Monday, March 24, 2025

ຮູ້ບໍ່ວ່າ ຄວາມຄຽດ ເປັນໜຶ່ງປັດໄຈທີ່ເຮັດໃຫ້ຜົມຫຼົ່ນ.

ການປ່ຽນແປງຂອງເສັ້ມຜົມ ບໍ່ວ່າຈະເປັນຄວາມໜາ ຄວາມບາງ ຫຼື ການຫຼົ່ນ ມັກຈະປ່ຽນແປງໄປຕາມຊ່ວງອາຍຸ ເຊິ່ງປັດໄຈໃນການປ່ຽນແປງນອກຈາກອາຍຸແລເວຍັງມີປັດໄຈອີກຫຼາຍຢ່າງ ທີ່ສາມາດເຮັດໃຫ້ຜົມຫຼົ່ນໄດ້.

ກ່ອນຈະໄປເບິ່ງສາເຫດ ຕ້ອງຮູ້ກ່ອນວ່າອາການຜົມຫຼົ່ນຖືເປັນເລື່ອງປົກກະຕິທີ່ສາມາດເກີດຂຶ້ນກັບທຸກຄົນໄດ້ ໂດຍປົກກະຕິແລ້ວນໜຶ່ງວັນຄົນເຮົາຈະມີຜົມຫຼົ່ນສິເລ່ຍ 100 ເສັ້ນຕໍ່ວັນ ແຕ່ຈຳນວນດັ່ງກ່າວແມ່ນຈະໜ້ອຍຫຼືຫຼາຍ ຂຶ້ນກັບປັດໄຈຕ່າງໆເຊັ່ນ: ອາຍຸຄົນເຮົາ, ອາຍຸຂອງເສັ້ນຜົມ, ການຈັດຊົງຜົມ, ກຳມະພັນ, ຄວາມຄຽດ ແລະ ອື່ນໆ

ອາຍຸ

ຫຼັງຈາກທີ່ເຈົ້າມີອາຍຸໄດ້ 30 ປີຂຶ້ນໄປ ກໍມັກຈະພົບກັບປັນຫາຜົນຫຼົ່ນທັງໃນຜູ້ຊາຍ ແລະ ຜູ້ຍິງ ແຕ່ສ່ວນໃຫຍ່ແລ້ວມັກຈະເກີດອາການຜົມຫຼົ່ນໃນຜູ້ຊາຍຫຼາຍກວ່າ

ອາຍຸຂອງເສັ້ນຜົມ

ໂດຍສະເລ່ຍແລ້ວຜົມຂອງຄົນເຮົານັ້ນຈະມີອາຍຸປະມານ 4 ປີ 6 ເດືອນ ເມື່ອເສັ້ນຜົມອາຍຸຄົບກຳນົດກໍຈະເກີດອາການຫຼຸດຫຼົ່ນຕາມທຳມະຊາດ ແລະ ຂຶ້ນໃໝ່ພາບໃນ 6 ເດືອນ.

ການຈັດຊົງຜົມ

ການຈັດຊົງຜົມ ບໍ່ໄດ້ໝາຍເຖິງການຈັດຊົງພຽງຢ່າງດຽວ ຍັງລວມໄປເຖິງການໃຊ້ຢາສະຫົົວ, ຫວີຜົມ ແລະ ການໃຊ້ນໍ້າມັນບໍາລຸງຜົມຕ່າງໆ ເຊິ່ງກິດຈະກຳເຫຼົ່ານີ້ລ້ວນເຮັດໃຫ້ເກີດອາການຜົມຫຼົ່ນໄດ້.

ກຳມະພັນ

ຜົມຫຼົ່ນທີ່ເກີດຈາກກຳມະພັນ ຫາກເຈົ້າມີກຳມະພັນຫົວລ້ານ ບໍ່ໄດ້ໝາຍຄວາມວ່າຈະເຮັດໃຫ້ຜົມຫຼົ່ນຫຼາຍກວ່າຄົນອື່ນ ພຽງແຕ່ວ່າແອັດຕາໃນການງອກຜົມໃໝ່ໜ້ອຍກວ່າຄົນອື່ນ ແລະ ຊ້າກວ່າປົກກະຕິ ເຮັດໃຫ້ເກີດຜົມບາງຫົວລ້ານໄດ້ ເຊິ່ງຜົມຫຼົ່ນທີ່ເກີດຈາກກຳມະພັນນັ້ນ ໃນແຕ່ລະບຸກຄົນຈະມີຜົມຫຼົ່ນບໍ່ເທົ່າກັນຂຶ້ນກັບ ອາຍຸ ເພດ ແລະ ຮໍໂມນ.

ອີກປັດໄຈໜຶ່ງທີ່ສຳຄັນ ເຊິ່ງເປັນອີກສາເຫດເຮັດໃຫ້ເກີດຜົມຫຼົ່ນ ແລະ ສາມາດເກີດຂຶ້ນກັບທຸກຄົນໄດ້ນັ້ນກໍຄື ຄວາມຄຽດ ໂດຍສາມາດແບ່ງປະເພດຂອງອາການຜົມຫຼົ່ນທີ່ເກີດຈາກ ການມີລະດັບຄວາມຄຽດ ໄດ້ດັ່ງນີ້:

  • Telogen effluvium ພາວະຜົມຫຼົ່ນທີ່ເກີດຂຶ້ນຈາກການກະຕຸ້ນຈາກຄວາມຄຽດ ເມື່ອເກີດຄວາມຄຽດຫຼາຍໆ ຈະເຮັດໃຫ້ຮາກຜົມເຂົ້າສູ່ໄລຍະພັກໂຕ ເມື່ອສະຜົມ ຫຼື ຫວີຜົມກໍຈະເຮັດໃຫ້ຜົມຫຼຸດງ່າຍຂຶ້ນ.
  • Trichotillomania ເປັນພາວະ ຜົມຫຼົ່ນທີ່ເກີດຈາກການຕອບສະໜອງຕໍ່ອາລົມດ້ານລົບຫຼືຄວາມຄຽດ ກະຕຸ້ນໃຫ້ເຈົ້າຮູ້ສຶກຢາກດຶງຜົມ ເພາະການດຶງຜົມເປັນການຕອບສະໜອງຂອງຮ່າງກາຍຕໍ່ຄວາມບໍ່ສະບາຍໃຈ ຫຼື ຄວາມຮູ້ສຶກດ້ານລົບຢ່າງໜຶ່ງ ເຊັ່ນ: ຄວາມຄຽດ ເບື່ອ ຫງຸດຫງິດ ຫຼື ຮູ້ສຶກເຫົງາ.
  • Alopecia areata ເປັນອາການຜົມຫຼົ່ນທີ່ເກີດຈາກຄວາມຄຽດຂັ້ນຮຸນແຮງ ເຮັດໃຫ້ລະບົບພູມຄຸ້ມກັນຂອງຮ່າງກາຍເຂົ້າໂຈມຕີຮູຂຸມຂົນ ເຮັດໃຫ້ຜົມຫຼົ່ນ.

ຈາກທີ່ກ່າວມາຂ້າງເທິງເຫັນໄດ້ວ່າ ຄວາມຄຽດກໍເປັນຕົວການໜຶ່ງທີ່ເຮັດໃຫ້ເກີດອາການຜົມຫຼົ່ນໄດ້ ແຕ່ບໍ່ແມ່ນອາການທີ່ເກີດຂຶ້ນຢ່າງຖາວອນ ຫາກເຈົ້າສາມາດຈັດການກັບຄວາມຄຽດ ຫຼື ຄວບຄຸມຄວາມຄຽດທີ່ເກີດຂຶ້ນໄດ້ ເສັ້ນຜົມກໍຈະກັບມາງອກ ແລະ ແຂງແຮງໄດ້ ແຕ່ຫາກເຈົ້່າສັງເກດເຫັນອາການຜົມຫຼົ່ນຂອງຕົນເອງຫຼາຍກວ່າປົກກະຕິ ຄວນປຶກສາກັບໝໍສະເພາະທາງເປັນການດີທີ່ສຸດ ເພື່ອບໍ່ໃຫ້ເກີດບັນຫາຮ້າຍແຮງ.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.