Sunday, May 18, 2025
Kbank Laos โอน รับ จ่าย

ສິ່ງທີ່ບໍ່ຄວນເຮັດ ຫຼັງເຮົາກິນອາຫານອິ່ມໆ

ເວລາກິນອີ່ມ ແລ້ວຢາກນອນ ຫຼາຍຄົນມີອາກນາແບບນີ້ ໂດຍສະເພາະໃນຊ່ວງເວລາຕອນສວາຍ ຫຼັງກິນເຂົ້າສວາຍແບບຈັດເຕັມແລ້ວ ຖ້າເປັນຢູ່ບ້ານເຮົາອາດຈະໄປນອນຫຼິ້ນໂທລະສັບພັກຜ່ອນຫຼັບເທິງຕຽງ ແຕ່ວ່າ! ເຮົາບໍ່ຄວນນອນເດັດຂາດຫຼັງກິນອາຫານ ແລະ ຍັງມີອີກຫຼາຍຢ່າງທີ່ເຮົາບໍ່ຄວນເຮັດ.

1. ເອນຫຼັງລົງນອນ

ນອກຈາກຄົນທີ່ມີອາການກົດໄຫຼຍ້ອນແລ້ວ ຈະສ່ຽງເກີດອາການອາຫານໄຫຼອອກທາງປາກ ການກົ້ມໂຕລົງນອນທັນທີທີ່ກິນອາຫານອີ່ມໆ ຈະເຮັດໃຫ້ເກີດລົມ ຫຼື ແກັສໃນກະເພາະອາຫານ ແລະ ລໍາໄສ້ ຈົນເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ບໍສະດວກອີກດ້ວຍ ເຊິ່ງຫາກມີິບັນຫາຕໍ່ໄປເລື້ອຍໆ ອາດຈະສ່ຽງເປັນກົົດໄຫຼຍ້ອນເປັນປະຈຳ.

2. ອອກກຳລັງກາຍ

ອາການທຳອິດເມື່ອເຈົ້າອອກກຳລັງກາຍຫຼັງກິນອາຫານທັນທີ ແມ່ນ ຈະເກີດອາການຈຸກທ້ອງ ນອກຈາກນັ້ນຍັງເຮັດໃຫ້ອາຫານບໍ່ຍ່ອຍ ແລະ ລໍາໄສ້ດູດຊຶມສານອາຫານທີ່ດີໄດ້ບໍ່ພຽງພໍ.

3. ກິນໝາກໄມ້

ຫຼາຍຄົນອາດບໍ່ຮູ້ວ່າ ການກິນໝາກໄມ້ຫຼັງອາຫານທັນທີ ສົ່ງຜົນເສຍຕໍ່ຮ່າງກາຍຢ່າງທີ່ເຈົ້າອາກບໍ່ນຶກເຖິງ ເພາະນໍ້າຍ່ອຍໃນໝາກໄມ້ຈະໄປຍ່ອຍອາຫານຫຼັນຈົນສະພາບນໍ້າຍ່ອຍເປັນກົດ ແລະເຮັດໃຫ້ໝາກໄມ້ຖືກຍ່ອຍແລະດູດຊຶມເຂົ້າລໍາໄສ້ໄດ້ຊ້າ ເຊິ່ງຫາກຍ່ອຍບໍ່ໝົດຈະເຮັດໃຫ້ເກີດການບູດ ເກີດແກັສໃນກະເພາະອາຫານຈົນເກີດອາການທ້ອງອືດ ຈຸດ ແນ້ນທ້ອງ. ດັ່ງນັ້ນ, ຫາກຢາກກິນໝາກໄມ້ ຄວນລໍຖ້າຫຼັງມື້ອາຫານຢ່າງໜ້ອຍ 1-2 ຊົ່ງໂມງ.

4. ອາບນໍ້າ

ບໍ່ເຊື່ອກໍຕ້ອງເຊື່ອ ຫຼັງກິນເຂົ້າບໍ່ຄວນອາບນໍ້າທັນທີ ເພາະການອາບນໍ້າອາດເຮັດໃຫ້ເກີດອາການຈຸກ ແນ້ນທ້ອງ ທ້ອງອືດ ລະບົບຍ່ອຍອາຫານເຮັດວຽກໄດ້ບໍ່ດີຄືເກົ່າ ດູດຊຶມສານອາຫານດີໆໄປໃຊ້ໄດ້ໜ້ອຍລົງອີກດ້ວຍ.

ທາງທີ່ດີທີ່ສຸດຫຼັງກິນອາຫານ ແມ່ນນັ່ງຢູ່ຊື່ໆ ຫຼື ຍ່າງຊ້າໆ ເພື່ອຊ່ວຍໃຫ້ກະເພາະອາຫານເຮັດການຍ່ອຍອາຫານໄດ້ງ່າຍ ແລະ ສະດວກຂຶ້ນ ບໍ່ຄວນເຮັດກິດຈະກຳໜັກໆ ແຕ່ກໍບໍ່ຄວນນອນທັນທີເຊັ່ນດຽວກັນ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້