ສິ່ງທີ່ທ່ານຄວນຮູ້! ເປັນຫຍັງ ຄ່າຝຸ່ນ PM 2.5 ຈຶ່ງສູງຂຶ້ນໃນຊ່ວງລະດູໜາວ

PM 2.5 ເປັນຝຸ່ນລະອອງຂະໜາດນ້ອຍ ທີ່ມີຄວາມອັນຕະລາຍຕໍ່ສຸຂະພາບຂອງຄົນເຮົາ ແລະ ຝຸ່ນລະອອງ PM 2.5 ນີ້ມັກຈະເກີດຂຶ້ນຫຼາຍໃນຊ່ວງລະດູໜາວ ຍ້ອນຫຍັງຈຶ່ງເກີດຂຶ້ນຫຼາຍໃນລະດູນີ້ ໄປຮູ້ພ້ອມໆກັນເລີຍ.

ຕາມປົກກະຕິແລ້ວ ອາກາດທີ່ຢູ່ເທິງພື້ນດິນ ຈະມີອຸນຫະພູມສູງກວ່າ ອາກາດທີ່ລອຍຢູ່ເທິງທ້ອງຟ້າ ແລະ ອາກາດຈະເຄື່ອນຕົວຈາກບໍລິເວນທີ່ອຸນຫະພູມສູງ ໄປຫາບໍລິເວນທີ່ມີອຸນຫະພູມຕ່ຳ (ພື້ນດິນ ຫາ ທ້ອງຟ້າ) ໝາຍຄວາມວ່າ ໃນພາວະປົກກະຕິ ອາກາດທີ່ຢູ່ເໜືອພື້ນດິນທີ່ມີອຸນຫະພູມສູງຈະເຄື່ອນຕົວຂຶ້ນໄປຫາຊັ້ນບັນຍາກາດທີ່ສູງຂຶ້ນເລື້ອຍໆ ແລະ ຈະພັດພາເອົາຝຸ່ນລະອອງ, ຄວັນ ແລະ ສິ່ງອື່ນໆ ທີ່ປະປົນຢູ່ໃນອາກາດລອຍຂຶ້ນໄປນຳ.

ແຕ່ໃນລະດູໜາວ ປະເທດເຮົາ ຈະໄດ້ຮັບຄວາມກົດອາກາດສູງຈາກທາງພາກເໜືອແຜ່ລົງມາປົກຄຸມ ເຮັດໃຫ້ອຸນຫະພູມໃນປະເທດຕ່ຳລົງ ສົ່ງຜົນໃຫ້ພື້ນດິນມີການປ່ອຍຄວາມຮ້ອນຢ່າງໄວວາ ດັ່ງນັ້ນ ຈຶ່ງເຮັດອາກາດທີ່ຢູ່ເໜືອພື້ນດິນຈຶ່ງເລີ່ມເຢັນລົງໄປນຳ, ເຮັດໃຫ້ການເຄື່ອນຕົວຂອງອາກາດເກີດການປ່ຽນແປງທີ່ຮຽກວ່າ ພາວະອຸນຫະພູມປີ້ນກັບ (Temperature inversion) ມີອາກາດຮ້ອນເຂົ້າໄປແຊກຊຶມຢູ່ທາງກາງກາຍເປັນເກາະໜາຄ້າຍຄືກັບເພດານຫ້ອງນ້ຳ ເຮັດໃຫ້ອາກາດບໍ່ໄຫຼວຽນຕາມປົກກະຕິ, ບໍ່ມີລົມ, ບໍ່ມີການຖ່າຍເທອາກາດ ຫຼື ທີ່ຮຽກກັນວ່າ “ອາກາດປິດ”.

ດັ່ງນັ້ນ, ມື້ທີ່ອາກາດປິດ ເຊິ່ງຈະເກີດໃນຊ່ວງໜ້າໜາວ ຈຶ່ງເປັນມື້ທີ່ມີຄ່າຝຸ່ນລະອອງ ຫຼື PM 2.5 ພຸ່ງສູງຂຶ້ນ ເພາະຝຸ່ນເຫຼົ່ານີ້ ຖືກເພດານເກາະປິດກັ້ນເອົາໄວ້ ບໍ່ໃຫ້ລອຍຂຶ້ນສູ່ຊັ້ນບັນຍາກາດ ຈຶ່ງສະສົມກັນຢູ່ເທິງທ້ອງຟ້າ ແລະ ບາງຄັ້ງ ກໍສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ເມື່ອເຖິງມື້ທີ່ອາກາດເປີດ ຫຼື ຄວາມກົດອາກາດສູງພັດຜ່ານໄປ ອາກາດສາມາດເຄື່ອນຕົວໄດ້ຕາມປົກກະຕິ ຝຸ່ນລະອອງຂະໜາດໜ້ອຍ PM 2.5 ກໍຈະເບົາບາງລົງ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...