ປະຫວັດຄວາມເປັນມາ “ກິລາຕີຄີ” ໃນບຸນພຣະທາດຫຼວງວຽງຈັນ.

ການຕີຄີ ແມ່ນກີລາພື້ນເມືອງ ເປັນກິດຈະກຳ ໜຶ່ງທີ່ຈັດຂຶ້ນໃນຕອນບ່າຍມື້ສຸດທ້າຍຂອງບຸນ ນະມັດສະການພຣະທາດຫຼວງ ເພື່ອເຕົ້າໂຮມ ຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານ ແລະ ສ້າງຄວາມສາມັກຄີຮັກແພງລະ ຫວ່າງພະນັກງານ ກັບປະຊາຊົນທັງຍັງເປັນກິດຈະກຳທີ່ສາມາດດຶງ ດູດຄວາມສົນໃຈຂອງມວນຊົນທັງລາວ ແລະ ຕ່າງປະເທດ.

ລູກຄີເຮັດດ້ວຍເຫງົ້າໄມ້ໄຜ່ຕັນທາສີຄຳ ແລະ ໄມ້ຄີ ເຮັດດ້ວຍໄມ້ໄຜ່ທີ່ມີເຫງົ້າ ຫຼື ໂຄນຕົ້ນເດ່ອອກ ມາເປັນຮູບຊົງໂຄ້ງໂດຍທາສີຄຳ ແລະ ສີເງິນ. ການແຂ່ງຂັນກິລາພື້ນເມືອງນີ້ຈາກເມື່ອກ່ອນ ຕ້ອງຕີໃຫ້ໄດ້ໄລຍະໄກທີ່ສຸດ ຈຶ່ງຈະເປັນຜູ້ ຊະນະ ໄດ້ພັດທະນາມາເປັນການແຂ່ງຂັນແບບ ໝູ່ຄະນະ. ຂະນະທີ່ກະຕິກາການແຂ່ງຂັນ ກໍປ່ຽນໄປເປັນການຕີລູກຄີໃຫ້ເຂົ້າປະຕູຂອງອີກຝ່າຍໜຶ່ງ.

ພາຍຫຼັງສຳເລັດພິທີຕັກບາດຖວາຍສັງຄະທານຕອນເຊົ້າມື້ຂຶ້ນ 15 ຄໍ່າເດືອນ 12 ລາວໂດຍ ໃນຕອນ ບ່າຍມື້ດຽວກັນກໍໄດ້ມີການແຂ່ງຂັນ ຕາມປະເພນີ. ກ່ອນການແຂ່ງຂັນ ໄດ້ມີພິທີນຳເອົາລູກຄີ ແຫ່ອ້ອມລານພະທາດຫຼວງ 3 ຮອບ ກວານຈໍ້າປະຈຳບ້ານທາດຫຼວງ ໄດ້ພາຄະນະຝ່າຍລັດຖະບານ ແລະ ຝ່າຍປະ ຊາຊົນຂຶ້ນໄປຄາລະວະຂາບໄຫວ້ບອກກ່າວ. ຈາກນັ້ນກໍແຫ່ ໄປທີ່ລານເດີ່ນພຣະທາດຫຼວງ. ໃນການແຂ່ງຂັນໃຊ້ເວລາ 50 ນາທີຄື ເວລາທຳອິດ 25 ນາທີ ແລະ ເວລາຫລັງ 25 ນາທີ ໂດຍແຕ່ລະຄະນະມີ ນັກຕີຄີແຕ່ 20-25 ຄົນ.

ການແຂ່ງຂັນຕີຄື ໄດ້ບົ່ງບອກເຖິງຄວາມສັກສິດ ເຊິ່ງຕາມການເຊື່ອຖືມາແຕ່ບູຮານນະການວ່າ: ຖ້າປີໃດ ຝ່າຍປະຊາຊົນ ຊະນະ, ບ້ານເມືອງ ຈະ ຢູ່ເຢັນເປັນສຸກ ປະຊາຊົນເຂັ້ມແຂງ.

ຂະນະດຽວກັນກໍເປັນການບົ່ງບອກເຖິງການສ່ຽງທວາຍຂອງຄົນບູຮານ ບ້ານເມືອງຈະຢູ່ເຢັນເປັນສຸກ ບໍ່ອຶດເຂົ້າ ບໍ່ອຶດປາ ມີເຂົ້າເຕັມນາ ປາເຕັມໜອງ ບ້ານເມືອງມີຄວາມຮົ່ມເຢັນສະຫງົບ ປອດໄພ ການທຳມາຫາກິນມີທ່ວງທ່າດີຂຶ້ນດັ່ງ​ນີ້ແລ, ຫຼັງສຳເລັດການແຂ່ງຂັນກໍໄດ້ແຫ່ລູກຄີ ກັບຄືນ ແລະ ອັນເຊີນລູກຄີໄປໄວ້ບ່ອນເກົ່າ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...