Monday, February 10, 2025

“ໝູຢໍ່ປ້າລີ” ເປີດໂຮງງານໃໝ່ ໃຫຍ່ກວ່າເກົ່າ ກຽມຄວາມພ້ອມສົ່ງອອກຕ່າງປະເທດ.

ເພື່ອເປັນການຂະຫຍາຍການຕະຫຼາດໃຫ້ກວ້າງຂຶ້ນ ແລະ ກຽມຄວາມພ້ອມໃນການສົ່ງອອກໄປຕ່າງປະເທດ “ໝູຢໍ່ປ້າລີ” ຈຶ່ງຕັດສິນໃຈ ສ້າງໂຮງງານຂຶ້ນມາໃໝ່ ທີ່ທັງໃຫຍ່ສາມາດສ້າງຜະລິດຕະພັນອອກມາບໍ່ຕ່ຳກວ່າ 1-1,5 ໂຕນຕໍ່ມື້ ພ້ອມທັງຮັບປະກັນໄດ້ໃນເລື່ອງຂອງຄວາມສະອາດ, ຖືກຫຼັກອານາໄມ ໂດຍໂຮງງານຜະລິດໝູຢໍ່ປ້າລີ ແຫ່ງນີ້ ແມ່ນໄດ້ເປີດເປັນທາງການໃນວັນທີ 30 ພຶດສະພາ 2023 ຢູ່ທີ່ບ້ານ ດົງໝາກຄາຍ, ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ແລະ .

ທ່ານ ວັນນະລັກ ຈັນທະວົງ (ອັອດດີ້) ຜູ້ບໍລິຫານ ໂຮງງານໝູຢໍ່ປ້າລີ ກ່າວວ່າ: ເມື່ອກ່ອນການເຮັດທຸລະກິດຂອງ ໝູຢໍ່ປ້າລີ ຈະເຮັດໃນລັກສະນະແບບຄອບຄົວ ໂດຍໃນເບື້ອງຕົ້ນແມ່ນສາມາດຜະລິດໝູຢໍ່ອອກມາໄດ້ພຽງແຕ່ 10-20 ກິໂລ ເທົ່ານັ້ນ! ແຕ່ເພິ່ນໄດ້ມີການພັດທະນາສູດຕ່າງໆ ຂຶ້ນມາ ເພື່ອໃຫ້ຖືກປາກຂອງຜູ້ບໍລິໂພກ ແລະ ໄດ້ມີການຂະຫຍາຍຕະຫຼາດອອກມາເລື້ອຍໆ ຈົນເຮັດໃຫ້ກຳລັງການຜະລິດສູງຂຶ້ນ, ເຊິ່ງກ່ອນໜ້າທີ່ຈະສ້າງໂຮງງານຂຶ້ນມາ ແມ່ນສາມາດຜະລິດໝູຢໍ່ໄດ້ 400-500 ກິໂລ ຕໍ່ມື້, ແຕ່ມັນກໍຍັງບໍ່ທັນພຽງພໍ່ກັບຄວາມຕ້ອງການຂອງຕະຫຼາດໃນປັດຈຸບັນ. ດັ່ງນັ້ນ, ເພິ່ນຈຶ່ງຕັດສິນໃຈສ້າງຕັ້ງໂຮງງານແຫ່ງນີ້ ຂຶ້ນມາ.

ນອກຈາກນີ້, ການສ້າງໂຮງງານ ຂຶ້ນມາແມ່ນເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ທີ່ຢາກໃຫ້ໂຮງງານຂອງພວກເຮົາຜະລິດໝູຢໍ່ພາຍໃຕ້ແບຣນຂອງລູກຄ້າເອງ ແລະ ພາຍໃຕ້ແບຣນຂອງເຮົາເອງນຳ ເຊິ່ງກ່ອນໜ້າທີ່ຈະເປີດໂຮງງານແຫ່ງນີ້ ກໍໄດ້ໄປປຶກສາກັບຫຼາຍໆບ່ອນໃນເລື່ອງການສ້າງໂຮງງານວ່າມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫຍັງແດ່.

ໃນເມື່ອຜະລິດຕະພັນຂອງເຮົາໄດ້ຮັບການຍົກມາດຕະຖານຂຶ້ນແລ້ວ ແມ່ນເຮົາຈະແນໃສ່ໃນເລື່ອງຂອງການສົ່ງອອກເປັນຫຼັກ ໂດຍສະເພາະແມ່ນຕະຫຼາດໃນປະເທດອ້ອມຂ້າງ ເຊິ່ງມາດຕະຖານທີ່ພວກເຮົາຈະໃຊ້ແມ່ນມາດຕະຖານ GMP ທີ່ກຳລັງກະກຽມສະໝັກໃນໄວໆ ນີ້.

ໃນປັດຈຸບັນ ພວກເຮົາຮັບປະກັນໄດ້ວ່າ ໂຮງງານຜະລິດ “ໝູຢໍ່ປ້າລີ” ສາມາດຜະລິດໝູຢໍ່ໄດ້ 1-1,5 ໂຕນຕໍ່ມື້ ແລະ ເຮົາສາມາດຮັບຊື້ວັດຖຸດິບຕ່າງໆ ຈາກຕະຫຼາດພາຍໃນ ແລະ ຕ່າງປະເທດ ພ້ອມທັງເຄື່ອງປຸງຕ່າງໆເຮົາກໍຈະພະຍາຍາມຊົມໃຊ້ຂອງຄົນລາວເຮົາເອງເກືອບທັງໝົດ, ນອກຈາກນີ້, ໂຮງງານຂອງພວກເຮົາແມ່ນໃຊ້ແຮງງານຄົນລາວ 100% ເພື່ອເປັນການສົ່ງເສີມກົນໄກການຕະຫຼາດຕ່າງໆ ພາຍໃນປະເທດເຮົາຫຼາຍຂຶ້ນ.

ສຳລັບຜະລິດຕະພັນ ໝູຢໍ່ປ້າລີ ປັດຈຸບັນ ແມ່ນມີຈຳໜ່າຍຢູ່ຮ້ານເຈມາກ ແລະ ຮ້ານສະດວກຊື້ຕ່າງໆ, ແຕ່ພາຍຫຼັງໂຮງງານສຳເລັດ ແລະ ມີການຜະລິດແລ້ວ ເຮົາກໍຈະແນໃສ່ຮ້ານຄ້າທຸກໆ ຮ້ານຄ້າຢູ່ໃນບ້ານເຮົາ ເພື່ອເຮັດໃຫ້ສັງຄົມຮູ້ຈັກຜະລິດຕະພັນຫຼາຍຂຶ້ນຕື່ມອີກ.

ນອກຈາກນີ້, ໝູຢໍ່ປ້າລີ ຍັງກຽມຈົດທະບຽນລິຂະສິດສິນຄ້າ ເພື່ອປ້ອງການປອມແປງ ແລະ ລອກຮຽນແບບແບຣນສິນຄ້າ ເຊິ່ງໄດ້ເກີດຂຶ້ນແລ້ວໃນໄລຍະຜ່ານມາ ທີ່ມີການກັອບປີ້ສະຕິກເກີ້ ໝູຢໍ່ປ້າລີ ໄປໃສ່ຜະລິດຕະພັນອື່ນທີ່ບໍ່ແມ່ນຂອງເຮົາ. ໃນອະນາຄົດ ແມ່ນກຽມຂະຫຍາຍສາຂາເພີ່ມອີກ 2-3 ສາຂາ ໃນ ນະຄອນຫຼວງ ວຽງຈັນ ແລະ ຢູ່ຕ່າງແຂວງ.

ຕິດຕໍ່ເພຈ ໝູຢໍ່ປ້າລີ ໄດ້ທີ່: https://www.facebook.com/MouyooParly.Donnoun?mibextid=LQQJ4d

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: