ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນຕອນເຊົ້າ ວັນທີ 14 ມິຖຸນາ 2023 ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຮ່ວມກັບຫຼາຍພາກສ່ວນ ໄດ້ມີການຈັດງານສະເຫຼີມສະຫຼອງວັນບໍລິຈາກເລືອດໂລກ ເພື່ອສົ່ງເສີມການບໍລິຈາກເລືອດ ທີ່ສູນການຄ້າລາວໄອເຕັກມໍ ນະຄອນຫຼວງວຽງຈັນ ໂດຍນັກສຶກສາ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ຫຼາຍພັນກວ່າຄົນ ທີ່ໄດ້ຮ່ວມບໍລິຈາກເລືອດໃນຄັ້ງນີ້.

ວັນທີ 14 ມິຖຸນາ ຂອງທຸກໆປີ ແມ່ນວັນຜູ້ບໍລິຈາກເລືອດໂລກ (World Blood Donor Day) ຊຶ່ງຢູ່ປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນຈັດຕັ້ງສະເຫຼີມສະຫຼອງ ເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິ ຈາກເລືອດ ທີ່ເຂົາເຈົ້າໄດ້ມອບຂອງຂວັນ ທີ່ມີຄ່າທີ່ສຸດຕໍ່ຊີວິດ ນັ້ນຄືຄືການບໍລິຈາກເລືອດ ດ້ວຍຄວາມສະ ໝັກໃຈ ເພື່ອຊ່ວຍຄົນເຈັບ ແລະ ສ້າງຄວາມສໍານຶກໃນເລື່ອງຄວາມຈໍາເປັນຂອງການບໍລິຈາກເລືອດທີ່ປະຈໍາ ແລະ ສະໝໍ່າສະເໝີ. ເລືອດ ແລະ ຜະລິດຕະພັນເລືອດ ທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົວໂລກສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານ.

ຈຳນວນຄົນເຈັບທີ່ຕ້ອງການນໍາໃຊ້ເລືອດ ມາຈາກ ແມ່ຍິງ ທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ຈາກພະຍາດໄຂ້ຍຸງ(Malaria), ໄຂ້ເລືອດອອກ,  ຜູ້ໄດ້ຮັບຜົນກະທົບຈາກອຸບັດເຫດພາວະສຸກເສີນ, ໄພທາງທໍາມະຊາດ ລວມເຖິງການຜ່າຕັດຊະນິດຕ່າງໆ. ເຖິງແນວໃດກໍ່ຕາມ ແມ່ນວ່າຄວາມຕ້ອງການເລືອດຢູ່ທົ່ວໂລກເປັນສິ່ງສໍາຄັນກໍ່ຕາມ ແຕ່ການໄດ້ຮັບເລືອດ ແລະຜະລິດຕະພັນເລືອດ ຈາກເລືອດທີ່ມີຄຸນນະພາບ ແລະປອດໄພ ຍັງເຮັດໄດ້ພຽງໃນບາງປະເທດເທົ່ານັ້ນ ແຕ່ຍັງມີອີກຫຼາຍປະເທດ ຍັງຄົງປະສົບກັບບັນຫາ ແລະຍັງເປັນຄວາມທ້າທາຍໃນດ້ານການຈັດຫາເລືອດ ແລະ ຜະລິດຕະພັນເລືອດທີ່ມີຄຸນນະພາບປອດໄພ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສໍາລັບແນວຄວາມຄິດຂອງວັນຜູ້ບໍລິຈາກເລືອດໂລກໃນປີ 2023 ຄື ການປຸກລະດົມໃຫ້ມີການບໍລິຈາກເລືອດ, ການບໍລິການເລືອດ ແລະຜະລິດຕະພັນຂອງເລືອດທີ່ປອດໄພ ເພື່ອເປັນການຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ ພ້ອມທັງເປັນການປູກຈິດສໍານຶກໃຫ້ສັງຄົມປະກອບໃນການບໍລິຈາກເລືອດຫລາຍຂື້ນ ເພື່ອຊ່ວຍຊີວິດ ໃຫ້ສັງຄົມມີຄວາມສະຫງົບ ເປັນສັງຄົມທີ່ມີຈິດໃຈເອື້ອເຟື້ອເພື່ອແຜ່ ມີຄວາມສາມັກຄີ ແລະ ມີສຸຂະພາບທີ່ດີ ແລະແນວຄວາມຄິດຂອງປີນີ້ໄດ້ແກ່:

ໃຫ້ເລືອດ, ໃຫ້ປະລັດສະມາ, ໃຫ້ຊີວີດ, ສືບຕໍ່ໃຫ້ເລື້້ອຍໆ

“ Give blood, give plasma, share life, share often”

ວັນຜູ້ບໍລິຈາກເລືອດປີນີ້ ແມ່ນມຸ່ງເນັ້ນເຖິງຜູ້ຄົນໃນທົ່ວໂລກໄດ້ເລີ່ມຕົ້ນເປັນຜູ້ບໍລິຈາກເລືອດ ແລະເປັນຜູ້ບໍລິຈາກເລືອດຢ່າງປະຈໍາ. ເພື່ອສະເຫຼີມສະຫຼອງວັນທີ 14 ມິຖຸນາ ວັນຜູ້ບໍລິຈາກເລືອດໂລກໃຫ້ກວ້າງຂວາງ ຢູ່ສູນກາງ ແລະ ບັນດາແຂວງອື່ນໆ ໃນທົ່ວປະເທດ ກໍ່ຈະມີກິດຈະກໍາແບບນີ້ຕາມເວລາທີ່ເໝາະສົມເຊັ່ນກັນ.

ສະເພາະປີ 2022, ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງຢູ່ໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັບການຈັດຕັ້ງຂັ້ນຕ່າງໆທີ່ກ່ຽວຂ້ອງ ເຮັດການປຸກລະດົມ ແລະຈັດຮັບບໍລິຈາກເລືອດໄດ້ຫຼາຍກວ່າ 1,993 ຄັ້ງ ແລະ ມີຜູ້ເຂົ້າຮ່ວມຂະບວນປຸກລະດົມການບໍລິຈາກເລືອດ 190,318 ເທື່ອຄົນ ແລະ ໄດ້ຮັບເລືອດຕົວຈິງ 67,017 ເທື່ອຄົນ/ຖົງ ຫຼືເທົ່າກັບ 99% ຂອງແຜນການ (ແຜນການແມ່ນ 68,000 ຖົງ). ເປີເຊັນຜູ້ບໍລິຈາກເລືອດແບບສະຫມັກໃຈບໍ່ຮຽກຮ້ອງສີ່ງຕອບແທນກວມເອົາ 71% ຂອງການບໍລິຈາກເລືອດທັງຫມົດ, ອີກ 29% ແມ່ນການບໍລິຈາກເລືອດແບບພີ່ນ້ອງ,  ສາມາດຕອບສະຫນອງເລືອດແລະສວ່ນປະກອບຂອງເລືອດໄດ້ 78,523 ຖົງ, ຄົນເຈັບຫລາຍກວ່າ 45,000 ຄົນ ໄດ້ຮັບການໃສ່ເລືອດ ແລະ  ຫລາຍຊີວິດໄດ້ຮັບການຊ່ວຍເຫລືອ.

ປີ 2023, ສະພາແຫ່ງຊາດ ໄດ້ມີມະຕິຕົກລົງຮັບຮອງເອົາແຜນການຄາດຫມາຍສູ້ຊົນ ໃນການປຸກລະດົມຮັບບໍລິຈາກເລືອດໃນທົ່ວປະເທດ ເຊີ່ງຕ້ອງໃຫ້ບັນລຸ 73,000 ຖົງ, ໃນນີ້ ສູນກາງຕ້ອງໃຫ້ບັນລຸ 30,520 ຖົງ ແລະ ທ້ອງຖີ່ນ ຕ້ອງໃຫ້ບັນລຸ 42,480 ຖົງ ໂດຍໄດ້ແບ່ງຕົວເລກໃຫ້ແຕ່ລະແຂວງນໍາໄປຈັດຕັ້ງປະຕິບັດ. 6 ເດືອນຕົ້ນປີ 2023, ທົ່ວປະເທດສາມາດຮັບບໍລິຈາກເລືອດ ໄດ້ 36,095 ຖົງ ເທົ່າກັບ 49% ຂອງແຜນການປີ. ໃນປີ ຕໍ່ໆປີ ກໍ່ຈະມີການເພີ້ມຂື້ນໃນແຕ່ລະປີ ໂດຍສະເຫລ່ຍແລ້ວແມ່ນ ເພີ້ມຂື້ນ 5,000 ຖົງ ຕໍ່ປີ ຈົນຮອດ ປີ 2025 ຕ້ອງບັນລຸ 80,400 ຖົງ.          

ໃນໂອກາດວັນທີ່ມີຄວາມໝາຍສໍາຄັນ 14 ມິຖຸນາ ວັນຜູ້ບໍລິຈາກເລືອດໂລກ ຊຶ່ງຈະໝູນວຽນມາອີກເທື່ອໜຶ່ງນັ້ນ, ອົງການກາແດງແຫ່ງຊາດລາວ ຂໍສະແດງເຖິງຄວາມຮູ້ບຸນຄຸນ ແລະຂອບໃຈຢ່າງສູງມາຍັງບຸກຄົນ ກໍ່ຄືການຈັດຕັ້ງທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການບໍລິຈາກເລືອດຢ່າງຕັ້ງໜ້າ ທັງບໍລິຈາກເລືອດ, ທັງເຮັດການປຸກລະດົມເຊີນຊວນ ແລະທັງປະກອບສ່ວນດ້ານວັດຖຸປັດໃຈ ເຂົ້າໃນກິດຈະກຳສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດແຕ່ລະປີ.

ສະາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດ ຂໍເຊີນຊວນ ພະນັກງານ-ລັດຖະກອນ, ທະຫານ,ຕຳຫຼວດ, ນັກຮຽນນັກສຶກສາ, ພໍ່ຄ້າ-ຊາວຂາຍ ຕະຫຼອດເຖິງພໍ່ແມ່ປະຊາຊົນທົ່ວນະຄອນຫຼວງວຽງຈັນ ຫຼືບັນດາແຂວງ ທົ່ວປະເທດ ເຂົ້າຮ່ວມກິດຈະກຳການບໍລິຈາກເລືອດ ຫາກທ່ານມີເງື່ອນໄຂ ອາຍຸ 17-60 ປີ, ນໍ້າໜັກ 45 ກິໂລຂື້ນໄປ, ຢູ່ໃນໄລຍະທີ່ມີສຸຂະພາບແຂງແຮງດີ ແມ່ນຂໍເຊີນຊວນໄປຮ່ວມບໍລິຈາກເລືອດນຳພວກເຮົາທີ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດ.

ທ່ານສາມາດມາບໍລິຈາກເລືອດໄດ້ທີ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດເລີ່ມແຕ່ 08:30-17:00ມ ທຸກມື້ ເປີດຮັບບໍລິຈາກປະຈຳ ບໍ່ເວັ້ນວັນພັກທາງລັດຖະການ.

Hits: 33

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້