“ບຸນໄຫຼເຮືອໄຟ” ກິດຈະກໍາສຳຄັນ ທາງພຸດທະສາສະໜາ

ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ເປັນມື້ບຸນອອກພັນສາ ກໍຈະມີຫຼາກຫຼາຍກິດຈະກໍາ ທາງພຸດທະສາສະໜາ ເຊິ່ງໜຶ່ງໃນນັ້ນແມ່ນ ບຸນໄຫຼເຮືອໄຟ ໂດຍປີນີ້ແມ່ນກົງກັບວັນທີ 29 ຕຸລາ 2023 ເພື່ອເປັນການສະແດງອອກເຊິ່ງຄວາມກະຕັນຍູຕໍ່ຜູ້ມີພຣະຄຸນ ເຊັ່ນ ຕຳນານແມ່ກາເຜືອກ ເພື່ອລະນຶກເຖິງບຸນຄຸນແມ່ທີ່ໃຫ້ກຳເນີດເກີດມາ ເຮົາຈິ່ງນິຍົມຝັ້ນຝ້າຍຕີນກາ ຈູດບູຊາແມ່ກາເຜືອກ ແລະ ຮອຍພຣະບາດ.​

ນອກຈາກນັ້ນ ຍັງມີເລື່ອງເລົ່າປະຫວັດຄວາມເປັນມາຂອງບຸນໄຫຼເຮືອໄຟກັນ ວ່າ ເມື່ອຄັ້ງດຶກດຳບັນຍັງມີພະຍາກາເຜືອກ ສອງຜົວເມຍ ເຮັດຮັງຢູ່ເທິງຕົ້ນໄມ້ໃນປ່າຫິມະພານ ຮີມຝັ່ງແມ່ນ້ຳ ຢູ່ມາມື້ໜຶ່ງພະຍາກາເຜືອກສອງຜົວເມຍ ໄດ້ອອກໄປຫາອາຫານ ຂະນະນັ້ນໄດ້ເກິດລົມພະຍຸມາພັດຮັງກາ ເຮັດໃຫ້ໄຂ່ກາຕົກກະຈັດກະຈາຍໄຫຼໄປຕາມແມ່ນ້ຳ ເມື່ອລົມພາຍຸສະຫງົບລົງ ແມ່ກາໄດ້ກັບມາຫາຮັງກໍ່ຮູ້ວ່າຮັງ ແລະ ໄຂ່ໄດ້ໄຫຼນ້ຳໄປໝົດແລ້ວ ດ້ວຍຄວາມອາໄລຮັກລູກ ແມ່ກາໄດ້ຂາດໃຈຕາຍແລ້ວໄປເກີດເປັນພຣົມ ຢູ່ໃນພຣົມມະໂລກ ມີນາມວ່າທ້າວພະກາພຣົມ ສ່ວນໄຂ່ກາທັງ 5 ໄຫຼໄປຕາມກະແສນ້ຳ.

  • ໜ່ວຍທີ່ 1 ແມ່ໄກ່ໄດ້ເອົາໄປຟັກ
  • ໜ່ວຍທີ່ 2 ແມ່ນາກເອົາໄປຟັກ
  • ໜ່ວຍທີ່ 3 ແມ່ເຕົ່າເອົາໄປຟັກ
  • ໜ່ວຍທີ່ 4 ແມ່ງົວເອົາໄປຟັກ
  • ໜ່ວຍທີ່ 5 ແມ່ຣາຊາສີ (ສິງ) ເອົາໄປຟັກ

ເມື່ອໄຂ່ທັງຫ້າເບາະອອກມາ ກໍ່ເປັນຄົນທັງໝົດ ເມື່ອໃຫຍ່ຂຶ້ນມາຕ່າງຄົນກໍ່ເຫັນໂທດຂອງການຄອງເຮືອນ ແລະ ເຫັນອານິສົງຂອງການອອກບວດ ຈິງໄດ້ລາແມ່ລ້ຽງຂອງຕົນອອກບວດເປັນລືສີຈະເຣີນຍານ ສະມາບັດຢູ່ປ່າຫິມະພານ ວັນໜຶ່ງລືສີທັງຫ້າໄດ້ພົບກັນ ແລະ ໄດ້ຖາມໄຖ່ຊື່ສຽງຮຽງນາມຂອງກັນ ແລະ ກັນ ກໍ່ຮູ້ວ່າຕ່າງຄົນຕ່າງມີແມ່ລ້ຽງທັງໝົດ ແລະ ມີຊື່ດັ່ງນີ້:

  • ອົງທີໜຶ່ງຊື່ວ່າ ກະກຸສັນໂທ ເພາະໄກ່ເອົາໄປລ້ຽງ
  • ອົງທີສອງຊື່ວ່າ ໂກນາຄະມະໂນ ເພາະນາກເອົາໄປລ້ຽງ
  • ອົງທີສາມຊື່ວ່າ ກັສໂປ ເພາະເຕົ່າເອົາໄປລ້ຽງ
  • ອົງທີສີ່ຊື່ວ່າ ໂຄຕະໂມ ເພາະງົວເອົາໄປລ້ຽງ
  • ອົງທີຫ້າຊື່ວ່າ ເມຕຕັຍໂຍ ເພາະຣາຊະສີເອົາໄປລ້ຽງ

ຕ່າງຄົນຕ່າງບໍ່ແມ່ນແມ່ແທ້ຂອງຕົນ ຈິ່ງອະທິຖານວ່າຖ້າຈະໄດ້ຕັສຮູ້ເປັນພຣະພຸດທະເຈົ້າໃນຂ້າງໜ້າ ຂໍໃຫ້ຮ້ອນໄປເຖິງມານດາຜູ້ໃຫ້ກຳເນີດ ແຮງອະທິຖານຮ້ອນໄປເຖິງທ້າວພະຍາພຣົມ ຈຶ່ງແປງຮ່າງເປັນກາເຜືອກລົງມາ ແລະ ບອກວ່າເປັນແມ່ຂອງລືສີທັງຫ້າ ຖ້າຫາກຄິດເຖິງມານດາ ເມື່ອຮອດເດືອນ 11 ເພັງ ໃຫ້ເອົາຝ້າຍມາຝັ້ນເປັນຮູບຕີນກາ ຈູດບູຊາເທີດ ຈິ່ງໄດ້ຊື່ວ່າຄິດຮອດແມ່ມານດາ ນັບຕັ້ງແຕ່ນັ້ນມາຈິ່ງມີການຈູດປະທີບຕີນກາບູຊາມາທຸກວັນນີ້.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,