ແນະນຳຊ່ອງ YouTube ສາຍເລົ່າເລື່ອງ ຟັງຊິວໆ ພ້ອມໄດ້ຄວາມຮູ້

ໃຜມັກຟັງເລື່ອງເລົ່າແນ່! ເວລານອນບໍ່ຫຼັບ ຖ້າເຮົາເປີດຢູທູບມາຟັງເລື່ອງເລົ່າຕ່າງໆ ກໍຈະເຄີ້ມຫຼັບໄວກວ່າປົກກະຕິ, ມື້ນີ້ເຮົາເລີຍລວມເອົາ ຊ່ອງຢູ່ທູບສາຍເລົ່າເລື່ອງຂອງລາວເຮົາມາໃຫ້ຟັງນໍາກັນ ເຊິ່ງແຕ່ລະຊ່ອງຈະມີການເລົ່າເລື່ອງທີ່ອາດຈະແຕກຕ່າງ ຫຼື ຄ້າຍຄືກັນ ບໍວ່າຈະເປັນ ເລື່ອງເລົ່າຄວາມເຊື່ອ, ປະຫວັດສາດ, ຂ່າວສານ ແລະ ຄວາມຮູ້ທົ່ວໄປ ໃຜທີ່ມັກແນວໃດໄປຟັງນໍາກັນເລີຍ.

Bounlaiy Thakhek

ຊ່ອງນີ້ເອີ້ນໄດ້ວ່າເປັນສາຍ ນິຍາຍ ເລົ່າເລື່ອງ ແລະ ຫາຂໍ້ພິສູດຕ່່າງໆຕ້ອງຊ່ອງນີ້ເລີຍ ມີແຕ່ລະເລື່ອງທີ່ເຮົາບໍ່ເຄີນຮູ້ມາກ່ອນ ຫຼື ເລື່ອງລາວໃນອາດີີດ ແມ່ນສາມາດຫາຄງາມຮູ້ໄດ້ຈາກຊ່ອງນີ້ເລີຍ.

ຕຳນານ Laos

ກໍຕາມຊື່ຊ່ອງເລີຍ ເປັນຊ່ອງທີ່ເວົ່າເຖິງກ່ຽວກັບຕໍານານຕ່າງໆທີ່ເກີດຂຶ້ນຢູ່ລາວ ຫຼື່ ເປັນຕໍານານທີ່ເຮົາເລົ່າຕໍ່ໆກັນມາໃນສະໄໝແຕ່ກີ້ແຕ່ກ່ອນ ເຊັ່ນ: ຕຳນານເລື່ອງທາດດຳ, ພູທ້າວ ແລະ ພູນາງ, ພຣະທາດອີງຮັງ ແລະ ອື່ນໆ.

Lao Tales – ເລື່ອງເລົ່າລາວ

ຊ່ອງນີ້ເປັນຊ່ອງທີ່ເລົ່າເລື່ອງລາວ ກ່ຽວກັບສິ່ງທີ່ເປັນເລື່ອງລີ້ລັບ, ການເບິ່ງດວງສະຕາຕ່າງໆ ແລະ ຍັງລວມໄປເຖິງຕຳນານເລື່ອງເລົ່າຂໍ້ຫ້າມຕ່າງໆ ທີີ່ບໍ່ໃຫ້ປະຕິບັດກັນມາຕັ້ງແຕ່ອາດີດ.

ຢາກເລົ່າ – Want To Tell

ຊ່ອງ ຢາກເລົ່າ ເປັນຊ່ອງທີ່ເລົ່າກ່ຽວກັບສິ່ງທີ່ເກີດຂຶ້ນໃນລາວເຮົາ ເອົາມາເລົ່າສູ່ກັນຟັງວ່າເກີດຫຍັງຂຶ້ນໃນຊ່ວງນັ້ນໆ ຫຼືວ່າ ມີເຫດການສຳຄັນຫຍັງເກີດຂຶ້ນທີ່ກ່ຽວກັບລາວ.

ລຸງດີ Loung D

ລຸງດີ ເປັນຊ່ອງທີ່ເລົ່າກ່ຽວກັບປະຫວັດສາດຂອງລາວເຮົາ, ວິລະກຳຂອງຜູ້ທີ່ເສຍສະຫຼະໃນສະໄໝສົງຄາມ ແລະ ການເມືອງການປົກຄອງ ໃນແຕ່ລະສະໄໝຕັ້ງແຕ່ອາດີີດ ຈົນເຖິງ ປັດຈຸບັນ.

TOUR dharm ທ່ຽວທັມ

ທ່ຽວທັມ ເປັນຊ່ອງທີ່ເລົ່າສູ່ຟັງ ກ່ຽວກັບທຸກຕຳນານເລື່ອງເລົ່າ ປະຫວັດສິ່ງລີ້ລັບນິທານພື້ນບ້ານຕ່າງໆຂອງລາວເຮົາ.

Top Laos Story ເລື່ອງພັນລາວ

ສຳລັບຊ່ອງນີ້ຖືວ່າເປັນຊ່ອງຂ່າວສານເລີຍກໍວ່າໄດ້ ເນື່ອງຈາກແຕ່ລະວີດີໂອທີ່ລົງແມ່ນກ່ຽວກັບປະເດັນສັງຄົມ ແລະ ຂ່າວສານຕ່າງໆທີ່ເກີດຂຶ້ນ ເຮັດໃຫ້ເຮົາເຂົ້າໄປຟັງ ຳ້ອມກັບຮູ້ທັນເຫດການທີ່ເກີດຂຶ້ນໃນສັງຄົມໄດ້.

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.