Friday, April 18, 2025

ຝີດາດລີງ ແມ່ນຫຍັງ? ມີອາການ ແລະ ວິທີປ້ອງກັນແນວໃດ

ເຊື່ອວ່າບໍ່ໃຜບໍ່ຮູ້ຈັກກັບຝີດາດລີງ ເພາະເປັນໂຣກທີ່ມີການຕິດຕໍ່ງ່າຍ ແລະ ອາການຮຸນແຮງ ເຊິ່ງໂຣກດັ່ງກ່າວເຄີຍກັບມາລະບາດໃນຊ່ວງທີ່ມີໂຄວິດ-19 ໃນປີທີ່ຜ່ານມາ ປັດຈຸບັນ ປະເທດໄທ ໄດ້ເກີດມີກໍລະນີຜູ້ເສຍຊີວິດຈາກພະຍາດດັ່ງກ່າວແລ້ວ 1 ກໍລະນີ ເຊິ່ງຈາກຂໍ້ມູນຈາກ ກົມຄວບຄຸມພະຍາດ ປະເທດໄທ ໄດ້ໃຫ້ຮູ້ວ່າ ກໍລະນີເສຍຊີວິດຄົນທຳອິດໃນໄທ ເປັນຜູ້ຕິດເຊື້ອເອສໄອວີ ທີ່ຕິດພະຍາດຝີດາດລີງ.

ພະຍາດດັ່ງກ່າວ ມີອັດຕາການຕາຍສູງເຖິງ 3-6% ເປັນໂລກຕິດຕໍ່ສັດສູ່ຄົນ ແລະ ຍັງສາມາດຕິດເຊື້ອຈາກການສຳຜັດໃກ້ຊິດບຸກຄົນ, ສັດ ຫຼື ວັດຖຸ ທີ່ມີເຊື່ອພະຍາດໄດ້, ໃນປີ 2022 ອົງການອະນາໄມໂລກ (WHO) ກໍເຄີຍໄດ້ປະກາດໃຫ້ພະຍາດດັ່ງກ່າວ ເປັນພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ ແລະ ເຕືອນໃຫ້ປະເທດທີ່ມີກໍລະນີທີ່ຖືກຢືນຢັນວ່າະມີພະຍາດດັ່ງກ່າວ ຄວນ​ມີ​ມາດ​ຕະການ​ປ້ອງ​ກັນ​ການ​ແຜ່​ລະບາດ ​ແລະ ປ້ອງ​ກັນ​ພະຍາດ​ຢ່າງ​ລະອຽດ.

“ຝີດາດລີງ Monkeypox” ແມ່ນໂຣກທີ່ເກີດຈາກເຊື້ອໄວຣັສ Orthopoxvirus ເປັນໂຣກທີ່ຕິດຕໍ່ລະຫວ່າງຄົນ ແລະ ສັດທີ່ພົບເຫັນໄດ້ໜ້ອຍ ສ່ວນຫຼາຍຈະພົບໂຣກນີ້ຢູ່ ອາຟຣິກາກາງ ແລະ ຕາເວັນຕົກ ໂດຍເຊື້ອໄວຣັສນີ້ເປັນເຊື້ອທີ່ເຮັດໃຫ້ເກີດໂຣກຝີດາດໃນຄົນ ແລະ ຝີດາດງົວທີ່ພົບໃນສັດຫຼາຍຊະນິດ ໂດຍສະເພາະສັດຕະກູນລິງ, ໜູ, ກະຮອກ, ກະຕ່າຍ ເປັນຕົ້ນ ສັດປ່າແລະສັດລ້ຽງກໍອາດຕິດເຊື່ອໄດ້ ລວມເຖິງຄົນກໍສາມາດຕິດເຊື້ອໄດ້ເຊັ່ນກັນ.

ອາການຂອງໂຣກຝີດາດລີງໃນຄົນ

ຜູ້ທີ່ເປັນພະຍາດດັ່ງກ່າວຈະມີອາການຂອງໂຣກຫຼັງຈາກຕິດເຊື້ອປະມານ 12 ວັນ ແລະ ຈະມີອາການດັ່ງນີ້:

  • ມີໄຂ້ ໜາວສັ່ນ
  • ຫວດຫົວ ເຈັບຄໍ ຕ່ອມນໍ້າເຫຼືອງໃຫຍ່
  • ປວດກ້າມຊີ້ນ ປວດຫຼັງ
  • ອ່ອນເພຍ
  • ຈາກນັ້ນປະມານ 1-3 ວັນ ຈະມີຜື່ນຂຶ້ນບໍລິເວນແຂນຂາ ແລະ ອາດຈະເກີດຢູ່ໜ້າ ລໍາໂຕອີກດ້ວຍ
  • ຈາກຜື່ນຈະກາຍເປັນຕຸ່ມໜອງ
  • ໃນໄລຍະສຸດທ້າຍຕຸ່ມໜອງຈະມີິສະເກັດຄຸມແລ້ວຫຼຸດອອກມາ

ວິທີຮັກສາໂຣກຝີດາດລິງໃນຄົນ

ຕາກຜົກກະຕິແລ້ວອາການຈະຄ່ອຍໆຫາຍໄປເອງ ຫຼັງຈາກຜ່ານໄປ 2-4 ອາທິດ ແຕ່ຫາກອາການບໍ່ດີຂຶ້ນ ຄວນຮີບດ່ວນໄປປຶກສາໝໍເພື່ອກວດຮ່າງກາຍຢ່າງລະອຽດ.

ປັດຈຸບັນ, ປະເທດລາວເຮົາຍັງບໍ່ຢືນຢັນວ່າພົບເຫັນກໍລະນີຕິດເຊື້ອດັ່ງກ່າວ ແຕ່ວ່າປະເທດອ້ອມຂ້າງແມ່ນພົບແລ້ວ ສະນັ້ນ ອາດມີຄວາມສ່ຽງທີ່ຈະຢູ່ໃນປະຊາຊົນບາງກຸ່ມເຊັ່ນ ແຮງງານຈາກຕ່າງປະເທດ, ນັກທ່ອງທ່ຽວ, ຜູ້ປະກອບການທ່ອງທ່ຽວ, ນັກທຸລະກິດທີ່ເດີນທາງໄປປະເທດທີ່ມີຜູ້ຕິດເຊື້ອ ຫາກພົບອາການເບື້ອງຕົ້ນຕາມທີ່ໄດ້ກ່າວມາ ຄວນຮີບໄປພົບໝໍໂດຍດ່ວນ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.