Tuesday, March 18, 2025

15 ອາຫານທີ່ຊ່ວຍໃຫ້ຮ່າງກາຍອຸ່ນຂຶ້ນ

ຍາມໜາວແບບນີ້ ເຊື່ອວ່າຫຼາຍໝຄົນອາດຈະກໍາລັງຊອກຫາ ເສື້ອກັນໜາວ ຫຼືສິ່ງອື່ນໆທີ່ຊ່ວຍໃຫ້ຮ່າງກາຍອົບອຸ່ນ. ແຕ່ເຈົ້າເຄີຍຮູ້ບໍ່ວ່າ ອາຫານທີ່ພວກເຮົາກິນກໍສາມາດຊ່ວຍໃຫ້ພວກເຮົາອົບອຸ່ນໄດ້ເຊັ່ນກັນ. ຢາກຮູ້ແລ້ວແມ່ນບໍ່? ວ່າມີຫຍັງແດ່ຕາມ ເຊິ່ງມື້ນີ້ເຮົາມາແນະນຳ 15 ຢ່າງໃຫ້ທ່ານຮູ້ທີ່ກິນແລ້ວສາມາເຮັດໃຫ້ຮ່າງກາຍອຸ່ນຂຶ້ນໄດ້.

ຊ໋ອກໂກແລັດຮ້ອນ.

ໃຫ້ເລີ່ມຕົ້ນດ້ວຍສິ່ງທີ່ງ່າຍໆຄືກັບດື່ມຊັອກໂກແລັດຮ້ອນ ມັນຈະຊ່ວຍໃຫ້ຮ່າງກາຍຂອງທ່ານອົບອຸ່ນຂຶ້ນ ມາພ້ອມກັບສານຕ້ານອະນຸມູນອິດສະລະຕ່າງໆ ເສີມສ້າງລະບົບພູມຕ້ານທານຂອງທ່ານ ແລະ ທີ່ສຳຄັນແມ່ນມັນມີຄາເຟອີນທີ່ຈະຊ່ວຍກະຕຸ້ນໃຫ້ຮ່າງກາຍຂອງເຮົາຕື່ນຕົວຫຼາຍຂຶ້ນ. ເພາະ​ວ່າ​ອາ​ກາດ​ທີ່​ເຢັນ​ກວ່າ ພວກ​ເຮົາ​ຈະ​ຊຶມ​ຫຼາຍ​ຂຶ້ນ. ແນວໃດກໍ່ຕາມ, ເຈົ້າບໍ່ຄວນດື່ມຫຼາຍ ເພາະວ່າຢ່າລືມວ່າມີນ້ໍາຕານຫຼາຍໃນຊັອກໂກແລັດຮ້ອນ ຖ້າເຈົ້າດື່ມຫຼາຍຈະເຮັດໃຫ້ອ້ວນໄດ້.

ຊາຮ້ອນ.

ຖ້າເຈົ້າບໍ່ມັກດື່ມແນວຫວານໆເຊັ່ນຊ໋ອກໂກແລັດຮ້ອນ ທ່ານສາມາດດື່ມຊາຮ້ອນແທນ ເພາະມັນດີຕໍ່ຮ່າງກາຍຂອງເຈົ້າໃນຊ່ວງຍາມໜາວເຊັ່ນກັນ. ຊາຊ່ວຍໃນການກະຕຸ້ນການໄຫຼວຽນຂອງເລືອດ ແລະ ຂະຫຍາຍເສັ້ນເລືອດ, ເຮັດໃຫ້ທ່ານຮູ້ສຶກຜ່ອນຄາຍ, ປິ່ນປົວໄຂ້ຫວັດທໍາມະດາ ແລະ ຫຼຸດຜ່ອນໂອກາດຂອງການຂາດນ້ໍາໃນຮ່າງກາຍ, ແນະນໍາໃຫ້ດື່ມຊາທີ່ບໍ່ມີນໍ້າຕານ ຖ້າເຈົ້າບໍ່ຢາກນໍ້າໜັກເພີ່ມຂຶ້ນ.

ຖົ່ວດິນ ແລະ ຖົ່ວ Almonds.

ໝາກຖົ່ວສອງຊະນິດນີ້ສາມາດຊ່ວຍໃຫ້ເຈົ້າອຸ່ນຂຶ້ນໄດ້ແທ້ໆ ເຊິ່ງອຸດົມໄປດ້ວຍໂປຣຕີນ ແລະ ໄຂມັນທີ່ດີຕໍ່ຮ່າງກາຍ ທ່ານສາມາດກິນຫຼາຍເທົ່າທີ່ທ່ານຕ້ອງການ ເພາະບໍ່ເຮັດໃຫ້ຕຸ້ຍ!!

ເຂົ້າ ແລະ ເຂົ້າໜົມປັງ.

ສິ່ງທີ່ເຮົາກິນຢູ່ເປັນປະຈຳກໍ່ຊ່ວຍໄດ້ເຊັ່ນກັນ ໂດຍສະເພາະເຂົ້າ ແລະ ເຂົ້າໜົມປັງ ທີ່ເປັນທາດແປ້ງທີ່ສາມາດປ່ຽນເປັນນໍ້າຕານໄດ້.

ແກງທຸກຊະນິດ.

ແກງສາມາດເວົ້າໄດ້ວ່າ ເປັນໜຶ່ງໃນທາງເລືອກທີ່ດີຫຼາຍ ເພື່ອໃຊ້ໃນການອົບອຸ່ນຮ່າງກາຍ ເພາະສາມາດກິນໄດ້ງ່າຍໆ ແລະ ສາມາດເລືອກຈາກຫຼາກຫຼາຍຂອງສ່ວນປະກອບ ຜົນປະໂຫຍດຕົ້ນຕໍ ຂອງແກງແມ່ນຊ່ວຍຫຼຸດຜ່ອນການເປັນຫວັດ, ຫຼຸດຜ່ອນການອັກເສບ ແລະ ບັນເທົາອາການຕັນດັງ.

ໄຂ່.

ໄຂ່ຖືກຖືວ່າເປັນແຫຼ່ງພະລັງງານທີ່ດີເລີດສໍາລັບຮ່າງກາຍໃນຊ່ວງຍາມໜາວ, ຊ່ວຍໃຫ້ຮ່າງກາຍອົບອຸ່ນໄດ້ຢ່າງມີປະສິດທິພາບ ເຊິ່ງອຸດົມໄປດ້ວຍວິຕາມິນ ແລະ ໂປຣຕີນ ມັນຍັງຊ່ວຍປ້ອງກັນການຕິດເຊື້ອໃນຍາມໜາວ.

ເນີຍໃສ.

ເນີຍໃສ ແມ່ນໄຂມັນທີ່ຍ່ອຍງ່າຍ ແລະ ເໝາະສຳລັບເອົາມາປະສົມອາຫານໃນຍາມຫນາວນີ້ ໂດຍປະໂຫຍດຫຼັກໆ ແມ່ນມັນຊ່ວຍຫຼຸດຜ່ອນໂອກາດທີ່ຈະເປັນໄຂ້ຫວັດໃຫຍ່ ແລະ ເສີມສ້າງກະດູກໃຫ້ແຂງແຮງ ວິທີການນໍາໃຊ້ແມ່ນງ່າຍໆ ພຽງແຕ່ປ່ຽນນໍ້າມັນຈືດແບບດັ້ງເດີມເປັນເນີຍໃສ.

ນໍ້າດື່ມ.

ເມື່ອອາກາດເຢັນລົງ ເຮັດໃຫ້ທ່ານຮູ້ສຶກຫິວນໍ້າໜ້ອຍລົງ ແລະ ມັນເຮັດໃຫ້ເຈົ້າບໍ່ຢາກດື່ມນໍ້າເລີຍ. ເຊິ່ງເປັນເລື່ອງທີ່ຜິດ ເພາະການດື່ມນ້ຳຈະຊ່ວຍໃຫ້ທ່ານຫາຍດີຈາກອາການເປັນຫວັດ ແລະ ຊ່ວຍປັບອຸນຫະພູມຮ່າງກາຍຂອງເຈົ້າໃຫ້ຖືກຕ້ອງ. ນອກຈາກນັ້ນ, ມັນຍັງຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ກັບຜິວເຮັດໃຫ້ມັນແຫ້ງ ແລະ ຮອຍແຕກໜ້ອຍລົງ.

ນໍ້າເຜິ້ງ.

ນໍ້າເຜິ້ງ ເປັນອາຫານຍາມໜາວທີ່ດີເລີດໃນປີນີ້ ໂດຍການກິນນໍ້າເຜິ້ງພຽງ 1 ບ່ວງ ຈະຊ່ວຍເສີມສ້າງພູມຄຸ້ມກັນຂອງຮ່າງກາຍ ຫ່າງໄກຈາກຫວັດ ແລະ ອາການໄອ ນອກຈາກນີ້ຍັງຊ່ວຍໃຫ້ຮ່າງກາຍອົບອຸ່ນຂຶ້ນ.

ນົມຖົ່ວເຫຼືອງ.

ນົມຖົ່ວເຫຼືອງໃຫ້ພະລັງງານສູງຫຼາຍກັບ​ຮ່າງ​ກາຍ​ຂອງ​ທ່ານ​ ມີໄຂມັນອີ່ມຕົວທີ່ມີສຸຂະພາບດີ ອຸດົມໄປດ້ວຍວິຕາມິນທີ່ຊ່ວຍຕ້ານອະນຸມູນອິດສະລະໃນຮ່າງກາຍ ແລະ ຊ່ວຍບໍາລຸງຜິວ ສິ່ງທີ່ສຳ ຄັນແມ່ນທ່ານສາມາດດື່ມມັນຫຼາຍເທົ່າທີ່ທ່ານຕ້ອງການ ເພາະວ່າມັນຈະບໍ່ເຮັດໃຫ້ທ່ານອ້ວນຂຶ້ນ.

ກ້ວຍ.

ໝາກກ້ວຍ ຖືວ່າເປັນໝາກໄມ້ທີ່ຄົນມັກຫຼາຍ ໝາກກ້ວຍອຸດົມໄປດ້ວຍວິຕາມິນບີ ແລະ ແມກນີຊຽມ ເຊິ່ງດີຕໍ່ຕ່ອມ thyroid ເຊິ່ງເປັນສ່ວນສຳຄັນໃນການຄວບຄຸມອຸນຫະພູມຮ່າງກາຍ ແລະ ເຈົ້າສາມາດກິນເປັນໝາກໄມ້ສົດໆ ຫຼື ປັ່ນເປັນນໍ້າປັ່ນ ແລ້ວແຕ່ມັກໄດ້.

ກະເພົາ.

ໃບກະເພົາ ເປັນອາຫານຊະນິດໜຶ່ງທີ່ສາມາດຊ່ວຍຄວາມອົບອຸ່ນຮ່າງກາຍໄດ້ດີ ເນື່ອງຈາກວ່າມັນມີລົດຊາດເຜັດໃນຕົວຂອງມັນເອງ ຈະເອົາໄປເຮັດເມນູຕົ້ມຍໍາ ຫຼື ຜັດກະເພົາກໍ່ສາມາດເຮັດໄດ້.

ໝາກມະລະ.

ໝາກມະລະ ແມ່ນຜັກຊະນິດໜຶ່ງທີ່ເໝາະສົມທີ່ຈະກິນໃນຍາມໜາວ ເປັນຜັກມີລົດຊາດຂົມຫຼາຍ ແຕ່ຖ້າເຮັດຢ່າງຖືກຕ້ອງມັນຈະມີລົດຊາດແຊບທີ່ສຸດ ມີສ່ວນຊ່ວຍປັບສົມດຸນຂອງອົງປະກອບທັງສີ່ໃນຮ່າງກາຍ ແລະ ຊ່ວຍສ້າງຄວາມອົບອຸ່ນໃຫ້ກັບຮ່າງກາຍ.

ພິກໄທ.

ໃຜທີ່ມັກກິນອາຫານທີ່ມີພິກໄທຢູ່ແລ້ວ ກໍຂໍໃຫ້ກິນຕໍ່ ເພາະພິກໄທຊ່ວຍໃຫ້ຮ່າງກາຍຕ້ານກັບອາກາດໜາວ ມັນສ້າງຄວາມອົບອຸ່ນໃຫ້ແກ່ຮ່າງກາຍຂອງພວກເຮົາ.

ຂິງ.

ຂີງ ເປັນພືດສະຫມຸນໄພທີ່ໃຫ້ຄວາມອົບອຸ່ນ ສ່ວນໃຫຍ່ຈະໃຊ້ໃນການປຸງອາຫານ, ສາມາດເຮັດນ້ໍາຂີງ ແລະ ດື່ມມັນໄດ້. ຂີງມີຄຸນປະໂຫຍດຫຼາຍຢ່າງເຊັ່ນ: ຂັບໄລ່ອາຍແກັສ, ບັນເທົາອາການໄອ, ປິ່ນປົວອາການທ້ອງອືດ ແລະ ທີ່ສຳຄັນແມ່ນຊ່ວຍໃຫ້ຮ່າງກາຍອົບອຸ່ນ.

ແລະນີ້ແມ່ນທັງໝົດທີ່ເຮົາເອົາມາຝາກໃນຄັ້ງນີ້ ເຊິ່ງນີ້ເປັນພຽງແຕ່ໜຶ່ງສ່ວນເທົ່ານັ້ນ ເພາະຍັງມີອາຫານຫຼາຍຊະນິດທີ່ສາມາດຊ່ວຍເຈົ້າຮັບມືກັບລົມໜາວໄດ້.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.