Monday, February 10, 2025

ປະກົດການ ເອລນີໂຢ້ (El Nino) ຄືຫຍັງ? ສິ່ງທີ່ຫຼາຍໆທ່ານອາດຍັງບໍ່ທັນຮູ້.

ເອລນີໂຢ້ ແມ່ນປະກົດການ ສະພາວະອາກາດປັ່ນປ່ວນກະທັນຫັນ ໂດຍເກີດຂຶ້ນຈາກການປ່ຽນແປງທິດທາງຂອງກະແສນ້ຳ ແລະ ກະແສລົມ ເຊິ່ງພັດຢູ່ລະຫວ່າງເສັ້ນສູນສູດ ແລະ ລະຕິຈູດ 30 ອົງສາໃຕ້ ໃນບໍລິເວນຂອງມະຫາສະໝຸດປາຊີຟິກ ເຊິ່ງເຮົາເອີ້ນກະແສລົມນີ້ວ່າ “ລົມສິນຄ້າຕາເວັນອອກສ່ຽງໃຕ້”.

ໃນສະພາບປົກກະຕິ ຊ່ວງລະດູຮ້ອນຂອງຊີກໂລກໃຕ້ ດ້ານຕາເວັນອອກຂອງມະຫາສະໝຸດປາຊີຟິກ ຫຼື ບໍລິເວນແຄມຝັ່ງປະເທດເປຣູ, ທະວີບອາເມຣິກາໃຕ້ ຈະມີຄວາມກົດອາກາດສູງ (ອຸນຫະພູມຕ່ຳ) ຂະນະທີ່ຝັ່ງຕາເວັນຕົກຂອງມະຫາສະໝຸດປາຊີຟິກ ບໍລິເວນປະເທດອິນໂດເນເຊຍ ແລະ ອອສເຕເລຍ ມີຄວາມກົດອາກາດຕ່ຳກວ່າ (ອຸນຫະພູມສູງ) ເຮັດໃຫ້ລົມຕາເວັນອອກສ່ຽງໃຕ້ ພັດຈາກປະເທດເປຣູ ໄປຫາປະເທດ ອິນໂດເນເຊຍ ແລະ ອອສເຕເລຍ.

ລົມສິນຄ້າຕາເວັນອອກສ່ຽງໃຕ້ ມີກຳລັງແຮງ ແລະ ມີຜົນຕໍ່ການເຄື່ອນທີ່ຂອງກະແສນ້ຳ ມັນຈະພັດພາຜິວໜ້າຂອງກະແສນ້ຳ ເຊິ່ງມີອຸນຫະພູມສູງກວ່າລະດັບນ້ຳເລິກໆ ໄປນຳ ເຮັດໃຫ້ດ້ານຕາເວັນອອກຂອງມະຫະສະໝຸດປາຊີຟິກ ມີລະດັບນ້ຳສູງກວ່າລະດັບຝັ່ງຕາເວັນຕົກ ຂອງມະກຫາສະໝຸດປາຊີຟິກປະມານ 30-50 ຊັງຕີແມັດ ອີກທັງນ້ຳໃນບໍລິເວນນັ້ນຍັງມີອຸນຫະພູມທີ່ສູງກວ່າ ຫຼື ອຸ່ນກວ່າ ແລະ ດ້ວຍອິກທິພົນຂອງກະແສນ້ຳອຸ່ນນີ້ ເຮັດໃຫ້ບໍລິເວນນີ້ມີຄວາມຊຸ່ມຊື່ນ ແລະ ມີຝົນຕົກຕະຫຼອດ ຂະນະທີ່ທາງແຄມຝັ່ງເປຣູ ຈະແຫ້ງແລ້ງ ແຕ່ກໍມີຄວາມອຸດົມສົມບູນຂອງແຮ່ທາດ, ຊັບພະຍາກອນທາງທະເລ ແລະ ມີສັດນ້ຳທີ່ຫຼາກຫຼາຍ ອີກທັງຍັງເປັນແຫຼ່ງທີ່ມີການຈະເລີນພັນຂອງປາທະເລອີກດ້ວຍ ເຊິ່ງມາຈາກການທີ່ກະແສນ້ຳເຢັນດ້ານລຸ່ມດັນຂຶ້ນມາແທນທີ່ຜິວນ້ຳທີ່ຖືກກະແສລົມພັດໄປນັ້ນເອງ.

ການເກີດ ປະກົດການ ເອລນີໂຢ້ (El Nino)

ແນວໃດກໍຕາມ ຖ້າປີໃດທີ່ເກີດປະກົດການ ເອລນີໂຢ້ ລັກສະນະຂອງກະແສລົມ ແລະ ກະແສນ້ຳ ຈະປ່ຽນໄປ ໂດຍລົມສິນຄ້າຕາເວັນອອກສ່ຽງໃຕ້ອ່ອນກຳລັງລົງ ກະແສລົມປ່ຽນທິດເປັນກົງກັນຂ້າມ ເນື່ອງຈາກຄວາມກົດອາກາດ ແລະ ອຸນຫະພູມ ໃນຝັ່ງຕາເວັນອອກ ແລະ ຝັ່ງຕາເວັນຕົກ ຂອງມະຫາສະໝຸດ ປາຊີຟິກ ປ່ຽນແປງໄປຈາກປົກກະຕິ ເຊິ່ງປະກົດການ ເອລນີໂຢ້ ນີ້ ມັກເກີດໃນເດືອນ ທັນວາ ເຊິ່ງເປັນຊ່ວງທີ່ຊີກໂລກໃຕ້ເປັນລະດູຮ້ອນ.

ສຳລັບໃນຊ່ວງລະດູຮ້ອນ ພື້ນທີ່ຊີກໂລກໃຕ້ ຈະໄດ້ຮັບແສງຕາເວັນຫຼາຍກວ່າປົກກະຕິ ເຮັດໃຫ້ການລະເຫີຍຂອງນ້ຳຫຼາຍຍິ່ງຂຶ້ນ ເກີດການເຄື່ອນທີ່ຂອງອາກາດໃນບໍລິເວນທີ່ມີຄວາມກົດອາກາດສູງ (ອຸນຫະພູມຕ່ຳ) ເຂົ້າໄປແທນອາກາດໃນບໍລິເວນທີ່ມີຄວາມກົດອາກາດຕ່ຳ (ອຸນຫະພູມສູງ) ເພື່ອຮັກສາຄວາມສົມດຸນຂອງອາກາດ, ເມື່ອລົມສິນຄ້າຕາເວັນອອກສ່ຽງໃຕ້ ອ່ອນກຳລັງລົງ ຈຶ່ງເຮັດໃຫ້ກະແສລົມພັດຈາກປະເທດອິນໂດເນເຊຍ ໄປຫາແຄມຝັ່ງເປຣູ ທະວີບອາເມຣິກາໃຕ້ແທນ ບໍລິເວນປະເທດເປຣູ ຈາກທີ່ເຄີຍແຫ້ງແລ້ງ ຈາກອິດທິພົນຂອງກະແສນ້ຳເຢັນ ກໍມີຝົນຕົກໜັກ ເນື່ອງຈາກກະແສນ້ຳອຸ່ນທີ່ພັດຈາກຝັ່ງປະເທດອິນໂດເນເຊຍ ໄປກອງລວມກັນຢູ່ບໍລິເວນຝັ່ງເປຣູ ບໍລິເວນດັ່ງກ່າວ ຈຶ່ງມີຄວາມຊຸ່ມຊື່ນຫຼາຍກວ່າປົກກະຕິ, ຝົນຕົກໜັກຫຼາຍຂຶ້ນ ອີກທັງ ກະແສນ້ຳເຢັນຍັງບໍ່ສາມາດລອຍຕົວຂຶ້ນມາບໍລິເວນຜິວນ້ຳໄດ້ ເຮັດໃຫ້ຈາກເດີມທີ່ເຄີຍອຸດົມສົມບູນໄປດ້ວຍທາດອາຫານ ກໍຫຼຸດລົງ ຂະນະທີ່ບໍລິເວນອາຊີຕາເວັນອອກສ່ຽງໃຕ້ ບໍລິເວນປະເທດອິນໂດເນເຊຍ, ອອສເຕເລຍ ກໍເກີດແຫ້ງແລ້ງກະທັນຫັນ ຈາກປົກກະຕິທີ່ມີຝົນຕົກຕະຫຼອດ ສົ່ງຜົນເຮັດໃຫ້ເກີດໄຟໄໝ້ປ່າຢ່າງຮຸນແຮງ. 

ສຳລັບປະເທດລາວແລ້ວ ເຖິງວ່າຈະບໍ່ໄດ້ຮັບຜົນກະທົບໂດຍກົງ ແຕ່ກໍໄດ້ຮັບຜົນກະທົບພໍສົມຄວນ ຖ້າຫາກວ່າປີໃດທີ່ປະກົດການ ເອລນີໂຢ້ ຈະເຮັດໃຫ້ອຸນຫະພູມຂອງອາກາດສູງກວ່າປົກກະຕິ ບໍລິເວນທີ່ມີຝົນຕົກປະຈຳຊ້ຳພັດແຫ້ງແລ້ງ.

ສະຫຼຸບແລ້ວ ເອລນີໂຢ້ ເປັນປະກົດການທີ່ເຮັດໃຫ້ສະພາບອາກາດປັ່ນປ່ວນ ບໍລິເວນທີ່ເຄີຍມີຝົນຕົກຫຼາຍຈະແຫ້ງແລ້ງ, ບໍລິເວນທີ່ແຫ້ງແລ້ງ ຊ້ຳພັດມີຝົນຕົກຫຼາຍກວ່າປົກກະຕິ, ເຊິ່ງປະກົດການ ເອລນີໂຢ້ ນີ້ ອາດຈະເພີ່ມຄວາມຮຸນແຮງຂຶ້ນເລື້ອຍໆ ຫາກອຸນຫະພູມຂອງໂລກຍັງສູງຂຶ້ນເລື້ອຍໆ.

ຮຽບຮຽງໂດຍ: ທີມບັນນາທິການອິນໄຊລາວ

ຂໍ້ມູນຈາກ:  

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: