Sunday, May 25, 2025
Kbank Laos โอน รับ จ่าย

4 ສິ່ງທີ່ຕ້ອງຮູ້ ກ່ອນຈະວາງແຜນການເງິນ

ສິ່ງສຳຄັນກ່ອນທີ່ເຮົາຈະວາງແຜນການເງິນ ເພື່ອປະເມີນການໃຊ້ຈ່າຍ ການອອມເງິນ ແລະ ການລົງທຶນຂອງຕົນເອງ ເຮົາຈະຕ້ອງໄດ້ເຫັນພາບລວມຂອງການໃຊ້ຈ່າຍ ຈຶ່ງຈະສາມາດວາງແຜນການເງິນໃໝ່ໃຫ້ເໝາະສົມ ແລະ ເປັນປະໂຫຍດກັບໂຕເອງຫຼາຍຍິ່ງຂຶ້ນ ໂດຍສິ່ງທີ່ເຮົາຈະຕ້ອງຮູ້ປະກອບມີ:

  • ກວດເບິ່ງໜີ້ສິນທີ່ມີຢູ່: ໜີ້ສິນຖືເປັນສິ່ງສຳຄັນອັນດັບທຳອິດ ທີ່ເຮົາຄວນກວດສອບ ແລະ ຈັດການຢ່າງຮີບດ່ວນ ໂດຍສະເພາະໃນຊ່ວງໃກ້ຮອດທ້າຍປີແບບນີ້ ເຮົາຄວນເຮັດລາຍການໜີ້ສິນຢ່າງລະອຽດ ຈັດລຳດັບວ່າເຮົາມີໜີ້ສິນເຫຼືອຢູ່ຈັກປະເພດ ປະເພດໃດໝົດແລ້ວ ປະເພດໃດຍັງເຫຼືອຢູ່ ເພື່ອໃຫ້ເຮົາເບິ່ງເຫັນລາຍຈ່າຍປະຈຳເດືອນຊັດເຈນ ເຊິ່ງຈະຊ່ວຍໃຫ້ເຮົາວາງແຜນການເງິນໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ.
  • ກວດເບິ່ງຄ່າໃຊ້ຈ່າຍລາຍເດືອນ: ກວດເບິ່ງນິໄສການໃຊ້ຈ່າຍໃນແຕ່ລະເດືອນ ການເບິ່ງຄືນໃນວິທີການໃຊ້ເງິນຂອງໂຕເອງໃນປີທີ່ຜ່ານມາ ຈະເຮັດໃຫ້ເຮົາຮູ້ວ່າ ເຮົາໃຊ້ເງິນທັງໝົດໄປກັບຫຍັງ ເຊິ່ງຫຼາຍຄັ້ງເຮັດໃຫ້ເຮົາເຫັນນິໄສການໃຊ້ຈ່າຍຊ້ຳໆຂອງຕົວເອງ ສິ່ງທີ່ຈ່າຍແຕ່ລະເດືອນມັນສຳຄັນ ແລະ ຈຳເປັນບໍ່? ລາຍ​ຈ່າຍ​ເພື່ອ​ຄວາມ​ສຸກ​ສ່ວນ​ຕົວ​ສູງ​ເກີນ​ໄປ ຫຼື​ຕ່ຳ​ເກີນ​ໄປ ມີ​ເງິນ​ຝາກ​ປະ​ຢັດ, ການ​ລົງ​ທຶນ ​ພຽງ​ພໍແລ້ວບໍ່ ເມື່ອພວກເຮົາປະເມີນການໃຊ້ຈ່າຍຂອງຕົນເອງໂດຍລວມ ມັນຈະຊ່ວຍໃຫ້ພວກເຮົາວາງແຜນການເງິນໄດ້ດີຂຶ້ນ ແລະ ງ່າຍຕໍ່ການກຽມວາງແຜນການເງິນສຳລັບປີຕໍ່ໄປ.
  • ກວດເບິ່ງເງິນຖ້ອນ: ຕະຫຼອດປີທີ່ຜ່ານມາເຮົາໄດ້ຖ້ອນເງິນໄວ້ຫຼືບໍ່? ເພາະເງິນຖ້ອນຈະເປັນໂຕວິເຄາະວ່າເຮົາເຮັດຕາມເປົ້າໝາຍການຖ້ອນໄວ້ໄດ້ຫຼືບໍ່ ຖ້າບໍ່ເຖິງເປົ້າ ເຮົາຈະຕ້ອງຖ້ອນອີກເທົ່າໃດ ແລະ ຕ້ອງຖ້ອນເພີ່ມອີກເທົ່າໃດເພື່ອໃຫ້ເປັນໄປຕາມເປົ້າໝາຍທີ່ຕັ້ງໄວ້.
  • ກວດເບິ່ງຄວາມພ້ອມ ເງິນສຳຮອງໃນຍາມສຸກເສີນ: ຫຼາຍຄົນຄິດວ່າໂຕເອງວາງແຜນການເງິນມາຢ່າງດີແລ້ວ ແຕ່ຍັງລືມເລື່ອງທີ່ສໍາຄັນໄປເຊັ່ນ ການກວດເບິ່ງວ່າ ປະກັນສຸຂະພາບທີ່ພວກເຮົາມີ ມັນພຽງພໍສໍາລັບຄ່າໃຊ້ຈ່າຍທາງການແພດໃນອະນາຄົດຫຼທບໍ່? ເນື່ອງ​ຈາກ​ອາ​ຍຸທີ່​ເພີ່ມ​ຂຶ້ນ​ ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ພະ​ຍາດຫຼາຍຂຶ້ນ ​ເຮັດໃຫ້ເຮົາຕ້ອງຈ່າຍເງິນທີ່ບໍ່ໄດ້ຄາດຄິດໃນການປິ່ນປົວ ເຊິ່ງນີ້ເປັນຜົນເຮັດໃຫ້ເຮົາເສຍເງິນີ່ເຮົາຖ້ອນໄວ້. ສະນັ້ນ, ເຮົາຕ້ອງໝັ່ນກວດສອບ ແລະ ຫຼຸດຄວາມສ່ຽງໃນຊີວິດ ຖ້າເຮົາພໍມີເງິນເຫຼືອເຮົາກໍສາມາດເຮັດປະກັນສຸຂະພາບໂຣກຮ້າຍໄດ້ ຫຼື ຖ້າຮູ້ສຶກວ່າມັນໜ້ອຍກໍເຮັດປະກັນອຸບັດເຫດ ຫຼືປະກັນຊີວິດເພື່ອໄວ້ໃນອະນາຄົດ.

ການກວດເບິ່ງ 4 ຢ່າງນີ້ເປັນສິ່ງທີ່ເຮົາຕ້ອງເຮັດທຸກປີ ເພາະຈະຊ່ວຍໃຫ້ເຮົາວາງແຜນການເງິນໄດ້ຢ່າງເໝາະສົມ ເນື່ອງຈາກວ່າໃນ 1 ປີ ຊີວິດຂອງຄົນເຮົາມັກມີການປ່ຽນແປງເກີດຂຶ້ນ ໂດຍສະເພາະຖ້າສຸຂະພາບບໍ່ດີ ຄ່າໃຊ້ຈ່າຍອາດໝົດໄປກັບການເຂົ້າໂຮງໝໍ ຫຼື ບາງປີມີການລົງທຶນ ເຮັດໃຫ້ມີລາຍຮັບລາຍຈ່າຍຕະຫຼອດ ຈຶ່ງເປັນສິ່ງສຳຄັນທີ່ເຮົາຕ້ອງກວດເບິ່ງເປັນປະຈຳທຸກປີ ເພື່ອໃຫ້ການວາງແຜນການເງິນ ມີປະສິດທິພາບຍິ່ງຂຶ້ນ.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.