Thursday, May 15, 2025
Kbank Laos โอน รับ จ่าย

ລະບົບລົດເມດ່ວນ BRT ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງ ວຽງຈັນ

ນະຄອນຫຼວງ ວຽງຈັນ ກຳລັງຈະມີລະບົບລົດເມດ່ວນ BRT ເຊິ່ງໄດ້ມີການເຊັນສັນຍາກໍ່ສ້າງທາງອ້ອມຮອບສະຖານີລົດເມດ່ວນ ແລະ ການສະໜອງຕິດຕັ້ງລະບົບຂົນສົ່ງອັດສະລິຍະແລ້ວ ເຊິ່ງທັງສອງໂຄງການຄາດວ່າຈະໃຫ້ສຳເລັດໃນເດືອນຕຸລາປີ 2024. ພ້ອມນັ້ນ ຍັງມີອີກ 4 ສັນຍາກໍ່ສ້າງທີ່ຍັງເຫຼືອ ແມ່ນກຳລັງຂຸ້ນຂ້ຽວປະເມີນຈັດຫາເອົາບໍລິສັດທີ່ມີຄວາມພ້ອມມາກໍ່ສ້າງ ເຊິ່ງລວມມີການກໍ່ສ້າງເລນລົດເມ BRT ແລະ ສະຖານີ ຂຶ້ນ-ລົງ.

ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເຊັນສັນຍາກໍ່ສ້າງທາງອ້ອມຮອບສະຖານີລົດເມດ່ວນ (BRT) ເຊິ່ງເປັນໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງ ວຽງຈັນ ໂດຍນຳໃຊ້ທຶນກູ້ຢືມຈາກທະນາຄານພັດທະນາອາຊີ ແລະ ກອງທຶນສິ່ງແວດລ້ອມໂລກ ລະຫວ່າງ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ລັດວິສາຫະກິດກໍ່ສ້າງ ເລກ 8 ຈຳກັດ ແລະ ບໍລິສັດ ໄຕເຈືອງເຊິ່ນ ກໍ່ສ້າງ ຈຳກັດ ຜູ້ດຽວ ຂຶ້ນໃນຕອນແລງຂອງວັນທີ 28 ກັນຍາ 2023.

ການເຊັນສັນຍາວຽກກໍ່ສ້າງທາງຮ່ອມ 4 ເສັ້ນ ຢູ່ເຂດເມືອງຈັນທະບູລີ ມູນຄ່າ 3,4 ລ້ານກວ່າໂດລາສະຫະລັດ ລວມມີຖະໜົນເຈົ້າອານຸ ທິດເໜືອ-ໃຕ້; ຖະໜົນແຫ່ງບຸນ ແລະ ຖະໜົນຫັດສະດີ ໃກ້ຕະຫຼາດເຊົ້າມໍ, ໜ້າທາງປູດ້ວຍຄອນກຣີດເສີມເຫຼັກ ແລະ ຢາງອັດສະຟານ. ໜ້າທາງກວ້າງ 5,7 – 8,8 ແມັດ ໄລຍະທາງ 1.065 ແມັດ.

ໜ້າວຽກຫຼັກແມ່ນກໍ່ສ້າງໜ້າທາງ, ປັບປຸງທາງຍ່າງ, ວາງສາຍໄຟ ແລະ ສາຍໂທລະຄົມລົງພື້ນດິນ, ຕົກແຕ່ງດ້ວຍຕົ້ນໄມ້, ຕັ່ງນັ່ງ, ຫຼັກ Ballard, ຕີເສັ້ນຈະລາຈອນ, ຕິດຕັ້ງປ້າຍຈະລາຈອນ ແລະ ອື່ນໆ. ໄລຍະເວລາກໍ່ສ້າງທັງໝົດ 12 ເດືອນ, ຄາດວ່າຈະໃຫ້ສຳເລັດ ໃນເດືອນ ຕຸລາ 2024 ເຊິ່ງມີ ມູນຄ່າ 5,5 ລ້ານກວ່າໂດລາສະຫະລັດ.

ສຳລັບ 4 ສັນຍາກໍ່ສ້າງທີ່ຍັງເຫຼືອທີ່ໂຄງການກຳລັງປະເມີນຈັດຫາເອົາບໍລິສັດທີ່ມີຄວາມພ້ອມມາເປັນຜູ້ຮັບເໝົາກໍ່ສ້າງມີຄື:

  1. ສັນຍາ ກໍ່ສ້າງເລນລົດເມ BRT ແລະ ສະຖານີຂຶ້ນ – ລົງ ແຕ່ສວນເຈົ້າຟ້າງຸ່ມ ຜ່ານຕະຫຼາດເຊົ້າຫາສວນປະຕູໄຊ.
  2. ສັນຍາ ກໍ່ສ້າງເລນລົດເມ BRT ແລະ ສະຖານີຂຶ້ນ – ລົງ ແຕ່ສວນປະຕູໄຊ ຫາ ມະຫາວິທະຍາໄລແຫ່ງຊາດດົງໂດກ.
  3. ສັນຍາ ກໍ່ສ້າງອູ່ລົດເມ (ກາລາ) ສູນບຳລຸງຮັກສາ ສູນບັນຊາລົດເມ BRT.
  4. ສັນຍາ ກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈະລາຈອນ.

ທີ່ມາ:​ laoedaily.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້