Monday, April 21, 2025

ພາໄປສ່ອງ! ສະຖານທີ່ ທີ່ສາຍມູນິຍົມໄປບະ.

“ການບະ” ແມ່ນການຂໍໃຫ້ສິ່ງສັກສິດທີ່ເຮົານັບຖືຊ່ວຍ ໂດຍການໃຫ້ຄຳໝັ້ນສັນຍາວ່າຈະໃຫ້ສິ່ງຕອບແທນ ຫຼື ເຮັດຕາມທີ່ສັນຍາໄວ້ ເມື່ອໄດ້ຮັບສິ່ງທີ່ຕ້ອງການແລ້ວ ແລະ ຫຼັງຈາກທີ່ເຮົາໄດ້ສິ່ງທີ່ຕ້ອງການຕາມທີ່ເຮົາຂໍແລ້ວ ກໍກັບມາຕອບແທນຕາມທີ່ເຮົາໄດ້ໃຫ້ຄຳໝັ້ນສັນຍາໄວ້ ເຊິ່ງເອີ້ນວ່າການ “ແກ້ບະ”

ຮູ້ບໍ່ວ່າ ແມ່ນຫຍັງຄືວິທີທີ່ດີທີ່ສຸດເພື່ອເລີ່ມຕົ້ນເດືອນ? ຄຳຕອບແມ່ນໄປວັດ! ການໄປວັດເພື່ອເຮັດບຸນ ແລະ ຂໍພອນ ເປັນອີກໜຶ່ງວິທີທີ່ຈະຮັບເອົາພະລັງບວກໃຫ້ໂຕເຮົາເອງ ແລະ ເປັນແຮງບັນດານໃຈໃນການໃຊ້ຊີວິດ ເຊິ່ງຄົນລາວເຮົາສ່ວນຫຼາຍ ກໍມັກຈະມີການຂໍພອນໃນເລື່ອງຕ່າງໆ ແລະ ບະໄວ້ວ່າຖ້າໄດ້ແລ້ວ ຈະເຮັດສິ່ງໃດສິ່ງໜຶ່ງໃຫ້. ເຊິ່ງມື້ນີ້ເຮົາຈະພາໄປສ່ອງເບິ່ງວ່າມີວັດໃດແນ່ໃນລາວ ທີ່ຜູ້ຄົນສ່ວນຫຼາຍມັກໄປບະ.

ພຣະທາດຫຼວງວຽງຈັນ

“ພຣະທາດຫຼວງວຽງຈັນ” ແມ່ນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກ ຂອງຖະໜົນທາດຫຼວງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ເປັນປູສະນີຍະຖານບູຮານ ເປັນສັນຍາລັກແຫ່ງເມືອງເອກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງທັງສອງພາກຝັ່ງແມ່ນ້ຳຂອງຕາມຕຳນານຂອງອຸຣັງຄະທາດ. ມີຄວາມສູງ 45 ແມັດ, ມີໃບເສມາອ້ອມ 223 ໃບ, ມີບໍລິວານ (ພຣະທາດອົງນ້ອຍ) 30 ອົງອ້ອມຮອບເອີ້ນວ່າ: “ປາລະມີສາມສິບທັດ” ຕີນພຣະທາດແຕ່ລະດ້ານທິດຕາເວັນອອກຫາດ້ານທິດຕາເວັນຕົກຍາວ 68 ແມັດ ແລະ ແຕ່ດ້ານທິດເໜືອເຖິງດ້ານທິດໃຕ້ຍາວ 91,75 ແມັດ.

ວັດປ່າໂພທອງ ໜອງຄຳແສນ

ວັດໜອງຄຳແສນ ຕັ້ງຢູ່ເຂດ ບ້ານ ສີຖານໃຕ້ (ລະຫວ່າງບ້ານຖິ່ນເພຍ ແລະ ບ້ານສີຖານໃຕ້) ເຊິ່ງເປັນວັດທີ່ມີໜອງນ້ຳຂະຫນາດໃຫ່ຍ ມີຕຳນານເລື່ອງການກຳເນີດພະຍານາກຂອງເມືອງວຽງຈັນມາແຕ່ບູຮານນະການ, ດ້ວຍຄວາມສັດທາຂອງມວນຊົນ ແລະ ມີຕຳນານອັນເກົ່າແກ່ ຈຶ່ງເຮັດໃຫ້ຫນອງຄຳແສນ ກາຍເປັນສະຖານທີ່ ທີ່ຜູ້ຄົນມາສັກກາລະບູຊາ ຂໍພອນຕ່າງໆຢ່າງບໍ່ຂາດສາຍ

ວັດສີເມືອງ

ວັດສີເມືອງ ເປັນວັດ ທີ່ຕັ້ງຂອງເສົາຫຼັກ ເມືອງວຽງຈັນ, ຊາວບ້ານມັກໄປປະກອບພິທີບູຊາຕາມຄວາມເຊື່ອຖື. ມີເລື່ອງເລົ່າກັນມາວ່າ ໃນເວລາຊາວເມືອງ ກຳລັງທຳພິທີປັກຫຼັກເມືອງ ຢູ່ນັ້ນ; ນາງ ສີ ຜູ້ເຊິ່ງກຳລັງຖືພາ ໄດ້ສະລະຊີບໂດດລົງຂຸມ, ນາງ ຖືກຝັງພ້ອມກັບຫຼັກເມືອງ ແລະ ກາຍເປັນຜີຫຼັກເມືອງ. ວັດນີ້ ຈຶ່ງໄດ້ຊື່: ສີເມືອງ ການທຳພິທີບວງສວງຜີຫຼັກເມືອງ ຈະມີຂຶ້ນທຸກໆປີ ກ່ອນບຸນນະມັດສະການພະທາດຫຼວງ ແລະ ຂະບວນແຫ່ຜາສາດເຜິ້ງອັນງົດງາມ ກໍ່ຈະເລີ່ມແຫ່ແຕ່ວັດນີ້ໄປສູ່ພຣະ ທາດຫຼວງວຽງຈັນ.

ພຣະທາດໂຜ່ນ

ພຣະທາດໂຜ່ນ ເປັນພະທາດທີ່ເກົ່າແກ່ມີອາຍຸປະມານ 2.500 ປີ ພະທາດອົງນີ້ສ້າງດ້ວຍຫີນເຂົ້າຈີ່ ຫຼື ເອີ້ນວ່າ (ຫີນໜາມໜໍ່) ກໍເປັນທາດອຸໂມງ (ຮູບໂອຂວ້ຳ) ກວ້າງດ້ານລະ 12 ວາສ້າງມື້ໜຶ່ງກັບຄືນໜຶ່ງກໍສຳເລັດ, ໂດຍມີສົມເດັດພະພຸດທະວົງສາເປັນລາຊະອຸປະຖຳສືບຕໍ່ມາ ແລະ ເພີ່ນຈະຈັດງານບຸຸນສະເຫຼີມສະຫຼອງພະທາດນີ້ຂຶ້ນ 15 ຄໍ່າ ເດືອນສາມ (ເດືອນສາມເພັງ) ຂອງທຸກໆປີ.

ສະນັ້ນສະຖານທີ່ແຫ່ງນີ້ຈຶ່ງຖືວ່າເປັນມໍລະດົກຕົກທອດ, ເປັນຊັບສົມບັດມິ່ງເມືອງທີ່ມີຄ່າສູງ, ໂດດເດັ່ນທາງດ້ານວັດທະນະທຳອັນລ້ຳຄ່າ ແລະ ເປັນປະຫວັດສາດ ຊຶ່ງຕິດພັນກັບແບບແຜນດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າມາແຕ່ດຶກດຳບັນ ແລະ ເຊື່ອກັນວ່າໃຜທີ່ມາຂໍພອນ ແລະ ບົນບະກໍຈະມັກຈະໄດ້ດັ່ງຄວາມມຸ່ງມາດປາຖະຫນາຢ່າງອັດສະຈັນ, ພຣະທາດໂຜ່ນ ຕັ້ງຢູ່ວັດເຈຕິຍາຣາມ ບ້ານໂພນທາດ, ເມືອງໄຊພູທອງ, ແຂວງສະຫວັນນະເຂດ, ຕັ້ງຢູ່ຫ່າງຈາກເທສະບານເມືອງໄຊພູທອງປະມານ 22 ກິໂລແມັດ ຕາມເສັ້ນທາງເລກທີ 13 ໃຕ້ ແລະ ຫ່າງຈາກເທດສະບານນະຄອນໄກສອນພົມວິຫານ ປະມານ 65 ກິໂລແມັດ.

ວັດທົ່ງທາດ

ວັດທົ່ງທາດ ຕັ້ງຢູ່ບ້ານຫ້ອມໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນວັດໜຶ່ງທີ່ມີຄວາມກ້ວາງໃຫຍ່, ຮຸ່ງເຮືອງ ແລະ ມີປະຫວັດຄວາມເປັນມາ. ຮອດປະຈຸບັນ ກໍໄດ້ມີການສ້າງຮູບປັ້ນຄ້າຍຫົວພະຍານາກ ໃນຕຳນານ ໃສ່ຂັ້ນໃດລົງສູ່ແມ່ນໍ້າຂອງ ເພື່ອໃຫ້ມີຄວາມສວາຍງາມ ແຕ່ກາຍເປັນກະແສອັນແຮງກ້າ ກ່ຽວກັບຄວາມເຊື່ອເລື່ອງພະຍາກນາກ ເຊິ່ງເປັນອີກວັດໜຶ່ງທີ່ົນມັກພາກັນໄປຂໍພອນ ແລະ ບົນບະ.

ບ່ອນແກ້ບະເຫຼົ່ານີ້ເປັນພຽງສ່ວນໜຶ່ງເທົ່ານັ້ນ ໃຜທີ່ຮູ້ຈັກບ່ອນຂໍພອນ ຫຼື ບ່ອນແກ້ບະ ທີ່ສັກສິດ ກໍສາມາດແນະນຳເຂົ້າມາໄດ້ເດີ້ ຫຼື ໃຜທີ່ບະຫຍັງໄວ້ ກໍຢ່າລືມໃຫ້ຮີບພາກັນໄປແກ້ບະເດີ້.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.