ວິທີການປັກໝຸດເສັ້ນທາງ ໃນ Google Map ເພື່ອບໍ່ຕ້ອງຄົ້ນຫາໃຫ້ຍາກ

ເຄີນເປັນບໍ່ ໄປທ່ຽວ ຫຼືໄປໃສມາໃສດຽວນີ້ຕ້ອງໄດ້ເປີດ Google Map ເພາະບໍ່ເນັ້ນຈື່ທາງ! ໃນຍາມທີ່ເຮົາໄປທ່ຽວຖ້າເຮົາມີອິນເຕີເນັດກໍຈະຊ່ວຍໃຫ້ເຮົາຫາທາງງ່າຍຂຶ້ນ ແຕ່ຖ້າຫາກເປັນມື້ທີ່ເຮົາຟ້າວ ແລະ ບໍ່ມີອິນເຕີເນັດ ຈະເປັນແນວໃດ ເຮົາຈະມົ້ວເສັ້ນທາງໜ້າງານເລີຍແບບນັ້ນບໍ່ໄດ້.ມື້ນີ້ເຮົາເລີຍຈະມາແນະນຳວິທີປັກໝຸດເສັ້ນທາງເກັບໄວ້ໃນ Google Map ເອົາໄວ້ໃຊ້ໃນຍາມທີ່ເຮົາບໍໍ່ມີອິນເຕີເນັດ ແລະ ບໍ່ຕ້ອງຊອກ ຫຼືຄົ້ນຫາສະຖານທີ່ຕ່າງໆໃຫ້ວຸ້ນວາຍອີກ.

ການປັກໝຸດໃນຄອມ ກັບ ໂທລະສັບມືຖືແມ່ນທັງສອງຈະຊິງຂໍ້ມູນກັນກັບແອັບພິເຄຊັນ Google Map ຜ່ານແອັກເຄົ້າຂອງ Google ເພາະສະນັ້ນເຮົາຈະແນະນຳແບບໂທລະສັບມືຖືແຕ່ລະຂັ້ນຕອນ ເພື່ອງ່າຍຕໍ່ການນໍາໃຊ້ຂອງທຸກຄົນ ໄປເລີ່ມປະຕິບັດນໍາກັນເລີຍ.

ວິທີການການປັກໝຸດການເດີນທາງຈາກເສັ້ນທາງຂອງເຮົາ:

  • ເປີດແອັບ Google Maps ໃນອຸປະກອນມືຖືຂອງທ່ານ.
  • ເລືອກຟັງຊັນ “ໄປ” ທີ່ຢູ່ດ້ານລຸ່ມ.
  • ເບິ່ງລາຍການທີ່ແນະນຳແມ່ນໃຫ້ເລື່ອນຂຶ້ນຈາກແຖບດ້ານລຸ່ມ.
  • ຈາກນັ້ນຄົ້ນຫາປາຍທາງທີ່ເຮົາຕ້ອງການປັກໝຸດ ກົດຄ້າງທີ່ສະຖານທີ່ແລ້ວເລືອກ “ເສັ້ນທາງ” ແລ້ວເລືອກປັກໝຸດເກັບໄວ້.

ສຳລັບວິທີການໃຊ້ງານໂຕທີ່ເຮົາປັກໝຸດໄວ້:

  • ເປີດແອັບ Google Maps ໃນອຸປະກອນມືຖືຂອງທ່ານ.
  • ເລືອກຟັງຊັນ “ໄປ” ທີ່ຢູ່ດ້ານລຸ່ມ.
  • ເບິ່ງລາຍການທີ່ແນະນຳແມ່ນໃຫ້ເລື່ອນຂຶ້ນຈາກແຖບດ້ານລຸ່ມ.
  • ຈາກນັ້ນຄົ້ນຫາການເດີນທາງທີ່ເຮົາປັກໝຸດໄວ້ດ້ານລຸ່ມ ແລ້ວເລືອກເອົາເສັ້ນທາງໄດ້ເລີຍ (ຖ້າບໍ່ມີອິນເຕີເນັດກໍສາມາດເບິ່ງເສັ້ນທາງທີ່ທີ່ເຮົາປັກໝຸດໄວ້ໄດ້).

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...