ລວມ 10 ເວັບໄຊທ໌! ທີ່ຈະຊ່ວຍໃຫ້ທ່ານເຮັດວຽກງ່າຍຂຶ້ນ ແຊຣ໌ເກັບໄວ້ໄດ້ໃຊ້ແນ່ນອນ

ຊ່ວງນີ້ ເອໄອ ກຳລັງມາແຮງ! ເອໄອບໍ່ໄດ້ເປັນພຽງເທັກໂນໂລຢີ ມັນເປັນການປ່ຽນແປງອັນໃຫຍ່ຫຼວງ ລວມໄປເຖິງໃນປະເທດລາວເອງ ຫຼາຍອົງກອນກໍເລີ່ມໃຊ້ AI ເຂົ້າມາຊ່ວຍໃນການເຮັດວຽກ ແລະ ໃນການເຮັດສິ່ງຕ່າງໆ ມັນສາມາດຮຽນຮູ້ໄດ້ຢ່າງໄວວາ ແລະ ສາມາດນຳມາປະຍຸກໃຊ້ໃຫ້ວຽກງານໃຫ້ສະດວກສະບາຍຫຼາຍຂຶ້ນ.

1. Pixlr

ເຄື່ອງມືແກ້ໄຂຮູບພາບອອນໄລນ໌ທີ່ໃຊ້ເຕັກໂນໂລຢີ AI ເພື່ອປັບປຸງ ແລະ ປັບແຕ່ງຮູບພາບ.

2. Calendly

ເຄື່ອງມືການຈັດການນັດໝາຍທີ່ໃຊ້ AI ເພື່ອຊ່ວຍປະສານງານ ແລະ ຕັດສິນໃຈເວລາທີ່ຖືກຕ້ອງ.

3. Texti

Chatbots, ຄ້າຍຄື ChatGPT, ສ້າງເນື້ອຫາໃຫມ່ຈາກຊຸດຂໍ້ມູນຂອງເຮົາໂດຍບໍ່ມີການຊ້ໍາກັນ ສາມາດຕອບຄໍາຖາມແລະຂຽນຄອນເທັ້ນ ແລະ chatbot ສາມາດຖືກຕິດຕັ້ງໂດຍກົງໃສ່ບາວເຊີ້ໄດ້.

4. Craftly

ຊ່ວຍໃນການຂຽນຄອນເທັ້ນລວມທັງອີເມວ, ບົດຄວາມແລະການຂາຍ. ພຽງແຕ່ໃສ່ຊື່ແບນ , ຫົວຂໍ້ແລະຜູ້ຊົມເປົ້າໝາຍ

5. Synthesia

ໂປຣແກຣມປ່ຽນຕົວອັກສອນໃຫ້ກາຍວິດີໂອ ມີຮູບແທນຕົວສະເໝືອນເປັນຜູ້ບັນຍາຍ ທ່ານ​ສາ​ມາດ​ເລືອກ​ເອົາ​ທັງ​ໃບ​ຫນ້າ​, ໂທນ​ສຽງ​, ແລະ​ສໍາ​ນ​ຽງ​ທີ່​ທ່ານ​ຕ້ອງ​ການ​ເວົ້າ​.

6. Lucidchart


ເຄື່ອງມືສ້າງແຜນພາບ ແລະການສະແດງພາບທີ່ຂັບເຄື່ອນດ້ວຍ AI ເພື່ອຊ່ວຍໃນການສ້າງແຜນພາບ ແລະການອອກແບບງານ.

7. Sembly

ຕົວຊ່ວຍຖອດຂໍ້ຄວາມ ບັນທຶກກອງປະຊຸມອອນໄລນ໌ ເພື່ອໃຫ້ມີປະສິດທິພາບຫຼາຍຂຶ້ນ

8. Trello

ເຄື່ອງມືການຈັດການໂຄງງານທີ່ໃຊ້ປະສົບການ AI ເພື່ອເພີ່ມປະສິດທິພາບການຈັດການວຽກງານແລະການວາງແຜນ.

9. Grammarly

ເຄື່ອງກວດສອບຄຳຜິດ ແລະ ການຂຽນເປັນພາສາອັງກິດທີ່ໃຊ້ເທັກໂນໂລຍີ AI ເພື່ອຊ່ວຍປັບປຸງຄຸນນະພາບຂອງເນື້ອຫາ.

10. StockAI

ຊ່ວຍສ້າງຮູບພາບທີ່ທ່ານຕ້ອງການໂດຍການໃສ່ keyword.

ນອກຈາກເວັບໄຊທີ່ກ່າວມາຂ້າງເທິງແລ້ວ ຍັງມີອີກຫຼາຍໆເວັບໄຊ ແລະ ຫຼາຍໂປແກຣມ ທີ່ນໍາໃຊ້ AI ເຂົ້າຊ່ວຍໃນການໃຊ້ງານ ເຊິ່ງໃນອະນາຄົດ ເຮົາອາດຈະເຫັນ AI ພັດທະນາໄປໄກກວ່ານີ້ໃນອີກລະດັບໜຶ່ງ.

ຂຽນໂດຍ: ທິດພະຈັນ ໄຊຍະເສນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...