Saturday, July 19, 2025
Kbank Laos โอน รับ จ่าย

ຫາເວລາພັກຜ່ອນ! ຫາກພົບວ່າເຮົາມີພຶດຕິກຳເຫຼົ່ານີ້.

ບໍ່ວ່າຈະເປັນເລື່ອງການຮຽນ ການເຮັດວຽກ ສິ່ງເຫຼົ່ານີ້ສາມາດສ້າງຄວາມຄຽດ ຄວາມກົດດັນໃຫ້ກັບເຮົາໄດ້ ສ່ວນໃຫຍ່ມັກຈະຄ່ອຍໆສະສົມຄວາມເມື່ອຍ ຄວາມຄຽດໃຫ້ກັບຮ່າງກາຍ ແລະ ຈິດໃຈ ຈົນເຖິງຈຸດທີ່ໂຕຂອງເຮົາເອງຈະສົ່ງສັນຍານອອກມາ ເຊິ່ງຖ້າເຮົາມີສັນຍານເຫຼົ່ານີ້ ກໍຄວນຫາເວລາພັກຜ່ອນໃຫ້ໄວທີ່ສຸດ.

ສະມາທິສັ້ນ

ອາການທຳອິດຄືມັກຈະສະມາທິສັ້ນ ຮູ້ສຶກກັງວົນ ອາການນີ້ມັກເກີດຂຶ້ນຈາກການບໍ່ໄດ້ພັກຜ່ອນຢ່າງພຽງພໍ ຄວາມກັງວົນເຖິງງານທີ່ມີບັນຫາ ເຮັດໃຫ້ຄຸນນະພາບງານທີ່ໄດ້ອອກມາໜ້ອຍລົງ.

ນອນຫຼັບຍາກ

ກວ່າຈະນອນຫຼັບກໍຍາກ ຕື່ນຂຶ້ນມາຕອນກາງຄືນ ຫຼື ພະຍາຍາມນອນກໍບໍ່ຫຼັບ ອາການເຫຼົ່ານີ້ຫາກເກີດຕິດຕໍ່ກັນດົນໆ ຈະສົ່ງຜົນຕໍ່ທັງສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສ່ວນໃຫຍ່ມັກຈະມາຈາກຄວາມຄຽດ ຄວາມກັງວົນຂອງເຮົາ.

ກິນບໍ່ປົກກະຕິ

ກິນຫຼາຍກວ່າປົກກະຕິ ຫຼື ກິນໜ້ອຍກວ່າປົກກະຕິ ເປັນສັນຍານຂອງຄວາມຄຽດຢ່າງໜຶ່ງທີ່ບອກກັບໂຕເຮົາວ່າ ເຮົາຄວນຕ້ອງຢຸດພັກຈາກກິດຈະກຳທີ່ເຮັດໃຫ້ເຮົາຄຽດ ແລະ ສິ່ງທີ່ເກີດຂຶ້ນໄດ້ຕະຫຼອດຄື ບໍ່ມັກກິນອາຫານມື້ຫຼັກ ກິນແຕ່ຂອງຫວ່າງ ຂະໜົມ ເຊິ່ງອັນນີ້ກໍເປັນສັນຍານບອກວ່າເຮົາຄວນພັກຜ່ອນໄດ້ເຊັ່ນກັນ.

ບໍ່ມີແຮງຈູງໃຈ

ໝົດກຳລັງໃຈ ບໍ່ຢາກລຸກໄປຮຽນ ຫຼື ລຸກໄປເຮັດວຽກ ເຊິ່ງປົກກະຕິເຄີຍຢາກເຮັດວຽກຢູ່ຕະຫຼອດ ຫຼື ລວມໄປເຖິງບໍ່ຢາກໄປພົບຜູ້ຄົນ ບໍ່ຢາກອອກໄປເຮັດສິ່ງທີ່ມັກ ອາການນີ້ສ່ວນໃຫຍ່ມາຈາກຄວາມເບື່ອ ຢູ່ໃນຈຸດທີ່ເບື່ອຫຼາຍຈົນບໍ່ຢາກເຮັດຫຍັງ.

ບໍ່ສະບາຍຕະຫຼອດ

ຮູ້ສຶກບໍ່ສະບາຍ ປວດຫົວ ປວດທ້ອງ ບໍ່ສະບາຍຕະຫຼອດເວລາ ອາການນີ້ເກີດຈາກຄວາມຄຽດ ຄວາມກັງວົນ ການພັກຜ່ອນບໍ່ພຽງພໍ ອາດສົ່ງຜົນຕໍລະບົບພູມຄຸ້ມກັນຂອງເຮົາ ເຮັດໃຫ້ບໍ່ສະບາຍງ່າຍ.

ຫາກເກີດອາການເຫຼົ່ານີ້ຂຶ້ນກັບໂຕເອງ ຄວນຫາເວລາໃຫ້ຕົວເອງໄດ້ພັກຜ່ອນ ລາງານອອກໄປທ່ຽວຜ່ອນຄາຍ ມີເວລາກັບໂຕເອງ ຫຼື ທາງທີ່ດີກໍຄວນປຶກສາແພດສະເພາະທາງຈະດີທີ່ສຸດ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.