ອັນຕະລາຍ ແລະ ຜົນກະທົບຈາກ ຝຸ່ນ PM 2.5

ທ່ານຢ່າຟ້າວຄິດວ່າ ຝຸ່ນ PM 2.5 ບໍ່ມີຜົນກະທົບຕໍ່ທ່ານ ເພາະມີມາດົນແລ້ວ ເນື່ອງຈາກວ່າທ່ານເອງຍັງບໍ່ທັນໄດ້ຮັບຜົນກະທົບໂດຍກົງ ເຖິງວ່າມັນຈະບໍ່ເກີດຜົນກະທົບຕໍ່ສຸຂະພາບຂອງເຮົາແບບກະທັນຫັນ ບໍ່ມີອາການຜິດປົກກະຕິຫຍັງເທື່ອ ແຕ່ຜົນກະທົບໃນໄລຍະຍາວຈາກ ຝຸ່ນ PM 2.5 ນັ້ນ ຮ້າຍແຮງກວ່າທີ່ເຮົາຄິດ.

ຜົນກະທົບຕໍ່ລະບົບທາງເດີນຫາຍໃຈ ແລະ ປອດ

ດ້ວຍຄວາມທີ່ PM 2.5 ທີ່ມີຂະໜາດນ້ອຍຫຼາຍ ຈຶ່ງສາມາດເຂົ້າໄປເຖິງປອດໄດ້ ໂດຍໃນຝຸ່ນ PM 2.5 ນັ້ນ, ມີສານກໍ່ມະເຮັງທີ່ຊື່ວ່າ Polycyclic Aromatic Hydrocarbon (PAH) ຫາກສູດເຂົ້າໄປສະສົມຢູ່ໃນປະລິມານຫຼາຍ ກໍສາມາດເຮັດໃຫ້ເກີດປອດອັກເສບ ແລະ ມະເຮັງປອດໄດ້.

ຜົນກະທົບຕໍ່ຫົວໃຈ

ນອກຈາກຈະເຂົ້າໄປໃນປອດໄດ້ແລ້ວ PM 2.5 ຍັງສາມາດເຂົ້າໄປປະປົນຢູ່ໃນກະແສເລືອດໄດ້ ຫາກໃນຫຼອດເລືອດມີ PM 2.5 ສະສົມຢູ່ໃນປະລິມານຫຼາຍ ຈະເຮັດໃຫ້ເກີດຕະກອນຕົກຄ້າງ ສົ່ງຜົນໃຫ້ຫົວໃຈເຕັ້ນຜິດປົກກະຕິ ອາດເຮັດໃຫ້ເກີດຫົວໃຈວາຍ ຫຼື ຫົວໃຈວາຍກະທັນຫັນ.

ຜົນກະທົບຕໍ່ສະໝອງ

ເລືອດສຳຄັນຕໍ່ສະໝອງ ແຕ່ເລືອດທີ່ເຕັມໄປດ້ວຍມົນລະພິດເຊັ່ນ PM 2.5 ຈະມີຄວາມໜຽວກວ່າ ສົ່ງຜົນໃຫ້ຄວາມດັນເລືອດເພີ່ມຂຶ້ນ ສ່ຽງຕໍ່ການເກີດເສັ້ນເລືອດໃນສະໝອງຕີບ ນຳໄປສູ່ການເປັນອຳມະພາດ ຫຼື ເສຍຊີວິດໄດ້.

ຜົນກະທົບຕໍ່ແມ່ຍິງຖືພາ

ຜົນງານດ້ານການວິໄຈຫຼາຍຢ່າງ ຈາກທົ່ວໂລກ ບອກເປັນສຽງດຽວກັນວ່າ PM 2.5 ນັ້ນ ມີຄວາມອັນຕະລາຍຕໍ່ແມ່ຍິງທີ່ກຳລັງຖືພາ ແລະ ລູກໃນທ້ອງ ຫາກແມ່ສູດເອົາ PM 2.5 ເຂົ້າໄປ ອາດເຮັດໃຫ້ເກີດກ່ອນກຳນົດ ແລະ ສ່ຽງຕໍ່ການລຸລູກ ອີກທັງຍັງເຮັດໃຫ້ເດັກນ້ອຍທີ່ເກີດອອກມາມີນ້ຳໜັກໜ້ອຍ, ຕິດເຊື້ອງ່າຍ ຫຼື ເປັນໂຣກ ອໍທິສຊຶມ (Autism).

ຜົນກະທົບຕໍ່ຜູ້ສູງອາຍຸ

ເຖິງວ່າ ທຸກຄົນມະມີຄວາມສ່ຽງໄດ້ຮັບຜົນກະທົບຮ້າຍແຮງຈາກ PM 2.5 ແຕ່ກຸ່ມຜູ້ສູງອາຍຸທີ່ລະບົບພູມຄຸ້ມກັນເລີ່ມເສື່ອມຖອຍລົງ ທີຄວາມສ່ຽງທີ່ຈະເກີດອັນຕະລາຍຮ້າຍແຮງໄດ້ຫຼາຍກວ່າ, ໂດຍສະເພາະຜູ້ສູງອາຍຸທີ່ມີໂຣກປະຈຳໂຕ ດັ່ງນັ້ນ ໃນມື້ທີ່ອາກາດປິດ ຫຼື ມີຄ່າຝຸ່ນເກີດມາດຕະຖານ ຄວນໃຫ້ຜູ້ສູງອາຍຸຢູ່ແຕ່ໃນເຮືອນ ຫຼື ອາຄານ ແລະ ໃສ່ໜ້າກາດ N95 ຕະຫຼອດເວລາເມື່ອອອກນອກເຮືອນ.

ຜົນກະທົບຕໍ່ຜູ້ທີ່ມີໂຣກປະຈຳໂຕ

ສຳລັບຄົນທີ່ມີໂຣກປະຈຳໂຕ ເປັນຕົ້ນແມ່ນໂຣກພູມແພ້ ຫຼື ຫອບຫືດ ອາດໄດ້ຮັບຜົນກະທົບແບບກະທັນຫັນຈາກ PM 2.5 ເຊັ່ນ ຫາຍໃຈຍາກ, ມີນ້ຳມູກ, ເກີດອາການໄອ, ເຈັບຄໍ, ເລືອດດັງອອກ, ຕາບວມແດງ, ມີຜື່ນຂຶ້ນທີ່ຜິວໜັງ ອີກທັງຍັງອາດເຮັດໃຫ້ໂຣກປະຈຳໂຕອອກລິດ ນຳໄປສູ່ອັນຕະລາຍຮ້າຍແຮງ ຈົນເຖິງຂັ້ນເສຍຊີວິດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...