Sunday, September 8, 2024
Lenovo

ບ່າວກະບື: ຜູ້ລືຊື່ໃນການສ້າງສຽງຫົວ

ຜູ້ທີ່ມັກອ່ານເລື່ອງຕະຫຼົກຈາກປຶ້ມ ຫຼື ຈາກ ໜັງສືພິມ ແລະ ວາລະສານ ກໍໜ້າຈະຮູ້ຈັກຊື່ສຽງຮຽງນາມຂອງ “ບ່າວກະບື” ເພາະວ່າ ນາມປາກການີ້ ຢູ່ມາຫຼາຍກວ່າ 20 ປີແລ້ວ, ນາມປາກການີ້ ເປັນໃຜມາຈາກໃສ?

“ບ່າວກະບື” ແມ່ນນຶ່ງໃນນາມປາກກາຂອງ ທ່ານ ວິເສດ ສະແຫວງສຶກສາ, ພະນັກງານບຳນານ ທີ່ເຄີຍເປັນ ສະມາຊິກສະພາແຫ່ງຊາດ, ໄດ້ຮັບນາມມະຍົດເປັນສິລະປິນດີເດັ່ນ ແລະທັງໄດ້ຍັງຮັບລາງວັນຊີໄຣ (ລາງວັນຂອງ ນັກຂຽນທີ່ດີເດັ່ນຂອງພາກພື້ນ) ມາແລ້ວ. ນອກເໜືອຈາກ ນາມປາກກາ ບ່າວກະບື ແລ້ວ ນັກອ່ານອາດເຄີຍໄດ້ຍິນ ນາມປາກກາ “ສາວສິ້ນແຕ້ມ”, “ຈານແຍ່”, “ຈານເຈາະ ສະເດາະສິນ”, “ບ່າວບຳນານ” ຊຶ່ງກໍລ້ວນແລ້ວແຕ່ ແມ່ນນາມປາກກາຂອງ ທ່ານ ວິເສດ ທັງນັ້ນ.

ທ່ານ ວິເສດ ມີຜົນງານຢ່າງຫຼວງຫຼາຍຕະຫຼອດອາຊີບນັກຂຽນຂອງເພິ່ນ ຫຼາຍກວ່າ 30 ປີ ແຕ່ສິ່ງທີ່ເພິ່ນຂຽນ ແລະຮັກມັກທີ່ສຸດ ຊຶ່ງນັກຂຽນຄົນລາວໜ້ອຍຄົນ ທີ່ຈະເຮັດໄດ້ຄືເພິ່ນ ນັ້ນກໍຄືການຂຽນເລື່ອງຕະລົກ. ເພິ່ນໃສ່ນາມແຝງ “ບ່າວກະບື” ແມ່ນມາຈາກພາສາຊົນເຜົ່າ ລະແວ ທີ່ຢູ່ແຂວງ ອັດຕະປື ເຊິ່ງເປັນບ້ານເກີດຂອງເພິ່ນເອງ, ມັນມີຄວາມໝາຍວ່າ “ຄວາຍ” ນັ້ນເອງ. ທ່ານ ວິເສດ ເລີ່ມຈິງຈັງໃນການຂຽນເລື່ອງຕະລົກ ຕັ້ງແຕ່ປີ 1984​, ປັດຈຸບັນ ເຖິງແມ່ນວ່າ ຈະບຳນານແລ້ວ ແຕ່ເພິ່ນກໍຍັງສືບຕໍ່ຂຽນເລື່ອງເປັນຕາຢາກຫົວ ທີ່ມີສາລະໃຫ້ພວກເຮົາໄດ້ອ່ານຢູ່ເປັນປະຈຳ.

“ເລື່ອງຕະລົກ ແມ່ນເລື່ອງສັ້ນທີ່ເຂັ້ມຂຸ້ນທີ່ສຸດ ແລະມີອິດທິດພົນ,” ທ່ານ ວິເສດ ກ່າວ ພ້ອມທັງຍົກເອົາເລື່ອງຕະລົກ ຂອງນັກປາດຈີນມາເລົ່າເປັນຕົວຢ່າງ. ຊາຍຜູ້ມີຄວາມສູງພຽງ 130 ຊັງຕີແມັດ ແຕ່ລາວຊຳ້ພັດມີຄວາມຮູ້,  ຕໍ່ມາທາງການສົງໄສວ່າ ເພິ່ນຜູ້ນີ້ເຮັດຜິດຕໍ່ລະບຽບ ຈຶ່ງສັ່ງໃຫ້ເຈົ້າໜ້າທີ່ຈັບງ້າວ ທັງມີດທີ່ຈະມາຂ້າ (ຕັດຫົວ) ນັກປາດທ່ານດັ່ງກ່າວ. ໂດຍພື້ນຖານແລ້ວ ນັກປາດທ່ານນີ້ເປັນຄົນຂຽນເລື່ອງຕະລົກ ກໍເລີຍເວົ້າວ່າ: “ໝົດບ້ານໝົດ ເມືອງ ໃຜກໍຮ້ອງຂ້ອຍບັກເຕ້ຍ ແຕ່ຖ້າສູເຈົ້າຕັດຫົວຂ້ອຍແລ້ວ ຂ້ອຍຊິບໍ່ເຕ້ຍກ່ອນເກົ່າບໍ….?” ດ້ວຍຄວາມເວົ້ານີ້ ເຮັດໃຫ້ເຈົ້າໜ້າທີ່ ດັ່ງກ່າວ ຫົວຈົນໄສ້ຂົດຕົດແຕກ ເຊິ່ງມັນສະແດງໃຫ້ເຫັນ ອິດທິພົນຂອງເລື່ອງຕະລົກຢ່າງຈະແຈ້ງ.

“ເວລາແຕ່ງເລື່ອງຕະລົກ ຕ້ອງມີຈັນຍາບັນ ຄື ເລື່ອງຕະລົກທີ່ແຕ່ງຂຶ້ນ ຈະບໍ່ແຕະຕ້ອງເພດ (ເລື່ອງລາມົກ), ຄວາມເຊື່ອຖື, ບໍ່ຈຳແນກເຜົ່າພັນ ແລະວິຖີການດຳລົງຊີວິດຕ່າງໆ,” ທ່ານ ວິເສດ ກ່າວ.

ເມື່ອຖາມວ່າ ເປັນຫຍັງຈຶ່ງມັກຂຽນເລື່ອງຕະລົກເປັນຊີວິດຈິດໃຈ? ທ່ານ ວິເສດ ຕອບວ່າ: “ຕະລົກ ແມ່ນເລື່ອງສັ້ນ ທີ່ທັງສາມາດສ້າງຄວາມບັນເທີງ ແລະແອບແຝງດ້ວຍສາລະ, ມັນສາມາດດຶງດູດຄວາມສົນໃຈຈາກຜູ້ອ່ານໄດ້ດີ ແລະເໝາະສົມກັບຄົນລາວ ເພາະສ່ວນໃຫຍ່ ພວກເຮົາຍັງບໍ່ມັກອ່ານຫຍັງຍາວໆ ຫຼື ບໍ່ມັກອ່ານເລີຍ.”

ຄຽງຄູ່ກັນນັ້ນ ການສ້າງເລື່ອງຕະລົກກໍຍັງຖ່າຍທອດຜ່ານ ກະຕູນ ເຊິ່ງທ່ານ ວິເສດ ກໍແມ່ນນຶ່ງໃນຜູ້ບຸກເບີກ ໃນການພັດທະນາກະຕູນ ທີ່ມີລັກສະນະບັນເທີງ ແລະສຽດສີສັງຄົມ ຜ່ານການຕີພີມໃນ ວາລະສານ, ໜັງສືພີມ ເຊັ່ນ: ໜັງສືພີມວຽງຈັນໃໝ່ ກໍແມ່ນເພິ່ນ ຫຼື ບ່າວກະບືເປັນຄົນສ້າງຂຶ້ນ.

“ຮູບພາບກະຕູນ ຈະສາມາດຖ່າຍທອດຂໍ້ຄວາມ ທີ່ຜູ້ຂຽນຢາກບອກແກ່ສັງຄົມໄດ້ດີ, ກະທັດຮັດ ແລະແຈ່ມແຈ້ງທີ່ສຸດ.”

ມາຮອດປັດຈຸບັນ ເຖິງແມ່ນວ່າ ຈະເຂົ້າກະສຽນບຳນານ ແຕ່ຫົວຄິດປະດິດສ້າງຂອງ “ບ່າວກະບື” ກໍຍັງບໍ່ມີມື້ໝົດ. ນອກນີ້ ທ່ານ ວິເສດ ຍັງໄດ້ສ້າງສະໂມສອນທີ່ມີຊື່ວ່າ “ສະແຫວງສິນ” ທີ່ຕັ້ງຢູ່ເຮືອນເພິ່ນເອງຢູ່ບ້ານ ຮ່ອງແກ, ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ ໂດຍມີເປົ້າໝາຍເພື່ອສ້າງຮຸ່ນສືບທອດ ໃນການຂຽນບົດຕະລົກຂອງສະໄໝພວກເຮົາ.

ນອກນັ້ນ, ເພິ່ນກໍຍັງມີຄໍລຳເລື່ອງ “ການເບິ່ງບັນຫາຜ່ານພາສາກະຕູນ” ຢູ່ໜັງສືພິມຢູ່ໜັງສືພິມ ສະພາແຫ່ງຊາດ.

ຖ້າທ່ານສົນໃຈຢາກຮຽນຮູ້ ຫຼື ແລກປ່ຽນກ່ຽວກັບການຂຽນເລື່ອງຕະລົກ ກັບທ່ານ ວິເສດ ກໍຕິດຕໍ່ກັບເພິ່ນໂດຍກົງ ທີ່ເບີໂທ 020 5515 5487.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ຮູບເງົາລາວ “ນວນແສງ” ກຽມສາຍຢູ່ໂຮງຮູບເງົາ 19 ກັນຍາ 2024 ນີ້

ຮູບເງົາເລື່ອງ "ນວນແສງ" NUANSANG (THE HEARTH OF TEACHER) ເປັນຮູບເງົາທີ່ເວົ້າເຖິງ “ອຸດົມການ ອຸປະສັກ ນໍ້າຕາ ແລະ ຄວາມຮັກ” ຂອງຄູຄົນໜຶ່ງ ທີ່ໄດ້ພົບພໍ້ມາ ແລະ ກໍເປັນຮູບເງົາລາວເລື່ອງທີ 2 ຂອງປີ 2024 ນີ້ ທີ່ຈະເຂົ້າສາຍເນື່ອງໃນໂອກາດສະເຫຼີມສະຫຼອງການເປີດສົກຮຽນໃໝ່ ສົກ 2024-2025

ແຄນລາວ! ເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກ

“ຜູ້ໃດຢູ່ເຮືອນສູງ, ກິນເຂົ້າໜຽວ, ຄ້ຽວປາແດກ, ເປົ່າແຄນສຸດສະແນນລ່ອງຂອງ” ແມ່ນຄົນລາວ, ເຊື້ອຊາດລາວໂດຍກຳເນີດ ຄຳສຸພາສິດນີ້ ຍັງດັງກ້ອງກັງວານ ກ່າວຂານກັນມາແຕ່ດົນນານແລ້ວ ເພາະແຄນຖືວ່າເປັນເຄື່ອງດົນຕີພື້ນເມືອງຂອງລາວ, ມີຕົ້ນກໍາເນີດມາຈາກຊາດລາວ, ຄົນລາວ, ເຊື້ອຊາດລາວມາຫຼາຍພັນປີ ແລະ ສຽງແຄນລາວກໍໄດ້ຈົດທະບຽນເຂົ້າເປັນມໍລະດົກໂລກໃນປີ 2018 ເພື່ອເພີ່ມ ແລະ ຍົກສູງບົດບາດຂອງແຄນລາວໃຫ້ດັງໄກໄປທົ່ວພາກພື້ນ ແລະ ໃນໂລກ.

 ນ້ຳປຽນຢໍລະປາ ມາແລ້ວຢາກມາອີກ.

ນ້ຳປຽນຢໍລະປາ ຕັ້ງຢູ່ ບ້ານຊຽງແລທ່າ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ຫ່າງຈາກຕົວເມືອງໄປປະມານ 70 Km ເຊິ່ງໃຊ້ເວລາໃນການເດີນທາງປະມານ 1 ຊົ່ວໂມງເຄິ່ງກໍຮອດແລ້ວ.