TICA ສືບຕໍ່ ຫຼາຍໂຄງການພັດທະນາ ໃນ ສປປ ລາວ

ວັນທີ 17 ສິງຫາ 2023 ທີ່ຜ່ານມາ ທ່ານນາງ ອຸຣີຣັດ ຈະເຣີນໂຕ, ຫົວໜ້າກົມຄວາມຮ່ວມມືລະຫວ່າງປະເທດ (TICA) ແລະ ທ່ານ ວິໂຣດ ສຸນດາຣາ ຫົວໜ້າກົມອາຊີ ປາຊີຟິກ ແລະ ອາຟຣິກາ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນປະທານຮ່ວມ   ໃນກອງປະຊຸມຕິດຕາມການດຳເນີນງານພາຍໃຕ້ແຜນງານຄວາມຮ່ວມມືເພື່ອການພັດທະນາ ໄທ – ລາວ ໄລຍະ 3 ປີ ສະບັບທີ່ 2 (ປີ 2023 – 2025) ໂດຍມີ ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ທີ່ນະຄອນຫຼວງວຽງຈັນ ທ່ານ ອະທິປັດ ໂຣດຈະນະໄພບູນ, ກົງສຸນໃຫຍ່ ທີ່ແຂວງສະຫວັນນະເຂດ ເຂົ້າຮ່ວມກອງປະຊຸມດ້ວຍ.

ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອຕິດຕາມຄວາມກ້າວໜ້າຂອງການດຳເນີນໂຄງການຄວາມຮ່ວມມືເພື່ອການພັດທະນາ ແລະ ການພັດທະນາຊັບພະຍາກອນມະນຸດຕາມຜົນກອງປະຊຸມຄວາມຮ່ວມມືທາງວິຊາການ ໄທ – ລາວ ຄັ້ງທີ່ 24 ເມື່ອວັນທີ 23 – 24 ສິງຫາ 2022 ທີ່ແຂວງຫຼວງພະບາງ ແລະ ສົ່ງເສີມກົນໄກການຕິດຕາມ ແລະ ປະເມີນຜົນການດຳເນີນງານຂອງທັງສອງຝ່າຍໃຫ້ມີປະສິດຕິພາບ ເພື່ອໃຫ້ເກີດຜົນໄດ້ຮັບຂອງການຮ່ວມມືທີ່ເປັນຮູບປະທຳ ເພື່ອສະໜັບສະໜູນການຟື້ນຟູເສດຖະກິດ ສັງຄົມ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ພາຍຫຼັງສະຖານະການ COVID-19 ຕາມແຜນງານຄວາມຮ່ວມມືເພື່ອການພັດທະນາ ໄທ – ລາວ ໄລຍະ 3 ປີ (ປີ 2023 – 2025) ໃນ 7 ສາຂາ ໄດ້ແກ່: 1) ສາຂາກະສິກຳ; 2) ສາຂາການສຶກສາ ແລະ ກິລາ; (3) ສາຂາສາທາລະນະສຸກ; (4) ສາຂາການຄ້າ ອຸດສາຫະກຳ ແລະ ການທ່ອງທ່ຽວ; (5) ສາຂາສິ່ງແວດລ້ອມ; (6) ສາຂາພັດທະນາສັງຄົມ ແລະ ທຳມາພິບານ ແລະ (7) ສາຂາການພັດທະນາຊັບພະຍາກອນມະນຸດ.

ທີ່ປະຊຸມໄດ້ຮັບຊາບວ່າ ຈາກໂຄງການທີ່ກຳລັງຂັບເຄື່ອນຢູ່ ຈຳນວນ 35 ໂຄງການ ມີໂຄງການທີ່ສິ້ນສຸດໄລຍະເວລາການດຳເນີນງານ 1 ໂຄງການ ແລະ ຄາດວ່າຈະສິ້ນສຸດໄລຍະເວລາໂຄງການໃນປີ 2023 ອີກຈຳນວນ 5 ໂຄງການ ແລະ ມີພະນັກງານລັດຖະກອນລາວກຳລັງສຶກສາໃນສະຖາບັນການສຶກສາຕ່າງໆຂອງໄທ ຈຳນວນ 54 ຄົນ.

ທັງນີ້ ຝ່າຍລາວກ່າວຂອບໃຈທີ່ຝ່າຍໄທໄດ້ຈັດອົບຮົມຫຼັກສູດ English for Communication Course ໃຫ້ແກ່ພະນັກງານພະແນກການຕ່າງປະເທດແຂວງຕ່າງໆ ແລະ ໜ່ວຍງານທີ່ກ່ຽວຂ້ອງຂອງລາວ ລວມ 25 ຄົນ ເຊິ່ງເປັນປະໂຫຍດຢ່າງຫຼວງຫຼາຍຕໍ່ການພັດທະນາບຸກຄະລາກອນຂອງລາວ ແລະ ເປັນການສ້າງເຄືອຂ່າຍການຮ່ວມມື ຂອງພະນັກງານກະຊວງການຕ່າງປະເທດທັງສອງປະເທດ.

ນອກຈາກນີ້ ທີ່ປະຊຸມໄດ້ຮັບຊາບຂໍ້ມູນກ່ຽວກັບການດຳເນີນງານຄວາມຮ່ວມມືເພື່ອການພັດທະນາອື່ນໆ ໄດ້ແກ່: ໂຄງການອາສາສະໝັກເພື່ອນໄທ, ການຮ່ວມມືໄຕພາຄີ ແລະ ການຮ່ວມມືໃນຂອບອະນຸພາກພື້ນ ແລະ ພາກພື້ນຕ່າງໆ ເຊັ່ນ: ACMECS ທີ່ສົ່ງເສີມການພັດທະນາຢ່າງຍືນຍົງຕາມທີ່ໄທ ແລະ ສປປ ລາວ ໄດ້ຮ່ວມເປັນ “ຫຸ້ນສ່ວນຍຸດທະສາດເພື່ອການເຕີບໃຫຍ່ຂະຫຍາຍຕົວ ແລະ ການພັດທະນາຢ່າງຍືນຍົງ” ເມື່ອປີ 2022 ລວມທັງສົ່ງເສີມໃຫ້ ສປປ ລາວມີຄວາມພ້ອມແບບກວມລວມເພື່ອຫລຸດພົ້ນຈາກປະເທດດ້ວຍພັດທະນາ (Least Developed Countries – LDC) ໃນປີ 2026 ອີກທາງໜຶ່ງດ້ວຍ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...