Friday, March 21, 2025

5 ວິທີຫຼຸດຄວາມຮ້ອນ ໃຫ້ຄອມພິວເຕີ

ຊ່ວງໜ້າຮ້ອນແບບນີ້ ຜູ້ໃຊ້ງານຄອມພິວເຕີສ່ວນຫຼາຍມັກຈະຫາວິທີ ເພີ່ີມຄວາມເຢັນໃຫ້ຄອມ ເພາະຄວາມຮ້ອນເປັນບັນຫາໃຫຍ່ທີ່ເຮັດໃຫ້ອຸປະກອນເຮົາເສື່ອມສະພາບໄວຂຶ້ນ. ມື້ນີ້ ອິນໄຊລາວ ມາແນະນຳວິທີເບື້ອງຕົ້ນໃນການທີ່ຈະຊ່ວຍຫຼຸດຄວາມຮ້ອນຂອງຄອມໄດ້ໃນລະດັບໜຶ່ງ ໄປເບິ່ງນໍາກັນເລີຍ.

1. ປິດ Software ຫຼື ໂປແກຣມທີ່ບໍ່ໄດ້ໃຊ້ງານ

ນີ້ແມ່ນວິທີພື້ນຖານເລີຍ ເມື່ອພວກເຮົາເປີດເຄື່ອງ ມັນ​ຈະ​ມີ​ບາງ​ໂປແກຣມ​ທີ່​ພວກ​ເຮົາ​ອາດ​ຈະ​ບໍ່​ໄດ້​ນໍາ​ໃຊ້​ທັນ​ທີ​ ໂດຍສະເພາະໂປຣແກຣມທີ່ມາພ້ອມກັບ Windows ເຊັ່ນ Skyped, Teams ຫຼື ບາງໂປຣແກມ Game Luancher ຖ້າຍັງບໍ່ໄດ້ຫຼິ້ນແມ່ນໃຫ້ຢຸດ End Task ມັນກ່ອນ, ພຽງເທົ່ານີ້ກໍນີ້ຈະຫຼຸດການໃຊ້ຊັບພະຍາກອນ ແລະ ມັນຈະຫຼຸດຜ່ອນຄວາມຮ້ອນໄດ້.

2. ທຳຄວາມສະອາດຝຸ່ນ ແລະ ພັດລົມ

ຂີ້ຝຸ່ນຫຼາຍ ເຮັດໃຫ້ການໄຫຼຂອງອາກາດໃນເຄື່ອງໜ້ອຍລົງ ເຊິ່ງຈະເຮັດໃຫ້ເກີດການສະສົມຂອງຄວາມຮ້ອນ ສຳລັບເຄື່ອງຄອມທີ່ເປັນ PC ແຕ່ສຳລັບ Notebooks ແນະນຳໃຫ້ຊອກຫາພັດລົມມາເປົ່າລົມ ເພື່ອເອົາຝຸ່ນອອກ.

3. ໃຊ້ Cooling Pad

ສຳລັບໃຜທີ່ໃຊ້ Notebook ແລະ ໝັ້ນໃຈໃນລະບົບຄວາມເຢັນໃນເຄື່ອງ ເອົາຄວາມຄິດນັ້ນອອກໄປໄດ້ເລີຍ, ໂດຍສະເພາະກັບ Gaming Notebook ບອກວ່າມັນດີປານໃດກໍເອົາບໍ່ຢູ່. ທີ່ສຳຄັນແມ່ນການຈັດວາງ AIR Flow ໄດ້ດີ ເພາະສ່ວນໃຫຍ່ແລ້ວ Notebook ດູດອາກາດຈາກໃຕ້ເຄື່ອງ ແລະ ປ່ອຍອາກາດຮ້ອນຢູ່ທາງເທິງ ຫຼື ຂ້າງເຄື່ອງ ດັ່ງນັ້ນ Cooling Pad ຈະຊ່ວຍໃຫ້ Notebook ດູດອາກາດໄດ້ດີຂຶ້ນນັ້ນເອງ.

4. ປັບໂໝດຄອມໃຫ້ເຮັດວຽກແບບ Performance

ໃນ Notebook ຫຼາຍລຸ້ນ ລວມທັງເຄື່ອງຄອມພິວເຕີ PC ບາງເຄື່ອງຈະມີໂຫມດທີ່ຈະເລືອກປັບການໃຊ້ງານ ເຊັ່ນ: Power Efficiency (ປະຫຍັດພະລັງງານ), Balance (ການດຸ່ນດ່ຽງ) ແລະ Performance (ປະສິດທິພາບສູງ).

ໃນ Windows 10 ແລະ 11, ທ່ານສາມາດເຂົ້າໄປທີ່ໜ້າ Power Mode ແລ້ວເລືອກໃຊ້ງານ Best Performance ເພື່ອເຮັດໃຫ້ລະບົບປັບຄວາມໄວພັດລົມສູງຂຶ້ນ ແລະ ຄອມພິວເຕີເຢັນລົງ.

5. ຕິດຕັ້ງ Software ເພື່ອເບິ່ງອຸນຫະພູມ

ໃນ Windows ພວກເຮົາສາມາດຕິດຕັ້ງໂປແກຣມເພີ່ມເຕີມເພື່ອເບິ່ງອຸນຫະພູມຂອງຄອມພິວເຕີ້ໄດ້ງ່າຍ ແລະ ຕິດຕັ້ງໄດ້ໂດຍບໍ່ເສຍຄ່າ (ແຕ່ໃຫ້ລະວັງໄວຣັດ ຕ້ອງໂຫຼດໂດຍກົງຈາກເວັບໄຊທີ່ປອດໄພ) ໂປແກຣມເຫຼົ່ານີ້ຈະເຮັດໃຫ້ທ່ານເຫັນວ່າ ອຸນຫະພູມພາຍໃນຄອມພິວເຕີສູງເກີນໄປບໍ? ຖ້າມັນສູງເກີນໄປ, ທ່ານຄວນຫຼີກລ່ຽງການໃຊ້ມັນໃນຊ່ວງເວລານັ້ນ ຫຼື ຫາວິທີກະຈາຍອາກາດຫຼາຍຂຶ້ນ ເຊັ່ນ: ຕິດຕັ້ງພັດລົມລະບາຍອາກາດ ຫຼື ຍົກໄປໃຊ້ໃນບ່ອນທີ່ມີອຸນຫະພູມຕໍ່າ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່