ໃນໄລຍະເດືອນຕຸລາ ຫາເດືອນ ພະຈິກ ຫຼັງຈາກບຸນອອກພັນສາ ເຮົາຈະເຫັນວັດວາອາຮາມຄຶກຄື້ນ ເຮັດງານບຸນໃນຊ່ວງດັ່ງກ່າວ ເຊິ່ງເປັນປະເພນີຂອງຄົນລາວຊາວພຸດຈະນິຍົມຈັດ ນັ້ນກໍຄື “ບຸນກະຖິນ” ເດັກນ້ອຍ ແລະ ຄົນສະໄໝນີ້ ທີ່ບໍ່ນິຍົມເຂົ້າວັດອາດຈະຍັງບໍ່ຮູ້ເຖິງຄວາມເປັນມາຂອງປະເພນີດັ່ງກ່າວ ເຮົາຈື່ງນຳເອົາປະຫວັດຄວາມເປັນມາຂອງບຸນກະຖິນມາໃຫ້ໄດ້ສຶກສາໄປນຳກັນ.
ໃນຄັ້ງພຸດທະການມີພິກຊຸຊາວເມືອງປາຖາ 30 ອົງ ຊຶ່ງເປັນຜູ້ຖືການຢູ່ປ່າ ການທ່ຽວບິນທະບາດ ນຸ່ງຫົ່ມຜ້າບັງສະກຸນ (ຜ້າ ເກັບຕົກຈາກທີ່ຕ່າງໆມາປະຕິດປະຕໍ່ເຮັດເປັນຈີວອນ) ຫຼືໃຊ້ ຜ້າ 3 ຜືນ (ຜ້າຈີວອນ ສັງຄາຕິ ແລະ ຜ້າສະບົງ ບໍ່ເກີນກວ່ານັ້ນ) ເດີນທາງ ໄປເຂົ້າເຝົ້າ ພຣະພຸດທະເຈົ້າ ແຕ່ເນື່ອງດ້ວຍຫົນທາງໄກ ໄປບໍ່ທັນ ວັນເຂົ້າພັນສາມາເຖິງກ່ອນ ໂດຍເຫຼືອລະຍະທາງ ອີກ 6 ໂຍດ (ປະມານ 96km) ຈິ່ງເຖິງພຣະນະຄອນສາວັດຖີຈຶ່ງຈຳໃຈຈຳພັນສາທີ່ ເມືອງສາເກດ ຕະຫຼອດລະຍະ 3 ເດືອນ ມີຄວາມລະນຶກເຖິງສົມເດັດພຣະບໍຣົມມະ ສາດາຢູ່ສະເໝີ ເມື່ອອອກພັນສາແລ້ວ ຈິ່ງພາກັນເດີນທາງມາເຝົ້າ ພຣະພຸທທະເຈົ້າທີ່ວັດເຊຕະວັນມະຫາວິຫາຣ ພຣະນະຄອນສາວັດຖີ ໃນຂະນະທີ່ ຜ້າຈີວອນຍັງປຽກ ຊູ່ມດ້ວຍນ້ຳຝົນຢູ່ ຄືຕ້ອງ ເດີນທາງລຸຍນ້ຳ ລຸຍຕົມ ເພາະລະຍະທາງທີ່ ເດີນທາງ ໄປນັ້ນ ຝົນຍັງຕົກໜັກຢູ່ ພິກຊຸ ເຫຼົ່ານັ້ນໄດ້ຮັບຄວາມລຳບາກດ້ວຍ ຜ້າ ຈີວອນ ທີ່ເປື້ອນຕົມ ແລະປຽກຊຸ່ມດ້ວຍ ນໍ້າຝົນ
ພຣະພຸດທະເຈົ້າຈິ່ງຊົງຖືເປັນມູນເຫດ ຊົງມີ ພຸດທານຸຍາດໃຫ້ພິກຊຸທີ່ຈຳພັນສາຄົບ 3 ເດືອນກຣານກະຖິນໄດ້ ຄໍາວ່າກຣານ ເປັນ ພາສາຂະເມນ ແປວ່າ ຂຶງ ຄື: ເຮັດໃຫ້ຕຶງ ກໍ່ ຄື ເອົາ ຜ້າທີ່ຈະຫຍິບເປັນຈີວອນ ເຂົ້າໄປຂຶງທີ່ ໄມ້ສະດຶງນັ້ນ ຄຳວ່າກະຖິນເປັນພາສາ ບາລີ ໃນໜັງສືສາດສະໜາ ພິທີສະບັບ ກົມການ ສາດສະໜາໃຫ້ຄວາມໝາຍວ່າ ກະຖິນ ແປວ່າ ຂອບໄມ້ ຫຼື ໄມ້ ແບບສຳຫລັບຂຶງເພື່ອ ຕັດຫຍິບ ຜ້າຈີວອນ ຂອງພຣະພິກຂຸ, ການທອດກະຖິນ ຫຼື ການຖະວາຍຜ້າກະຖິນ ຄື ການທີ່ຄະລືຫັດ ຜູ້ມີສັດທາ ຫຼື ແມ້ແຕ່ພິກຂຸ ສາມະເນນກໍ່ດີ ນຳຜ້າໄປຖວາຍແກ່ສົງຜູ້ຈຳ ພັນສາແລ້ວ ໃນວັດໃດວັດໜຶ່ງ ເພື່ອທຳເປັນ ຜ້າກະຖິນ ເອີ້ນຕາມຄຳທຳມະດາວ່າ “ທອດ ກະຖິນ” ສ່ວນມະຫາກະຖິນ (ກະຖິນໃຫຍ່) ຫຼື ເອີ້ນວ່າ ກະຖິນສາມັກຄີ ນັ້ນກະກຽມກັນ ຫຼາຍວັນພ້ອມພຽງຈິ່ງຖວາຍ
ຂໍ້ມູນຈາກ: Media Laos.