ຂໍຂອບໃຈນຳຜູ້ສະໜັບສະໜູນ

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ສະນັ້ນ, ຈຶ່ງມີຄຳແນະນຳງ່າຍໆ ໃນການອອກກຳລັງກາຍໃນຊ່ວງຝົນຕົກມາຝາກ:

  1. ໃນຂະນະທີ່ຝົກຕົກໜັກ ໃຫ້ຫຼີກຫຼ່ຽງການອອກກຳລັງກາຍໄປເລີຍ ເພາະມີໂອກາດສູງກວ່າປົກກະຕິ ທີ່ຈະຖືກຟ້າຜ່າ ຫຼື ລົມພັດສິ່ງຂອງເຂົ້າຕາ ແລະ ຂອງແຂັງຕົກໃສ່ຫົວ.
  2. ຂະນະທີ່ຝົນຕົກຄ່ອຍໆ ຫຼື ຫຼັງຝົນຕົກໃໝ່ໆ ພື້ນທີ່ຈະປຽກຈົນເຮັດໃຫ້ມື່ນລົ້ມໄດ້ງ່າຍ ສະນັ້ນ ຄວນອອກກຳລັງກາຍດ້ວຍຄວາມລະມັດລະວັງໃຫ້ຫຼາຍຂຶ້ນ.
  3. ຂະນະທີ່ຝົນຕົກ ຈົນຮອດຫຼັງຝົນຕົກໜ້ອຍໜຶ່ງ ອາກາດຈະຊຸ່ມ ເຮັດໃຫ້ຫາຍໃຈລຳບາກ ແລະ ເມື່ອຍງ່າຍກວ່າປົກກະຕິ ລວມເຖິງການລະບາຍເຫື່ອບໍ່ດີ ເຮັດໃຫ້ເຮົາອຶດອັດ, ໜ້າມືດ, ເປັນລົມງ່າຍ ຜູ້ທີ່ມີບັນຫາກ່ຽວກັບສຸຂະພາບ ຄວນລະວັງໃຫ້ຫຼາຍຂຶ້ນ.
  4. ຖ້າທ່ານຖືກຝົນຈົນໂຕປຽກ ເມື່ອອອກກຳລັງກາຍຮຽບຮ້ອຍແລ້ວ ຄວນຟ້າວອາບນ້ຳເຊັດໂຕໃຫ້ແຫ້ງ ເພາະຖ້າປ່ອຍໃຫ້ໂຕປຽກດົນໆ ອຸນຫະພູມໃນຮ່າງກາຍຈະຫຼຸດໄວເກີນໄປ ເຮັດໃຫ້ເຮົາປ່ວຍໄດ້ງ່າຍກວ່າປົກກະຕິ.
  5. ເຄື່ອງນຸ່ງ, ເກີບ ທີ່ປຽກຊຸ່ມ ອາດເຮັດໃຫ້ທ່ານເປັນໂຣກຜິວໜັງຈາກເຊື້ອຣາໄດ້ ຖ້າໃຊ້ງານແລ້ວໆ ຄວນປົດໄປຊັກ ແລະ ອາບນ້ຳທັນທີ ເຊັດໂຕໃຫ້ແຫ້ງຈຶ່ງປ່ຽນຊຸດໃໝ່.
    ນີ້ອາດຈະເປັນຄຳແນະນຳເລັກໜ້ອຍ ທີ່ອາດຈະເປັນປະໂຫຍດສຳລັບທ່ານທີ່ມັກອອກກຳລັງກາຍໃນຊ່ວງລະດູຝົນ.

Hits: 5

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້