Thursday, March 20, 2025

5 ພຶດຕິກຳ ທຳລາຍສະໝອງ

ໃນສັງຄົມສະໄໝນີ້ມີການປ່ຽນແປງຮູບແບບຂອງການໃຊ້ຊີວິດທີ່ຕ່າງອອກໄປຈາກເດີມຂ້ອນຂ້າງຫຼາຍ ທັງພຶດຕິກຳການໃຊ້ຊີວິດປະຈຳວັນ ຫຼື ແມ້ແຕ່ອາຫານການກິນ ເຊິ່ງພຶດຕິກຳບາງພຶດຕິກຳ ຫຼື ອາຫານບາງຢ່າງທີ່ປ່ຽນໄປຕາມຍຸກສະໄໝນີ້ອາດກໍ່ໃຫ້ເກີດຜົນເສຍຕໍ່ສະໝອງໂດຍທີ່ເຮົາບໍ່ຮູ້ໂຕ ມື້ນີ້ເຮົານຳເອົາ 5 ພຶດຕິກຳທຳລາຍສະໝອງມາຝາກ.

ບໍ່ກິນເຂົ້າເຊົ້າ

ເນື່ອງຈາກວ່າຍຸກສະໄໝເປັນຍຸກແຫ່ງເທັກໂນໂລຊີ່ ແລະ ການແຂ່ງຂັນ ເຮັດໃຫ້ຄົນໃນຍຸກນີ້ຕ້ອງຟ້າວຟັ່ງຕະຫຼອດເວລາເພື່ອເເຂ່ງຂັນກັບເວລາ ຈຶ່ງເຮັດໃຫ້ເຂົ້າເຊົ້າຖືກເບິ່ງຂ້າມໄປ ຄົນດື່ມກາເຟແທນເຂົ້າເຊົ້າກັນຫຼາຍ ຫຼື ບາງຄົນບໍ່ກິນຫຍັງເລີຍໃນຕອນເຊົ້າ ແລ້ວຖ້າກິນມື້ທ່ຽງເລີຍ ເຊິ່ງສິ່ງນີ້ເອງຈະເຮັດໃຫ້ສະໝອງບໍ່ໄດ້ຮັບພະລັງງານ ແລະ ສານອາຫານທີ່ພຽງພໍຕໍ່ການໃຊ້ໃນຊີວິດປະຈຳວັນ ຖ້າຫາກເຮັດແບບນີ້ຕິດຕໍ່ກັນເປັນເວລາດົນ ໃນອານາຄົດຈະເຮັດໃຫ້ເກີດເປັນພະຍາດອາວໄຊເມີ່.

ການອົດນອນ

ການອຶດຫຼັບອຶດນອນຈະສົ່ງຜົນໃຫ້ການຮຽນຮູ້ຂອງເຮົາຊ້າລົງ ເພາະຈະເຮັດໃຫ້ການເຮັດວຽກຂອງສະໝອງສ່ວນຕ່າງໆເຮັດວຽກໄດ້ຢ່າງບໍ່ປົກກະຕິ Prefrontal Cortex ຖ້າເຮັດວຽກບໍ່ເປັນປົກກະຕິ ຈະສະແດງອອກມາໃນຮູບແບບຂອງການທີ່ຈະເຮັດໃຫ້ປະສິດທິພາບໃນການຕັດສິນໃຈຫຼຸດລົງ ຫຼື ເມື່ອພົບເຈີສິ່ງໃໝ່ໆ ຈະເຮັດໃຫ້ຂະບວນການຮຽນຮູ້ຂອງເຮົາຖົດຖອຍລົງ ເຂົ້າໃຈອີຫຍັງໄດ້ຍາກຂຶ້ນ.

ກິນອາຫານທີ່ມີລົດຫວານຫຼາຍຈົນເກີນໄປ

ການກິນອາຫານລົດຫວານຫຼາຍຈົນເກີນໄປຈະເຮັດໃຫ້ສະໝອງສ່ວນທີ່ຊື່ວ່າ ຮິບໂປແຄມປັດ (Hippocampus) ເຊິ່ງເປັນສະໝອງສ່ວນທີ່ເຮັດໜ້າທີ່ກ່ຽວກັບການຮຽນຮູ້ ແລະ ການຈື່ຈຳຖືກຂັດຂວາງ ແລະ ຢັບຢັ້ງການເຮັດວຽກຂອງຮໍໂມນເລັບຕິນ (Leptin) ສົ່ງຜົນໃຫ້ເຮົາຮຽນຮູ້ ແລະ ຕອບສະໜອງຕໍ່ສິ່ງຕ່າງໆໄດ້ຊ້າລົງ ສະໝອງຈະຈື່ຈຳຫຍັງໄດ້ບໍ່ຄ່ອຍດີ ຮ່າງກາຍຈະເຊື່ອຍຊາ ແລະ ເມື່ອຍລ້າ.

ສະໝອງຂາດການຝຶກຝົນ

ອະໄວຍະວະທີ່ຊື່ວ່າ ສະໝອງ ກໍ່ຄືກັບອະໄວຍະວະອື່ນໆໃນຮ່າງກາຍຂອງເຮົາ ຄືກັນກັບ ແຂນ, ຂາ, ຫົວໃຈ ຫາກເຮົາມີການອອກກຳລັງກາຍ ແລະ ໃຊ້ງານມັນຢູ່ສະເໝີມັນກໍ່ຈະແຂງແຮງ ແລະ ເຮົາຈະສາມາດໃຊ້ງານມັນໄດ້ຢ່າງມີປະສິດທິພາບ ຖ້າຫາກເຮົາບໍ່ຄ່ອຍໄດ້ໃຊ້ວ່າມັນ ແຂນ-ຂາເຮົາກໍ່ຈະຝໍ່ຫຼືນ້ອຍລົງ ເຮັດໃຫ້ເຮົາບໍ່ຄ່ອງແຄ່ວໃນການຢິບຈັບ ຫຼື ໄປມາ ດັ່ງນັ້ນຖ້າຫາກເຮົາບໍ່ຢາກທີ່ຈະໃຫ້ສະໝອງຂອງເຮົາຝໍ່ລົງ ເຮົາກໍ່ຄວນທີ່ຈະອອກກຳລັງກາຍສະໝອງໂດຍການຄິດ ແລະ ລອງເຮັດອີຫຍັງໃໝ່ໆ ເພື່ອໃຫ້ສະໝອງໄດ້ໃຊ້ງານຢູ່ສະເໝີ ແລະ ສ້າງເສັ້ນໃຍສະໝອງເພີ່ມຫຼາຍຂຶ້ນ.

ຢູ່ຄົນດຽວຫຼາຍເກີນໄປ

ເນື່ອງຈາກມະນຸດເປັນສັດສັງຄົມ ເພາະສະນັ້ນການທີ່ເຮົາອອກໄປພົບປະຄົນທາງນອກ ມີປະຕິສຳພັນກັບຜູ້ຄົນໃໝ່ໆໃນສະພາບແວດລ້ອມຕ່າງໆ ຈະເປັນການຊ່ວຍພັດທະນາສະໝອງເຮົາໃຫ້ແຂງແຮງຂຶ້ນໄດ້ ແຕ່ໃນສັງຄົມປະຈຸບັນເປັນສັງຄົມທີ່ຟ້າວຝັ່ງ ຜູ້ຄົນຕ້ອງເຮັດວຽກແຂ່ງກັບເວລາ ເມື່ອເຮັດວຽກແລ້ວໆກໍ່ຟ້າວເມືອເຮືອນ ເຮັດໃຫ້ໂອກາດໃນການພົບປະໂອ້ລົມບຸກຄົນຕ່າງໆຫຼຸດໜ້ອຍລົງ ເຮົາຢູ່ຄົນດຽວຫຼາຍຂຶ້ນ ມື້ພັກກໍ່ໜ້ອຍ ແລະ ທັງບໍ່ໄດ້ອອກໄປພົບເຈີສະຖານທີ່ໃໝ່ໆ ເຊິ່ງສິ່ງນີ້ເຮັດໃຫ້ສະໝອງຂອງເຮົາເກີດການເສື່ອມຖອຍ ແລະ ມີແນວໂນ້ມທີ່ຈະເຮັດໃຫ້ເກີດອາການອາວໄຊເມີ່ ຫຼາຍກວ່າຄົນທີ່ອອກໄປພົບປະຜູ້ຄົນຢູ່ສະເໝີ.


ແລະນີ້ເປັນ 5 ພຶດຕິກກຳທີ່ໃຜຫຼາຍຄົນອາດຈະຫຼົງເຮັດ ຫຼື ອາດຈະເຮັດເປັນກິດຈະວັດປະຈຳວັນໄປແລ້ວ ຕາມສະພາບແວດລ້ອມ ແລະ ສັງຄົມທີ່ປ່ຽນແປງໄປ ເຊິ່ງຖ້າຫາກວ່າທຸກທ່ານອ່ານມາຈົນຮອດນີ້ ກໍ່ຄົງຈະພໍຮູ້ແລ້ວແມ່ນບບໍ່ວ່າ ພຶດຕິກຳໃດທີ່ເຮົາເຮັດແລ້ວສົ່ງຜົນເສຍຕໍ່ສະໝອງ ຖ້າເຊັ່ນນັ້ນເຮົາກໍ່ຄວນຫຼີກເວັ້ນພຶດຕິກຳເຫຼົ່ານັ້ນ ເພື່ອຮັກສາສະໝອງຂອງເຮົາໃຫ້ແຂງແຮງ ແລະ ໃຊ້ການໄດ້ຢ່າງຍາວນານ ແລະ ມີປະສິດທິພາບທີ່ຍອດຍ່ຽມຢູ່ສະເໝີ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.