ຕ້ອງກິນຫຍັງ! ຈຶ່ງຊ່ວຍນອນຫຼັບງ່າຍຂຶ້ນ.

ພະນັກງານ ຫຼື ນັກສຶກສາ ທີ່ມັກພົບບັນຫານອນບໍ່ຫຼັບ ເຊິ່ງບັນຫາແບບນີ້ອາດເກີດຈາກຫຼາຍສາເຫດເຊັ່ນ ເຮັດວຽກຫຼາຍ ຫຼື ອາຫານການກິນຂອງເຮົາໃນແຕ່ລະມື້ ມື້ນີ້ເຮົາເລີຍຈະມາແນະນຳ ອາຫານທີ່ມີສ່ວນຊ່ວຍໃນການນອນຫຼັບ ເຊິ່ງຈະຊ່ວຍໃຫ້ເຮົານອນຫຼັບໄດ້ດີຂຶ້ນກວ່າເກົ່າ.

ນົມ ຫຼື ຜະລິດຕະພັນຈາກນົມ

ເຮົາສາມາດດື່ມນົມອຸ່ນໆ 1 ຈອກກ່ອນນອນ ເພື່ອເພີ່ມກົດອະມິໂນທິບໂຕເຟນໄດ້ງ່າຍໆເຊິ່ງຈະຊ່ວຍໃຫ້ຮ່າງກາຍຮູ້ສຶກຜ່ອນຄາຍ ສົ່ງເສີມໃຫ້ນອນຫຼັບສະບາຍຕະຫຼອດຄືນ.

ນໍ້າເຜິ້ງ

ນໍ້າເຜິ້ງມີສານຟລາໂວນອຍ ທີ່ມີສ່ວນລົດຄວາມຄຽດ ແລະ ປັບສະພາວະອາລົມໃຫ້ດີຂຶ້ນ ເລີຍເຮັດໃຫ້ຊ່ວຍໃນການນອນຫຼັບດີຂຶ້ນ ແຕ່ວ່າເຮົາບໍ່ຄວນກິນນໍ້າເຜິ້ງໃນປະລິມານຫຼາຍເກີນໄປຕໍ່ໜຶ່ງມື້.

ປາແຊວມອນ ແລະ ທູນາ

ເປັນອາຫານທີ່ອຸດົມໄປດ້ວຍວິຕາມິນ ແລະ ກໄດໄຂມັນໂອເມກ້າ 3 ເຊິ່ງມີການສຶກສາພົບວ່າ ມີສ່ວນຊ່ວຍໃນການຄວບຄຸມການເຮັດວຽກຂອງສານເຊໂຣໂທນິນທີ່ກ່ຽວຂ້ອງກັບສົມດຸນການນອນ ແລະ ພົບວ່າໃນກຸ່ມຄົນທີາກິນປາສາມາດຫຼັບໄດ້ງ່າຍຂຶ້ນ, ດັ່ງນັ້ນ ກິນເມນູຈາກປາຢ່າງໜ້ອຍອາທິດລະ 2 ຄັ້ງ ຊ່ວຍໃຫ້ສຸຂະພາບຫົວໃຈແຂງແຮງ ແລະ ເພີ່ມຄຸນນະພາບການນອນຫຼັບໃຫ້ດີຍິ່ງຂຶ້ນ ຊ່ວຍຫຼຸດຜ່ອນອາການນອນຫຼັບຍາກ.

ເຂົ້າໂອ໊ດ

ຈາກການສຶກສາພົບວ່າການກິນອາຫານທີ່ມີຄາໂບໄຮເດດກ່ອນເວລານອນຢ່າງໜ້ອຍ 4 ຊົ່ວໂມງ ມີສ່ວນຊ່ວຍໃຫ້ນອນຫຼັບໄດ້ດີຂຶ້ນ, ນອກນັ້ນ ເຂົ້າໂອ໊ດກໍເປັນແຫຼ່ງຂອງເມລາທານິນທີ່ຈະຊ່ວຍໃຫ້ການນອນດີຂຶ້ນ.

ຖົ່ວ Almonds

ເປັນຖົ່ວທີ່ຊ່ວຍປັບສົມດຖນການນອນ ແລະ ການສ້າງຮໍໂມນເມລາໂທນິນໄດ້ດີຍິ່ງຂຶ້ນ, ນອກນັ້ນ ຍັງເປັນແຫຼ່ງຂອງສານທິບໂຕເຟນທີາຈະຖືກປ່ຽນເປັນສານເຊໂຣໂທນິນ ແລະ ນໍາໄປສ້າງເປັນຮໍໂມນ ເມລານິນໃນທີ່ສຸດ ການທີ່ກິນຖົ່ວ 1 ກຳມື ກໍຈະຊ່ວຍໃຫ້ນອນຫຼັບງ່າຍ ຜ່ອນຄາຍຂຶ້ນຍິ່ງຂຶ້ນ.

ໝາກໄມ້

ໂດນສະເພາະກ້ວຍ, ກີວີ ຈະມີສານສຳຄັນຕໍ່ການນອນ ເຊັ່ນ: ໂພແທສຊຽມ, ທິບໂຕເຟນ ແລພ ເຊໂຣໂທນິນ ທີ່ຈະເປັນສານຕັ້ງຕົ້ນໃນການສ້າງຮໍໂມນເມລາໂທນິນ ເຊິ່ງຈາກການສຶກສາພົບວ່າ ການກິນໝາກໄມ້ ກີວີ 2 ລູກກ່ອນນອນ 1 ຊົ່ວໂມງ ຈະຊ່ວຍໃຫ້ນອນຫຼັບງ່າຍ ຜ່ອນຄາຍຍິ່ງຂຶ້ນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...