ScamTok ການຫຼອກລວງໃນ TikTok ທີ່ຫຼາຍຄົນບໍ່ຮູ້

TikTok ເປັນແອັບທີ່ຂະຫຍາຍໂຕໄວທີ່ສຸດໃນຍຸກນີ້ ເຊິ່ງບາງຄົນຈັບໂທລະສັບມາກໍເຂົ້າ TikTok ຕອນຕື່ນນອນ ແລະ ຫຼິ້ນກ່ອນນອນ, ແຕ່ຮຸ້ບໍ່ວ່າ TikTok ກໍມີິມິດສາຊີບເກີດຂຶ້ນມາເຊັ່ນກັນ ບາງຄັ້ງກໍອາດຈະເຂົ້າມາຫຼອກເຮົແລ້ວ ແຕ່ເຮົາບໍ່ຮູ້ໂຕ.

ScamTok ຫຼື TikTok Scam ມິດສາຊີບທີ່ແຝງໂຕຢູ່ໃນ TikTok ມີຫຼາຍຮູບແບບ ແລະໃຊ້ຫຼາຍວິທີ ເພື່ອຫຼອກລວງເຮົາ ເຊິ່ງຈະມີວິທີໃດແນ່ໄປເບິ່ງນຳກັນເລີຍເພື່ອຮູ້ໄວ້ ຈະໄດ້ປ້ອງກັນໄວ້ທັນ:

  1. ຊ່ອງທາງລວຍທັນໃຈ: ມິດສາຊີບປອມໂຕເປັນຄົນດັງ ກູລູເລື່ອງຄວາມຮັກ ເຈົ້າຂອງທຸລະກິດ ຫຼືແມ່ຄ້າຂາຍສິນຄ້າ ລົງຄິບວີດີໂອແຜນການຊ່ອງທາງລວຍທັນໃຈ ຊ່ອງທາງອາຊີບໃໝ່ລວຍໄວ ເຊິ່ງເປັນພຽງການຫຼອກລວງຜູ້ຄົນໃຫ້ຄິດເຖິງຄວາມສຳເລັດຜົນຕອບແທນທີ່ໄດ້ຮັບ ຫຼື ໃຫ້ເຮັດວຽກທີ່ບໍ່ມີຈິງ.
  2. ບັນຊີທຸລະກິດປອມ: ເນື່ອງຈາກແອວກໍລິດທືມຂອງ TikTok ເຮັດໃຫ້ບັນຊີໃໝ່ສາມາດເຂົ້າສູ່ໜ້າຫຼັກຍອດນິຍົມໄດ້ແບບກ້າວກະໂດດ ພຽງແຕ່ຕາມເທນທີ່ຖືກຕ້ອງ ຫຼື ໃຊ້ເພງພື້ນຫຼັງຍອດນິຍົມ ແລ້ວສ້າງທຸລະກິດປອມໃຫ້ລົງທຶນ ຊື້ສິນຄ້າ ແລະ ຫຼອກໃຫ້ເຮົາຄິກລິ້ງ.
  3. ບັນຊີໄວຣັສ TikTok Bot: ສ່ວນໃຫຍ່ເປັນບັນຊີບັອດທີ່ມີເນື້ອຫາກ່ຽວກັບລົງທຶນ ເຊິ່ງບັອດເຫຼົ່ານີ້ສາມາດຂຶ້ນສູ່ໜ້າຫຼັກຂອງຜູ້ໃຊ້ງານຫຼາຍຄົນໄດ້ ຫຼືແຈກຍາຍລິ້ງທີ່ຕິດໄວຣັສ ຫາກຫຼົງກົດລິ້ງກໍອາດຈະຖືກຕິດຕັ້ງ Malwere.
  4. ແອັບ TikTok ປອມ: ມິດສາຊີບຈະແຈກຍາຍ TikTok ເວີຊັນປອມ ລົງຊື່ອອນລາຍ ຫຼື ເປັນລິ້ງໃຫ້ກົດດາວໂຫຼດ ນອກລະບົບ Store ຂອງໂທລະສັບ ເມື່ອດາວໂຫຼດແອັບເຫຼົ່ານີ້ຈະຖືກດູດຂໍ້ມູນ ສ່ຽງທີ່ຈະຖືກດູດເງິນໃນບັນຊີໄດ້.
  5. ຊື້ເພີ່ມຜູ້ຕິດຕາມ TikTok: ຜູ້ໃຊ້ຫຼາຍຄົນຢາກໃຫ້ບັນຊີໂຕເອງ ມີຄົນຖືກໃຈຫຼາຍຂຶ້ນ ກົດຕິດຕາມຫຼາຍຂຶ້ນ ຫຼື ມີຄົນເຂົ້າເບິ່ງວີດີໂອເຮົາຫຼາຍຂຶ້ນ ມິດສາຊີບຈຶ່ງໃຊ້ແນວທາງນີ້ຫຼອກລວງເຍື່ອ ບາງຄົນຈ່າຍເງິນໄປແລ້ວຫາຍໜີ ບາງຄົນຜູ້ຕິດຕາມເພີ່ມ ແຕ່ບັນຊີທີ່ມາຕິດຕາມເປັນບັນຊີບັອດທີ່ຖືກສ້າງຂຶ້ນ ອາດຈະເຮັດໃຫ້ບັນຊີເຮົາສ່ຽງຖືກປິດ.
  6. ບັນຊີແອບອ້າງ: ມິດສາຊີບຈະແອບອ້າງເປັນບຸກຄົນອື່ນ ຫຼື ບຸກຄົນທີ່ມີຊື່ສຽງເປັນທີ່ຮູ້ຈັກໃນສັງຄົມ ລວມໄປເຖິງກູລູດ້ານຕ່າງໆ ສົ່ງຂໍ້ຄວາມລໍ້ໃຫ້ຜູ້ເສຍຫາຍສົ່ງເງິນໃຫ້ເພື່ອແລກກັບໂອກາດມີກຳໄລເຊັ່ນ: ຫຼັກສູດການອອນລາຍ ຫຼື ຫຼັກສູດການລົງທຶນດ້ານຕ່າງໆ.

ປັດຈຸບັນ, ເດັກນ້ອຍຍຸກໃໝ່ກໍເລີ່ມຫັນມາຫຼິ້ນ TikTok ຫຼາຍເປັນໃຫຍ່ ພໍ່ແມ່ຄວນເບິ່ງ ແລະ ໃຫ້ຄຳແນະນຳຄວາມຮູ້ກັບລູກ ໃນການນໍາໃຊ້ສື່ສັງຄົມອອນລາຍໃນຍຸກທີ່ມີການຫຼອກລວງຫຼາຍວິທີແບບນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...