼາຍວິທີ ທີ່ສາມາດຈັດການກັບມິດຄິດຮ້າຍແບບນີ້ໄດ້ ຂຶ້ນຢູ່ກັບໂຕເຮົາ ແລະ ຄວາມສຳພັນທີ່ມີ ໂດຍອາດຈະລອງເຮັດສິ່ງຕໍ່ໄປນີ້ເບິ່ງ:

  • ຫ່າງຈາກເພື່ອທີ່ເປັນ Frenemy ອອກໄປເລື້ອຍໆ ໂດຍບໍ່ຕ້ອງບອກເຫດຜົນ ຫຼື ຕອບຂໍ້ຄວາມຂອງເຂົາຊ້າລົງ ຫຼື ຫາເຫດຜົນທີ່ບໍ່ຫວ່າງໄປພົບ.
  • ເປີດເຜີຍຄວາມຮູ້ສຶກຂອງທ່ານກັບ Frenemy ໂດຍໃຊ້ຄຳເວົ້າທີ່ຊັດເຈນ ແລະ ບໍ່ຮຸນແຮງ ເຊັ່ນ: “ຂ້ອຍຮູ້ສຶກເສຍໃຈເມື່ອເຈົ້າເວົ້າວ່າ…” ຫຼື “ຂ້ອຍບໍ່ມັກເມື່ອເຈົ້າເຮັດແບບນີ້…”
  • ເລືອກທີ່ຈະບໍ່ສົນໃຈ ຫຼື ບໍ່ຕອບສະໜອງຕໍ່ການກະທຳຂອງ Frenemy ໂດຍສະແດງໃຫ້ເຫັນວ່າ ທ່ານບໍ່ໄດ້ຮັບຜົນກະທົບຈາກເຂົາ.
  • ເວົ້າຈາກັບໝູ່ເພື່ອນທີ່ແທ້ຈິງ ແລະ ໄວ້ໃຈໄດ້ ເພື່ອຂໍຄຳປຶກສາ ແລະ ຄວາມຊ່ວຍເຫຼືອ.

ຂັ້ນຕອນສຸດທ້າຍ ຫາກທ່ານຮູ້ສຶກວ່າບໍ່ມີປະໂຫຍດຫຍັງ ຈາກການມີຄົນນີ້ຢູ່ໃນຊີວິດ ກໍຕັດສິນໃຈເລີກຄົບໄປເລີຍ ໂດຍຄວນຈະຈັດການຢ່າງໄວ ແລະ ໃຊ້ວິທີການທີ່ເໝາະສົມ.

ແຕ່ຢ່າຟ້າວກ່ອນ!!! ເຖິງແມ່ນວ່າ ການມີ Frenemy ອາດເຮັດໃຫ້ທ່ານຮູ້ສຶກບໍ່ດີ ແລະ ບໍ່ໝັ້ນໃຈໃນໂຕເອງ ແຕ່ການທີ່ມີ Frenemy ອາດຈະມີຂໍ້ດີໃນບາງເລື່ອງເຊັ່ນ:

  • ຊ່ວຍໃຫ້ທ່ານຄິດໄດ້ຢ່າງສ້າງສັນ ແລະ ເພີ່ມທັກສະທາງວຸດທິປັນຍາໃນການແກ້ໄຂບັນຫາ.
  • ສົ່ງເສີມໃຫ້ເກີດທັກສະໃນການສື່ສານ (ແບບບໍ່ຈິງໃຈ) ແລະ ການຢູ່ໃນສັງຄົມຈອມປອມ.
  • ດີຂຶ້ນມາໜ້ອຍໜຶ່ງກໍຄື ການມີ Frenemy ອາດຈະຊ່ວຍໃຫ້ທ່ານຮູ້ຈັກໂຕເອງ ແລະ ຄົນຮອບຂ້າງຫຼາຍຂຶ້ນ ແລະ ເຫັນຄວາມແຕກຕ່າງຂອງຄົນແຕ່ລະຄົນ.
  • ຊ່ວຍໃຫ້ເຮົາມີແຮງຈູງໃຈ ໃນການປັບປຸງໂຕເອງ ທັງດ້ານບຸກຄະລິກກະພາບ, ການເຮັດວຽກ ແລະ ການຮຽນຮູ້.

ແນວໃດກໍຕາມ, ຂໍ້ເສຍຂອງ Frenemy ນັ້ນ ຂ້ອນຂ້າງຫຼາຍ ແລະ ສົ່ງຜົນກະທົບຕໍ່ຈິດໃຈໂດຍກົງ ເພາະຈະເຮັດໃຫ້ທ່ານຮູ້ສຶກວ່າຖືກຫຼອກລວງ, ຖືກຢຽດຫຍາມ, ເສຍໃຈ ຫຼື ບໍ່ໝັ້ນໃຈໃນໂຕເອງ ດັ່ງນັ້ນ, ທ່ານຄວນພິຈາລະນາວ່າ ຂໍ້ດີທີ່ໄດ້ມານັ້ນ ມັນຄຸ້ມກັບຂໍ້ເສຍທີ່ຕ້ອງໄດ້ຮັບ ຫຼື ບໍ່.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...