Friday, November 7, 2025
Kbank Laos โอน รับ จ่าย

ລາວ ເງິນເຟີ້ຕໍ່ເນື່ອງ! ເດືອນ ກໍລະກົດ ຢູ່ໃນລະດັບ 27,8%

ໃນເດືອນກໍລະກົດ 2023 ທ່າອ່ຽງລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນ ແຕ່ເພີ່ມຂຶ້ນໃນຈັງຫວະບໍ່ຊ້າລົງ ດັດຊະນີ ລາຄາສິນຄ້າໂດຍລວມຂອງເດືອນກໍລະກົດ ຢູ່ໃນລະດັບ 190,15 ເຊິ່ງເພີ່ມຂຶ້ນຈາກ 148,79 ໃນເດືອນກໍລະກົດ ປີຜ່ານມາ ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນກໍລະກົດນີ້ ຢູ່ໃນລະດັບ 27,8% (ເດືອນ ມີຖຸນາ 2023 ຢູ່ໃນລະດັບ 28,6%).

ໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມ ບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 37,81%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 32,8% ພົ້ນເດັ່ນແມ່ນ ໝວດ ເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 28,5%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 24,7%, ໝວດເຫຼົ້າ ແລະ ຢາສູບ ເພີ່ມ ຂຶ້ນ 21,9%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 20,8%, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງ ຫຸງຕົ້ມ ເພີ່ມຂຶ້ນ 16,8%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 14,0%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 14,5%.

ເມື່ອທຽບລາຄາສິນຄ້າ ແລະ ບໍລິການ ເດືອນກໍລະກົດ 2023 ທຽບກັບເດືອນມິຖຸນາ 2023 ເຫັນວ່າຍັງສືບຕໍ່ ເພີ່ມຂຶ້ນ ເຊິ່ງເພີ່ມຂຶ້ນ 7,21% ໃນນັ້ນພວກຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນຫລາຍກວ່າໝູ່ (%) ພື້ນເຕັ້ນແມ່ນ ການເພີ່ມຂຶ້ນຂອງ ລາຄາຢາປາລາເຊຕາໂມນທີ່ນຳເຂົ້າ ເພີ່ມຈາກ 6.036 ກີບ/ແຜງ ເປັນ 6.696 ກີບ/ແຜງ (ເພີ່ມຂຶ້ນ 20%), ຢາອາມົກຊີລິນເມັດເພີ່ມຈາກ 7.103 ກີບ/ແຜງ ມາເປັນ 7.039 ບາດ/ແຜງ, ຢາແກ້ໄອເດັກນ້ອຍ ເພີ່ມຈາກ 16.261 ກີບ/ຂວດ ມາເປັນ 16.766 ກີບ/ຂວດ. ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 4,2% ພົ້ນເດັ່ນ ແມ່ນ ນໍ້າມັນແອັດຊັງທຳມະດາເພີ່ມຂຶ້ນຈາກ 19.553 ກີບ/ລິດ ມາເປັນ 20.660 ກີບ/ລິດ, ນໍ້າມັນກະຊວນ ເພີ່ມຂຶ້ນ ຈາກ 17.039 ກີບ/ລິດ ມາເປັນ 19.900 ກີບ/ລິດ, ຄ່າໂດຍສານພາຍໃນເມືອງ ເພີ່ມຈາກ 6.949 ກີບ/ປີ້ ເປັນ 7.393 ກີບ/ປີ້. ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 4,1% ພົ້ນເດັ່ນແມ່ນ ລາຄາປີ້ງໄກ່ ເພີ່ມຈາກ 25.531ປີ້ງ ມາ ເປັນ 26.449 ກີບ/ປີ້ງ, ເຂົ້າລາດໜ້າ ຈາກ 23.339 ກີບ/ຈານ ມາເປັນ 23.538 ກີບ/ຈານ, ລາຄາ ເຝີ ເພີ່ມຈາກ 24.229 ກີບ/ຖ້ວຍ ມາເປັນ 25.092 ກີບ/ຖ້ວຍ. ໝວດເຄື່ອງນຸ່ງຫົ່ມ ແລະ ເກັບ ເພີ່ມຂຶ້ນ 3,3% ພົ້ນເດັ່ນແມ່ນ ມຸ້ງ ກາງນອນເພີ່ມຈາກ 82.227 ກີບ/ດາງ ມາເປັນ 87.838 ກີບ/ດາງ, ແຟັບຊັກເຄື່ອງໄທຂະໜາດ 1 ກິໂລ ເພີ່ມຈາກ 17.498 ກີບ/ຖົງ ມາເປັນ 18.520 ກີບ/ຖົງ, ນໍ້າຢາລ້າງຈານ ເພີ່ມຈາກ 18.501 ກີບ/ຖົງ ມາເປັນ 18.989 ກີບ/ຖົງ, ພ້ອມກັນນັ້ນ, ຫລາຍລາຍການສິນຄ້າທີ່ນອນຢູ່ໃນບັນຊີລາຍການຄວບຄຸມລາຄາ ກໍເຫັນວ່າ ໄດ້ມີການປັບຕົວເພີ່ມຂື້ນ ເປັນຕົ້ນແມ່ນ ສິນຄ້າປະເພດອາຫານສົດ, ເຄື່ອງກໍ່ສ້າງ ແລະ ຫົວອາຫານສັດ.

ສາເຫດຕົ້ນຕໍຂອງການເພີ່ມຂຶ້ນຂອງລາຄາຍັງແມ່ນມາຈາກປັດໄຈທີ່ ສປປ ລາວ ເອື່ອຍອີງຈາກການນຳເຂົ້າ ສິນຄ້າຈາກຕ່າງປະເທດ. ດັ່ງນັ້ນ ເມື່ອອັດຕາແລກປ່ຽນສືບຕໍ່ອ່ອນຄາ່າເຊັ່ນ ໃນຕົ້ນເດືອນກໍລະກົດທຽບໃສ່ຕົ້ນເດືອນ ມິຖຸນາ ປີ 2023 ເງິນກີບທຽບໃສ່ທັງເງິນບາດ ແລະ ເງີນໂດລາ ອ່ອນຄຳ 4% ແລະ ເມື່ອທຽບກັບໄລຍະດຽວກັນຂອງ ປີຜ່ານມາເງິນກີບທຽບໃສ່ບາດ ແລະ ໂດລາ ອ່ອນຄ່າ 19% ຈິ່ງເຮັດໃຫ້ລາຄາສິນຄ້ານຳເຂົ້າມີການປັບໂຕສູງຂຶ້ນຕາມ ການອ່ອນຄ່າຂອງອັດຕາແລກປ່ຽນ. ພ້ອມກັນນັ້ນ, ການປ່ຽນແປງລາຄາສິນຄ້າຂອງ ສປປ ລາວ ບໍ່ສະເພາະແຕ່ມາຈາກ ການຜ່ານຜ່າຂອງອັດຕາແລກປ່ຽນ, ແຕ່ຍັງມາຈາກການເພີ່ມຂຶ້ນຂອງລາຄາສິນຄ້າຢູ່ຕ່າງປະເທດເປັນຕົ້ນແມ່ນລາຄານໍ້າ ມັນທີ່ມີອ່ຽງບໍ່ແນ່ນອນ ແລະ ມີການນັບໂຕເພີ່ມຂຶ້ນຄື: ລາຄານໍ້າມັນຢູ່ຕະຫລາດສາກົນໃນໄລຍະປະຈຸບັນ ທຽບໃສ່ ໄລຍະຕົ້ນເດືອນກໍລະກົດ 2023, ລາຄານໍ້າມັນແອັດຊັ່ງພິເສດ ເພີ່ມຂຶ້ນ 15%, ນ້ຳມັນແອັດຊັງທຳມະດາເພີ່ມຂຶ້ນ 16%.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.